ວັນທີ 07 ມີນາ 2021 ຜ່ານມານີ້ ສະມາຄົມຈີນ ນະຄອນຫຼວງວຽງຈັນ ຮ່ວມກັບ ກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ ໄດ້ຈັດໂຄງການໄຫວ້ພຣະ ປະຕິບັດທັມ ເສີມບາລະມີ ເພື່ອໃຫ້ຊາວພຸດທະສາສະນິກກະຊົນທັງຫຼາຍໄດ້ມີໂອກາດ ໄດ້ຟັງ ແລະ ຝຶກປະຕິບັດທັມ ຕາມຄຳສັ່ງສອນຂອງພຣະສັມມາສັມພຸດທະເຈົ້າ ເພື່ອຄວາມຮູ້ແຈ້ງເຫັນຈິງ ສາມາດເຮັດໃຫ້ຄວາມທຸກ,ຄວາມກັງວົນ,ຄວາມຢ້ານຕ່າງໆ ຫລຸດຜ່ອນລົງໄດ້ ພວກເຮົາມີບຸນ ທີ່ໄດ້ເກີດມາເປັນມານຸດພົບພຣະພຸດທະສາສະນາ ເຮົາຄວນໄດ້ຮຽນຮຸ້ ແລະ ເຂົ້າເຖີງ ສັດຈະທັມ ກໍ່ຄື ອະລິຍະສັດ 4 ຕາມຄວາມເປັນຈິງ ທີ່ພຣະພຸດທະເຈົ້າຕັດສະຮູ້.
ປະທານເປີດໂຄງການໂດຍ ພຣະຫຼັກແກ້ວມະຫາວໍຣະຍານາທິບໍດີ (ມະຫາເຫວດ ມະເສໄນ) ຮອງປະທານສູນກາງອົງການພຸດທະສາສະນາສຳພັແຫ່ງ ສປປ ລາວ, ອົງຊີ້ນຳລວມວຽກງານເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ ພ້ອມດ້ວຍ ພຣະຍອດຄຳ,ພຣະຫຼັກຄຳ ແລະ ພຣະເຖຣານຸເຖຣະເມດຕາເຂົ້າຮ່ວມ.
ທ່າງຝ່າຍຄະລາວາດ ມີ ທ່ານຈຸນມະນີ ພັນນຸວົງ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດ ເມືອງຈັນທະບູລີ,ຕ່າງໜ້າພະແນກພາຍໃນ ນະຄອນຫຼວງ, ຄະນະສະມາຄົມຈີິນ,ຄະນະເຜີຍແຜ່ທັມເພື່ອເຍົາວະຊົນ ແລະ ຊາວພຸດທະສາສະນິກກະຊົນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີດັ່ງກ່າວ ພຣະຫຼັກແກ້ວ ມະຫາເຫວດ ມະເສໄນກ່າວເປີດພິທີ ແລະ ໃຫ້ໂອວາດຕອນຫນື່ງວ່າ. ຈະເປັນຊາວພຸດຈີນກໍ່ດີ ຊາວພຸດລາວກໍ່ດີ ແມ່ນມີພໍ່ຄົນດ່ຽວກັນ ຄືພຣະພຸດທະເຈົ້າ ຊາວພຸດຊາວຈີນອາດຈະຖືນິກາຍມະຫາຍານ ຊາວພຸດລາວ ຖືນິກາຍເຖຮະວາດ ກໍ່ຄືພຸດທະສາສະນາອັນດ່ຽວກັນ ເຖີງແມ່ນວ່າ ການປະພຶດປະຕິບັດ,ກິດຈະວັດຈະແຕກຕ່າງກັນແດ່ ແຕ່ມີເປົ້າຫມາຍອັນດ່ຽວກັນ ກໍ່ເພື່ອໃຫ້ມະນຸດໃນໂລກນີ້ມີສັນຕິສຸກ.ປຽບເຫມືອນຕົ້ນໄມ້ເຖີງຈະມີຫຼາຍກິ່ງກ້ານ ສາຂາ ແຕ່ກໍ່ໃຫ້ຄວາມຮົ່ມເຍັນແກ່ທຸກຄົນເຊັ່ນດ່ຽວກັນ.
ໂຄງການໄຫວ້ພຣະ ປະຕິບັດທັມ ຈະໄດ້ຈັດຂື້ນທຸກໆວັນອາທິດຕົ້ນເດືອນ ແລະ ທ້າຍເດືອນ ເດືອນລະ 2 ຄັ້ງ ໃນເວລາ 14.00-16.00 ໂມງ ທີ່ ມູນນິທິຈີນ/ວັດຈີນ ບ້ານດົງປ່າແຫຼບ ເມື່ອງຈັນທະບູລີ ນະຄອນຫຼວງວຽງຈັນ.