
ພຣະຫຼັກແກ້ວມະຫາວໍຣະຍານາທິບໍດີ (ມະຫາເຫວດ ມະເສໄນ)
ຮອງປະທານຜູ້ປະຈໍາການສູນກາງ ອ.ພ.ສ. ອົງຊີ້ນຳລວມວຽກງານກັມມາທິການເຜີຍແຜ່ສີລະທັມແລະປະຕິບັດກັມມະຖານ ສູນກາງ ອພສ.
ຕຳແຫນ່ງທາງວິຊາການ ດຣ.ພຸດທະສາດບັນດິດ ກິດຕິມະສັກ
ຕຳແຫນ່ງທາງຄະນະສົງ ຮອງປະທານອົງການພຸດທະສາສະນາສັມພັນແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,ອົງຊີ້ນຳລວມວຽກກງານກັມມາ ທິການເຜີຍແຜ່ສີລະທັມ ແລະ ປະຕິ ບັດກັມມະຖານສູນກາງ ອພສ. ເຈົ້າອາວາດວັດສະຕະສະຫະສາຣາມສີສະເກດ
ທີ່ຢູ່ປັດຈຸບັນ ວັດສີສະເກດ ເຂດວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ
ປະຫວັດການສຶກສາ
ຄ.ສ 1960 ປະຣຽນທັມ 3 ປະໂຫຍກ ທີ່ສໍານັກວັດເໜືອ ເມືອງ ສະກົນນະຄອນ ແຂວງ ສະກົນນະຄອນ,ປະເທດໄທ
ປະຫວັດການເຮັດວຽກ
ຄ.ສ 1964 ເປັນຄູສອນນັກທັມ-ປາລີ, ທີ່ ວັດທັມມາວາດ ເມືອງວານອນວິວາດ ແຂວງ ສະກົນນະຄອນ.
ຄ.ສ 1966-1974 ເປັນຄູສອນ ໂຮງຮຽນພຸດທະຍຸວະຊົນ ວັນອາທິດ ທີ່ ສໍານັກວັດສີສະເກດ
ຄສ 1974-78 ເປັນຄູສອນປະຊາສຶກສາ ໃຫ້ແກ່ອອກຕົນຍາດໂຍມຊາວບ້ານ ຊຽງຍືນ.
ຄ.ສ 1982 ເປັນຄູສອນ ໂຮງຮຽນສ້າງຄູສົງ ຊັ້ນຕົ້ນ ວັດສະຫວ່າງ ແລະ ຊັ້ນກາງ ວັດອົງຕື້.
ຄ.ສ 1996 ແຕ່ງໂຄງຮ່າງຫຼັກສູດ ວິຊາ ທັມມະປະຍຸກ, ວິຊາພຣະວິໄນບັນຍັດ, ທັງເປັນຄູສອນວິຊາເຫຼົ່ານີ້ 2 ປີ ທີ່ວິທະຍາໄລສົງອົງຕື້.
ຄ.ສ 2000 ຈັດຕັ້ງໂຄງການສອນ ແລະ ຝຶກອົບຮົມ ພຣະທັມມະກະຖຶກ ໃຫ້ແກ່ພຣະສົງສາມະເນນ ໃນເທສະການເຂົ້າພັນສາ.
ປະຫວັດການແຕ່ງຕັ້ງຊັ້ນຕຳແໜ່ງ
ຄ.ສ 1998 ຖືກແຕ່ງຕັ້ງ ໃຫ້ເປັນປະທານຄະນະ ພ.ສ.ລ (ອ.ພ.ສ), ຕາແສງວັດຈັນ.
ຄ.ສ 1983 ໄດ້ຖືກແຕ່ງຕັ້ງ ໃຫ້ເປັນ ເຈົ້າອະທິການວັດ ສີສະເກດ.
ຄ.ສ 1996 ເປັນ ຜູ້ຮອງອໍານວຍການ ວິທະຍາໄລສົງອົງຕື້, ຝ່າຍກິດຈະການນັກສຶກສາ.
ຄ.ສ 1998 ເປັນຮອງຫົວໜ້າ ກັມມາທິການ ເຜີຍແຜ່ສີລະທັມ ແລະ ວິປັດສະນາ ກໍາມະຖານ ອ.ພ.ສ.
ຄ.ສ 2005 ເປັນ ຜູ້ອໍານວຍການ ວິທະຍາໄລສົງອົງຕື້.
ຄ.ສ 2008 ເປັນທີ່ປຶກສາ ຂອງ ວິທະຍາໄລສົງອົງຕື້.
ຄ.ສ 2010 ເປັນຮອງປະທານຜູ້ປະຈໍາການສູນກາງ ອ.ພ.ສ.
ຄ.ສ 2010-ປັດຈຸບັນ ເປັນຮອງປະທານຜູ້ປະຈໍາການສູນກາງ ອ.ພ.ສ. ຊີ້ນຳລວມວຽກງານກັມມາທິການເຜີຍແຜ່ສີລະທັມແລະປະຕິບັດກັມມະ ຖານ ສູນກາງ ອພສ.