ໃນວັນທີ 4 ກຸມພາ 2021 ໄດ້ມີພິ​ທີ​ມອບ​-ຮັບ​ ອາຄານ​ຮຽນ ໂຮງຮຽນ​ມັດ ທະຍົມ​ຕອນ​ຕົ້ນ​ ບ້ານ​ແກ້ງ​ກຸ່ມ​ ເມືອງ​ໂຂງ​ ແຂວງ​ຈຳ​ປາ​ສັກ ເຊິ່ງ​ໄດ້​ຮັບ​ຄວາມ​ເມດຕາ​ຈາກຂັ້ນ​ສູນ​ກາງ​ອົງການ​ພຸດທະ​ສາສະໜາ​ສັມພັນ​ ແຫ່ງ​ ສປປ ລາວ​ ຊຶ່ງນຳໂດຍ:
1.ພຣະ​ຫຼັກ​ແກ້ວ​ມະຫາ​ວໍຣະຍານາທິບໍດີ (ມະຫາ​ເຫວດ​ ມະ​ເສໄນ​)​ ຮອງ​ປະ ທານ​ສູນກາງ​ອົງການ​ພຸດ​ທະ​ສາສະໜາ​ສັມພັນ​ ແຫ່ງ​ ສປປ​ ລາວ ອົງ​ຊີ້​ນຳ​ລວມ​ວຽກງານ​ກັມມາທິການ​ເຜີຍແຜ່​ສີລະທັມ​ ແລະ​ປະ​ຕິ​ບັດ​ກັມມະຖານ​ ສູນ​ກາງ​
2.ພຣະ​ຍອດ​ຄຳ​ວ​ໍຣະຍານໂພທິ (ມະຫາ​ບຸນ​ທະວີ​ ປະສິດ​ທິ​ສັກ​) ຄະນະ​ປະຈຳ​ການ​ບໍລິຫານ​ງານ​ສູນກາງ​ ຫົວໜ້າ​ກັມມາທິການ​ສາທາລະນູປະການ​ ສູນ​ກາງ​ ອພສ
3.ພຣະ​ຫຼັກ​ຄຳ​ປຸນຍະສາທອນໂພທິ
(ບຸນ​ເສີຍ​ ເພົາ​ພາສິດ​)​ ຮອງ​ຫົວໜ້າ​ກັມມາທິການ​ສາທາລະນູປະການ​ ສູນ​ກາງ ອພສ ເຈົ້າ​ຄະນະ​ເມືອງ​ສີ​ໂຄດ​ຕະບອງ
ເຊິ່ງ​ເປັນ​ອົງ​ອຸປະຖຳ​ ແລະ​ ເປັນ​ອົງ​ນຳພາ​ຄະນະ​ສົງ,​ອອກ​ຕົນ​ຍາດ​ໂຍ​ມ​ເປັນ​ຜູ້ສ້າງ
ໃຫ້​ກຽດ​ເປັນ​ປະທານ​ຝ່າຍ​ຄາລະວາດ​ໂດຍ​:
1.ທ່ານ​ນາງ​ ຄຳພູ ລິດ​ທິສັກ ກຳມະການ​ພັກ​ແຂວງ,​ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ເມືອງ ເຈົ້າ​ເມືອງ​ ເມືອງ​ໂຂງ
2.ທ່ານ ສົມ​ລິດ​ ແພງ​ເພັດ​ດາວັນ ຫົວ ໜ້າ​ຫ້ອງການ​ສຶກສາ​ແຂວງ
3.ທ່ານ​ ວົງ​ສະກຸນ ສອນ​ສົມ​ບັດ​ ກຳມະ ການ​ພັກ​ເມືອງ,​ ເລຂາ​ຄະນະ​ພັກ​ຮາກ​ຖານ​ກຸ່ມ​ 6 ດອນ​ສົມ ພ້ອມດ້ວຍ​ຄະນະ​ ແລະ​ ອົງການ​ຈັດຕັ້ງ​ບ້ານ​ທັງໝົດ 13 ບ້ານ,​ ບັນ​ດາແຂກທີ່ເຊີນ
ລວມ​ມູນ​ຄ່າ​ທັງ​ໝົດ​ໃນການ​ກໍ່ສ້າງ​ອາ ຄານ​ຮຽນ​ຂອງ​ໂຮງຮຽນ​ແກ້ງ​ກຸ່ມ​ຫລັງ​ໃຫມ່ ຈຳນວນ​ 1,036,​950,000 ກີບ​
ນອກຈາກ​ມີພິທີມອບອາຄາຮຽນແລ້ວ ພຣະ​ຫຼັກ​ຄຳ​ປຸນຍະສາທອນໂພທິ (ບຸນ​ເສີຍ​ ເພົາ​ພາສິດ​)​ ພ້ອມດ້ວຍຄອບ ຄົວການນຳແລະຄອບສິດສານຸສິດ​ນັກທຸລະກິດ ຫ້າງ ຮ້ານ ຫລາຍພາກສ່ວນໄດ້ມອບ​ອຸປະກອນ​ການ​ຮຽນ​ໃຫ້​ແກ່​ໂຮງ​ຮຽນ​ຫລາຍແຫ່ງມີລາຍລະອຽດດັ່ງລຸ່ມນີ້:
1.ປຶ້ມ​ຂຽນ​ ຈຳນວນ​
2.ເຝິດຂຽນ​ກະດານ
3.ສໍສີໄມ້ ຈຳນວນ​
4.ສໍດຳ ຈຳນວນ
5.ຢາງລຶບ ABC
6.ໄມ້​ບັນ​ທັດ​
7.ບິກຂຽນ​
8.ຊຸດ​ກິລາ
9.ກະເປົ່າ​
ລວມ​ມູນ​ຄ່າທັງ​ໝົດ​ເປັນ​ຈຳນວນ​ 25,000,000 ລ້ານກວ່າກີບ

ຕິດຕາມຂ່າວສີລະທັມ,ຮູບພາບງາມກົດບ່ອນນີ້

ແບ່ງປັນເລື່ອງນີ້

#ຄຳຄົ້ນຫາຍອດນິຍົມ

ຄົ້ນຫາຂ່າວ

ຮູບ,ວິດີໂອ ເພີ່ມເຕີມ