ພຣະຫຼັກແກ້ວມະຫາວໍລະຍານາທິບໍດີ (ມະຫາເຫວດ ມະເສໄນ) ຮອງປະທານສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ອົງຊີ້ນຳລວມວຽກງານກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ ພ້ອມຄະນະ ໄດ້ເມດຕາຮັບນິມົນ ເປັນປະທານນຳສູດມາຕິກາ ແລະ ກ່າວທຳມິກະຖາໃນພິທີບຳເພັນກຸສົນ ແດ່ ຍາພໍ່ ສະຫງັດ ຈຸລາມະນີ.
ໃນພິທີບຳເພັນກຸສົນດັ່ງກ່າວ ທາງຄອບຄົວຈຸລາມະນີ ຍັງໄດ້ຮັບຄວາມເມດຕາຮັບນິມົນ ຈາກເຈົ້າຄຸນ ເມທີວະຊິໂຣດົມ (ທ່ານ ວ.ວະຊິຣະເມທີ) ໄຣ່ເຊັນຕະວັນ ຈັງຫວັດຊຽງຣາຍ, ປະເທດໄທ ເປີດສະແດງທັມມະເທດສະໜາສົດອອນລາຍ ຜ່ານ Google Meet ໃຫ້ພີ່ນ້ອງ ຍາດຕິທັມ ໄດ້ຮັບຟັງທັມມະເທດສະໜາກັນພິເສດນີ້ດ້ວຍ. ທ່ານ ວ. ກ່າວຕອນນຫນື່ງວ່າ ຖ້າບໍ່ມີໂຄວິດ ຍາດໂຍມທາງຝັ່ງລາວ ຄົງຈະໄດ້ເຫັນໂຕເປັນໆເທດສະໜາທີ່ບ້ານຂອງໂຍມ.
ຍາພໍ່ ສະຫງັດ ຈຸລາມະນີ ຜູ້ເປັນພໍ່, ພໍ່ເຖົ້າ, ພໍ່ຕູ້ ແລະ ເປັນອ້າຍ ຂອງຄອບຄົວຈຸລາມາະນີ,ຄອບຄອບຄົວວິຍະເກດ ແລະ ຄອບຄົວຂຸນສຳນານ ໄດ້ເຖິງແກ່ມໍລະນະກໍາໄປແລ້ວ ເມື່ອເວລາ 04.21 ໂມງ ກົງກັບວັນອາທິດ ທີ 21 ມີນາ 2021 ດ້ວຍໂລກຊະລາ ສິລິອາຍຸໄດ້ 79 ປີ.
ພິທີບຳເພັນກຸສົນ ສູດມາຕິກາໄດ້ຈັດຂື້ນເປັນເວລາ 5 ວັນ ຕັ້ງແຕ່ເວລາ ເວລາ 17.00 – 20.00 ໂມງ ທີ່ເຮືອນຂອງເພີ່ນເອງ (ຮ້ານຊີ້ນດາດ ໂປ້ຍຊຽນ) ບ້ານ ຫນອງສະໂນຄໍາ ເມືອງ ສີໂຄດຕະບອງນະຄອນ ຫລວງວຽງຈັນ.
ໃນພິທີບຳເພັນກຸສົນໃນຄັ້ງນີ້ ມີຍາດຕິພີ່ນ້ອງ ເພື່ອນມິດສະຫາຍ ຕະຫລອດເຖີງສະຫະທັມມິກຂອງຍາພໍ່ ສະຫງັດ ຈຸລາມະນີ ເຂົ້າຮ່ວມ ເພືື່ອແບ່ງເບົາຄວາມເສົ້າໂສກ ຢ່າງພ້ອມພຽງ.