ເຈດີຍ໌ ມາຈາກພາສາບາລີວ່າ ເຈຕິຍະ (cetiya)
ມີຄວາມໝາຍວ່າ ທີ່ຄວນບູຊາ (1) ທີ່ເຊິ່ງກໍ່ດ້ວຍກ້ອນອິດ (2) ສິ່ງທີ່ຄົນທຳໄວ້ໃນຈິຕ (ຈິຕຕ-ເຈຕ) (3)
ຊື່ວ່າ ເຈດີຍ໌ ເພາະມີຄວາມໝາຍວ່າຖືກສ້າງຢ່າງວິຈິດ (4) ລວມຄວາມໝາຍເຖິງ ເທວາລັຍ ສານເຈົ້າ ສະຖານທີ່ສັກສິດ ສະຖູປ ຕົ້ນໄມ້ (ຕົ້ນໂພ,ຣຸກຂະເຈດີຍ໌) ສະຖານທີ່ຄວນເຄົາ ສິ່ງທີ່ເຕືອນໃຈໃຫ້ລະນຶກເຖິງ ໝາຍເຖິງທີ່ລວມໃຈໃຫ້ເກີດບຸນ ເຊັ່ນ ພຣະທາດຫຼວງວຽງຈັນ ພຣະທາດອິງຮັງ ເປັນຕົ້ນ ກໍ່ໄດ້
ພຸດທະສາສະໜາແບ່ງເຈດີຍ໌ເປັນ 4 ປະເພດ
1) ທາຕຸເຈີດີຍ໌ (ທາດເຈດີຍ໌) ຄື ສິ່ງສຳຫຼັບບັນຈຸພຣະອັດຖິທາດຂອງພຣະພຸດທະເຈົ້າ
2) ບໍລິໂພກເຈດີຍ໌ ສິ່ງຫຼືສະຖານທີ່ ທີ່ພຣະພຸດທະເຈົ້າໃຊ້ສອຍ ເຊັ່ນ ສັງເວຊະນີຍະສະຖານ 4 : ທີ່ປະສູດ ຕົ້ນໂພທີ່ຕຣັສຮູ້ ທີ່ປະຣິນິພພານ ທີ່ສະແດງປະຖົມມະເທສະນາ ; ບໍຣິຂານ : ຈີວອນ ບາດ ເສນາສນະ
3) ທັມມະເຈດີຍ໌ ໄດ້ແກ່ ເຈດີຍທີ່ບັນຈຸພຣະທັມ ເປັນພຸດທະພົຈນ໌ ປຕິຈຈະສະມຸປບາທເປັນຕົ້ນ
4) ອຸທເທສິກະເຈດີຍ໌ ໄດ້ແກ່ ເຈດີຍ໌ທີ່ສ້າງເຈາະຈົງໝາຍເອົາພຣະພຸດທະເຈົ້າ ຄື ພຣະພຸດທະຮູບ
ເມື່ອວ່າດັ່ງນີ້
ພຣະທາດຫຼວງວຽງຈັນ,ພຣະທາດອິງຮັງ… ເຊິ່ງເປັນທີ່ບັນຈຸອັດຖິທາດຂອງພຣະພຸດທະເຈົ້າ ຈຶ່ງເປັນເຈດີຍ໌ປະເພດທີ່1 ໂດຍແທ້
ກໍລະນີ ພຣະພຸດທະຮູບ ບາງຄົນ ບາງສຳນັກ ບອກວ່າ “ພຣະພຸດທະຮູບ ບໍ່ແມ່ນຕົວແທນຂອງພຣະພຸດທະເຈົ້າ ພຣະທັມວິນັຍຕ່າງຫາກເປັນຕົວແທນຂອງພຣະພຸດທະເຈົ້າ ຈຶ່ງບໍ່ຄວນກາບໄຫວ້ພຣະພຸດທະຮູບເຊິ່ງທຳມາຈາກກ້ອນອິດ ປູນ ກ້ອນຫິນຫຼືໄມ້”
ຫຼື ບາງຄົນບອກວ່າ “ພຣະພຸດທະຮູບ ເປັນທີ່ເພິ່ງຂອງເຮົາໄດ້ຈັ່ງໃດ ເຖິງມີລາຄາແພງ ເວລາມີໂຈນມາລັກກໍ່ບໍ່ສາມາດປົກກັນຕົວເອງໄດ້ ພວກເຮົາຕ່າງຫາກຕ້ອງເປັນທີ່ເພິ່ງໃຫ້ກັບພຣະພຸດທະຮູບ ຕ້ອງບົວລະບັດຮັກສາ”
ແນວຄວາມຄິດແບບນີ້ອັນຕະລາຍ ເພາະສະແດງເຖິງການຂາດການຄົ້ນຄວ້າທີ່ມາທີ່ໄປ ແລະພຸດທະປະສົງທີ່ແທ້ຈິງ
ປະວັດພຣະພຸດທະຮູບ (ໂດຍຫຍໍ້)
ຄະຕິຄວາມເຊື່ອຄົນອິນເດຍສະໄໝພຸດທະກາລ ຄົນພຸດເອງແລະພວກພຣາຫ໌ມທີ່ນັບຖືເທບພະເຈົ້າ ຍັງບໍ່ນິຍົມສ້າງຮູບເຄົາລົບ ຕໍ່ມາໃນຍຸກຂອງເຈົ້າອະໂສກມະຣາຊ (ພຸດທສັດຕະວັດທີ3)
