ວັນມາຄະບູຊາ
ວັນມາຄະບູຊາ (Magha Puja) ເປັນວັນສຳຄັນຂອງຊາວພຸດເຖຣະວາດ “ມາຄະບູຊາ”ຫຍໍ່ມາຈາກ “ມາຄປູຣນມີບູຊາ” ໝາຍເຖີງ ການບູຊາໃນວັນເພັງກາງເດືອນມາຄະຕາມປະຕິທິນອິນເດຍ ຫຼື ເດືອນສາມຕາມປະຕິທິນຈັນທະຣະຄະຕິຂອງລາວ.
ວັນມາຄະບູຊາໄດ້ຮັບການຍົກຍ່ອງເປັນວັນສຳຄັນທາງພຸດທະສາສະໜາ ເນື່ອງຈາກເຫດການສຳຄັນທີ່ເກີດຂື້ນເມື່ອ 25,000 ກວ່າປີກ່ອນ ຄື ພຣະພຸດທະເຈົ້າຊົງສະແດງໂອວາທະປາຕິໂມກໃນທາມກາງທີ່ປະຊຸມມະຫາສັງຄະສັນນິບາດຄັ້ງໃຫຍ່ໃນພຸດທະສາສະໜາ ທີ່ເອີ້ນວ່າວັນ “ຈາຕຸລົງຄະສັນນິບາດ” ຄຳວ່າ ຈາຕຸລົງຄສັນນິບາດ ແຍກສັບໄດ້ດັ່ງນີ້ ຄື “ຈາຕຸຣ” ແປລວ່າ 4 “ອົງຄ໌” ແປລວ່າ ສ່ວນ “ສັນນິບາດ” ແປວ່າ ປະຊຸມ ດັ່ງນັ້ນ ຈາຕຸລົງຄະສັນນິບາດ ຈື່ງໝາຍເຖີງ “ການປະຊຸມດ້ວຍອົງ 4 ປະການຄື:
1.ພຣະພິກຂຸສົງ 1250 ຮູບໄດ້ມາປະຊຸມພ້ອມກັນທີ່ວັດເວລຸວັນໂດຍບໍ່ໄດ້ນັດໝາຍ
2.ພຣະພິກຂຸທັງໝົດນັ້ນ ເປັນ “ເອຫິພິກຂຸອຸປະສັມປະທາ” ຫຼື ຜູ້ຮັບການອຸປະສົມບົດຈາກພຣະພຸດທະເຈົ້າໂດຍກົງ
3.ພຣະພິກຂຸທັງໝົດນັ້ນລ້ວນແຕ່ເປັນພຣະອໍລະຫັນຜູ້ຊົງອະພິນຍາ 6
4.ວັນດັງກ່າວກົງກັບວັນເພັງເດືອນ 3
ສະແດງໂອວາທະປາຕິໂມກ
ໃນວັນດັ່ງກ່າວ ພຣະພຸດທະເຈົ້າໄດ້ສະແດງ “ໂອວາທປາຕິໂມກ” ອັນເປັນຫຼັກຫົວໃຈສຳຄັນຂອງພຸດທະສາສະໜາ ແກ່ພຣະອໍລະຫັນຕະສາວົກແລະ ພຸດທະບໍລິສັດທັງຫຼາຍ. ຄາຖາ ໂອວາທະປາຕິໂມກ ມີໃຈຄວາມດັ່ງນີ້
“ສັບພະປາປັດສະ ອະກະຣະນັງກຸດສະລັດສູປະສັມປະທາ
ສະຈິດຕະປະຣິໂຍທະປະນັງ ເອຕັງ ພຸດທະນະ ສາສະນັງ
ຂັນຕີ ປະຣະມັງ ຕະໂປ ຕີຕິກຂາ
ນິພພານັງ ປະຣະມັງ ວະທັນຕິ ພຸທທາ
ນະ ຫິ ປັບພະຊິໂຕ ປະຣູປະຂາຕີ
ສະມະໂນ ໂຫຕິ ປະຣັງ ວິເຫຖະຍັນໂຕ
ອະນູປະວາໂທ ອະນູປະຂາໂຕ ປາຕິໂມກເຂ ຈະ ສັງວະໂຣ
ມັດຕັນຍຸຕາ ຈະ ພັດຕະສະມິງ ປັນຕັນຈະ ສະຍະນາສະນັງ
ອະທິຈິດເຕ ຈະ ອາໂຍໂຄ ເອຕັງ ພຸດທານະ ສາສະນັງ”
ແປ
ຂັນຕິ ຄື ຄວາມອົດກັ້ນ ເປັນຕະບະຢ່າງຍິ່ງ,
ພຣະພຸດທະເຈົ້າທັງຫຼາຍກ່າວວ່ານິບພານ ເປັນບໍລົມມະທັມ,
ຜູ້ທຳຮ້າຍຜູ້ອື່ນ ບໍ່ຖືວ່າແມ່ນບັນພະຊິດ
ຜູ້ບຽດບຽນຄົນອື່ນ ບໍ່ຖືວ່າແມ່ນສະມະນະ
ການບໍ່ກ່າວຮ້າຍ, ການບໍ່ທຳຮ້າຍ,ຄວາມລຳລວມໃນປາຕິໂມກ,
ຄວາມເປັນຜູ້ຮູ້ຈັກປະມານໃນອາຫານ,ທີ່ນັ່ງທີ່ນອນອັນສະງັດ,ຄວາມພຽນໃນອະທິຈິດ ນີ້ເປັນຄຳສອນຂອງພຣະພຸດທະເຈົ້າທັງຫຼາຍ
ທີ່ເຂົ້າໃຈ ແລະຈຳກັນໄດ້ດີ ກໍ່ຄື ຄາຖາທຳອິດທີ່ວ່າ
“ບໍ່ເຮັດຊົ່ວ ເຮັດແຕ່ຄວາມດີ ເຮັດຈິດໃຈໃຫ້ຜ່ອງໃສ່”