ກໍ່ຍັງບໍ່ມີການສ້າງພຣະພຸດທະຮູບ ໂດຍມີຄະຕິວ່າ ພຣະພຸດທະເຈົ້າ ເປັນມະຫາບຸຣຸດ ບໍ່ມີຜູ້ໃດປຽບປານໄດ້ທັງທາງກາຍແລະປັນຍາ ການສ້າງຮູບເໝືອນ ກໍ່ເກງວ່າຈະບໍ່ເໝືອນ ຫຼືບໍ່ສົມ ກັບຄວາມພິເສດຂອງພຣະພຸດທະເຈົ້າ ເມື່ອທຳອອກມາບໍ່ສົມ ແລ້ວຈະກາຍເປັນຄວາມບໍ່ເຄົາລົບໄປ ຈຶ່ງບໍ່ທຳເສຍເລີຍດີກວ່າ ແຕ່ກໍ່ໃຊ້ສັນຍະລັກອື່ນແທນ ເຊັ່ນສ້າງພຣະສະຖູບເຈດີຍ໌ ເຊັ່ນ ພຣະສະຖູບສານຈີ (sanchi) ແລະພຣະສະຖູບທີ່ຫ້ອງໂຖງໃຫຍ່ສຳຫຼັບປະກອບສັງຄະກັມທີ່ຖ້ຳອະຊັນຕ້າ (Ajanta caves) ເປັນຕົ້ນ
ຍຸກຖັດມາ (ປະມານ ພ.ສ 400) ທີ່ຊັດເຈນທີ່ສຸດຄື ຮູບແກະສະລັກຮົ້ວອ້ອມຮອບ ພຣະສະຖູບສານຈີ ມີການແກະສະລັກພາບພຸດທະປະວັດ ໃນນັ້ນກໍ່ຍັງບໍ່ມີພຣະພຸດທະຮູບ ແຕ່ໃຊ້ສັນຍະລັກແທນ ເຊັ່ນ ຮູບຕົ້ນໂພ ແທ່ນບັນລັງວ່າງໆ ຊ້າງ ເຄື່ອງໝາຍຕຣີສູນ ຮອຍພຸດທະບາດ ໝາຍເຖິງພຣະພຸດທະເຈົ້າ ,ດອກບົວ ຕາທັມມະຈັກໝາຍເຖິງພຣະທັມ, ພາບກວາງໝອບ ໝາຍເຖິງ ພຣະສົງ ເປັນຕົ້ນ
ພຣະພຸດທະຮູບເກີດມາພາຍຫຼັງ ປະມານ ພ.ສ. 600
ກ່າວຍ້ອນໄປເຖິງຍຸກປູ່ຂອງພຣະເຈົ້າອະໂສກມະຫາຣາຊ ຄື ເຈົ້າຈັນທະຣະຄຸບ ແລະເຈົ້າອາເລັກຊານເດີ້ ຊາວກຣີກ (ພຸດທະສັດຕະວັດທີ2) ຍົກທັບປະຊິດຂອບຊາຍແດນຕອນເໜືອອິນເດຍ ລຸ່ມແມ່ນ້ຳສິນທຸ
ແຕ່ບໍ່ໄດຍົກທັບເຂົ້າຕີອິນເດຍ ຊົນຊາດກຣີກທີ່ຫຼົງເຫຼືອມາຈາກຍຸກນັ້ນ
ອິດທິພົນກຣີກໃນການສ້າງພຣະພຸດທະຮູບ
ຖັດມາເຖິງຍຸກເຈົ້າມິລິນ ຫຼືເມນັນເດີ້ ເປັນຊົນຊາດກຣີກທີ່ສັດທາໝັ້ນໃນພຣະພຸດທະສາສະໜາ (ປະມານ ພ.ສ 500) ພຸດທະສາສະໜາຮຸ່ງເຮືອງອີກຮອບໜຶ່ງ ດັ່ງນັ້ນ ຄົນມັ່ງມີທີ່ນັບຖືພຸດ ຢາກຈະສ້າງຮູບພຣະພຸດທະເຈົ້າໄວ້ເປັນທີ່ສັກກາຣະບູຊາ ຈຶ່ງໄປຈ້າງຄົນກຣີກ (ເຊິ່ງເຂົາມີຄະຕິສ້າງຮູບເທບພະເຈົ້າກຣີກຢູ່ແລ້ວ)
ໃຫ້ຊ່ວຍສ້າງຮູບເໝືອນພຣະພຸດທະເຈົ້າ
ພຣະພຸດທະຮູບລຸ້ນທຳອິດ ຈຶ່ງອອກມາແບບສິນລະປະກຣີກ ເກືອບເໝືອນເທບພະເຈົ້າກຣີກ
ຕໍ່ມາຄົນອິນເດຍຈຶ່ງປັບມາເປັນສິນລະປະຂອງຕົນ ແບບສິນລະປະມະຖຸຣາ ແລະຄັນທາຣະ(ອິນເດຍຕອນເໜືອ) ເປັນລຳດັບມາ
ປະເທດອື່ນທີ່ນັບຖືພຣະພຸດທະສາສະໜາ ຈຶ່ງປັບພຸດທະຮູບຕາມສິນລະປະແບບປະເທດຂອງຕົນໆ.
ສະນັ້ນ ພຣະທາດເຈດີຍ໌ ກໍ່ດີ ພຣະພຸດທະຮູບ ກໍ່ດີ ລ້ວນເປັນທີ່ຕັ້ງແຫ່ງຄວາມເຄົາລົບເຫຼື້ອມໃສ ພອກພູນສັດທາ ຈຶ່ງໄດ້ຊື່ວ່າ ເຈດີຍ໌ ນັ້ນເອງ