ພຣະອາຈານບຸນຊູ ຊິນະວັງໂສ(ນິໂຄລາສ ແອນໂທນີ) ເກີດ ວັນທີ 22 ເດືອນ ມັງກອນ ຄ.ສ 1974

ພຣະອາຈານບຸນຊູ ເປັນພຣະສຸປະຕິປັນໂນ(ຜູ້ປະຕິບັດດີປະຕິບັດຊອບ) ອົງໜຶ່ງໃນລາວ. ເພິ່ນເຄີຍກ່າວໄວ້ວ່າ “ເກີດຢູ່ອັງກິດ ແຕ່ຂໍຕາຍຢູ່ລາວ, ຄົນອັງກິດ ຫົວໃຈລາວ”. ເພິ່ນເກີດໃນຕະກູນເຊື້ອຊັ້ນສູງ ເຊິ່ງມີພໍ່ເປັນນັກການທູດໃນອັງກິດ, ໄດ້ສຶກສາຮ່ຳຮຽນໃນສະຖາບັນການສຶກສາໃນເຊື້ອພຣະວົງ ແຕ່ເມື່ອຮຽນຈົບແລ້ວ ກໍເຮັດວຽກຊົ່ວຄາວຕາມວິທີຂອງຊາວໂລກ. ຕໍ່ມາກໍໄດ້ສະແຫວງຫາສັດຈະທັມ ດ້ວຍການສຶກສາຮ່ຳຮຽນພຸດທະສາສນາໃນນິກາຍເຖຣະວາດ ທັງໃນອັງກິດ,ສີລັງກາ, ກຳປູເຈຍ, ໄທ ແລະສຸດທ້າຍ ເລືອກທີ່ຈະໃຊ້ຊີວິດເປັນພໍ່ຂາວແລະອຸປະສົມບົດໃນລາວເມື່ອສິບປີກ່ອນ. ຕະຫລອດໄລຍະ 10 ພັນສາທີ່ເພິ່ນໄດ້ອາໄສຮົ່ມເງົາຜ້າກາສາວະພັດ ໄດ້ປະຕິບັດເຄັ່ງຄັດຕາມຄອງພຣະກຳມະຖານ ມັກນ້ອຍ ສັນໂດດ ໃຊ້ຊີວິດຕາມຫລັກພຣະທັມວິນັຍຂອງພຣະພຸດທະອົງ ດຳລົງຕົນຢ່າງງົດງາມ ເຮັດແທ້ທຳຈິງ, ແຕ່ລະປີເພິ່ນຈະປ່ຽນວັດຈຳພັນສາໄປແຕ່ລະແຫ່ງ ໂດຍບໍ່ຈຳຢູ່ບ່ອນເກົ່າ ເພື່ອສະແຫວງຫາຄວາມວິເວກ ແລະເພື່ອບໍ່ຢຶດຕິດສະຖານທີ່.

ພັນສາສຸດທ້າຍຂອງເພິ່ນໄດ້ອາໄສຈຳພັນສາທີ່ວັດຕາດຊອຍວອຍ ພູເຂົາຄວາຍ, ບ້ານນາຄັນທຸງ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ມີມື້ໜຶ່ງເພິ່ນເກີດອຸບັດຕິເຫດພະລາດຕົກກ້ອນຫີນ ແລະໄດ້ເຂົ້າມາຜ່າຕັດເອົາເຫລັກອອກທີ່ເພິ່ນເຄີຍຜ່າຕັດມາກ່ອນ ທີ່ໂຮງໝໍ 150 ຕຽງ. ເນື່ອງຈາກວ່າ ເພິ່ນຖືທຸດົງຄະວັດໃນຂໍ້ ບິນທະບາດເປັນວັດຢ່າງເຄັ່ງຄັດ ຈິ່ງບໍ່ໄດ້ພັກຮັກສາຕົວປົກກະຕິຕາມແພດໝໍສັ່ງ ແຕ່ເພິ່ນເລືອກທີ່ຈະອອກບິນທະບາດຕາມຄຳອະທິດຖານທຸດົງຂໍ້ທີ່ໄດ້ສະມາທານໄປນັ້ນ ເຮັດໃຫ້ບາດແຜການຜ່າຕັດບໍ່ເຊົາ ເກີດການອັກເສບ ໃນທີ່ສຸດ ເພິ່ນກໍທົນຕໍ່ຄວາມເຈັບປວດຊຳເຮື້ອບໍ່ໄດ້ ຈິ່ງໄດ້ລະສັງຂານໃນຕອນເຊົ້າຂອງວັນທີ 15 ເມສາ 2021 ໃນເວລາ ປະມານ 7 ໂມງເຊົ້າ. ສິຮິອາຍຸ 47 ປີ,10 ພັນສາ.

ພຣະອາຈານບຸນຊູ ເປັນພຣະສົງຊາວອັງກິດທີ່ບວດໃນລາວອົງທຳອິດ.ພິທີຊາປະນິກິດສົບຂອງເພີ່ນໄດ້ຈັດຂື້ນທີ່ວັດດົງສະຫວາດເທພະນາລີ ໃນວັນທີ 22 ເມສາ 2021. ພິທີໄດ້ຈັດແບບລຽບງ່າຍ ຕາມການສັ່ງເສຍຂອງເພີ່ນວ່າ ໃຫ້ຈັດແບບກະທັດຮັດ ປະຫຍັດ ລຽບງ່າຍ ສ່ວນອັດຖິໃຫ້ເອົາກັບຄືນສູ່ທຳມະຊາດ.

ສ່ວນ ຄຸນນງາມຄວາມດີຂອງພຣະອາຈານບຸນຊູ ໃຫ້ແກ່ປະເທດຊາດ ສັງຄົມ ຄືໃນໄລຍະເພີ່ນມາເປັນພໍ່ຂາວໃຫມ່ ເພີ່ນໄດ້ເປັນເຈົ້າພາບຊື້ທີດິນຂະຍາຍເນື້ອທີ່ດິນໃຫ້ວັດ ຢູ່ວັສິມມະໂນ ຄວຍແດງ ແລະ ຊ່ວງຈຳພັນສາຢູ່ ວັດປ່າພິລະວົງ ກໍ່ໄດ້ຊ່ວຍກວດແກ້ ປື້ມຫນັງສືທັມມະພາສາອັງກິດ ຊ່ວຍພຣະອາຈານ ດຳລົງ ພິມມະຈັກ ຢູ່ວັດປ່າ ພິລະວົງ ແລະ ອີກຜົນງານອັນຫນື່ງຄືເພີ່ນໄດ້ເປັນພຣະທັມມະທູດໄປໃນຕົວ ຄືການສ້າງສາຍສຳພັນພຣະພຸດທະສາສະນາໃນອາຊີສູ່ຍູໂຣບ.

ພຣະອາຈານບຸນຊູຈາກໄປ ເຫລືອໄວ້ແຕ່ຄຸນງາມຄວາມດີແລະ ວິທີປະຕິບັດຕາມຮອຍບາດພຣະສາສະດາສັມມາສັມພຸດທະເຈົ້າ ໃຫ້ພວກເຮົາຊາວພຸດທັງພຣະສົງແລະຍາດໂຍມຜູ້ທີ່ຮູ້ຈັກເພິ່ນໄດ້ເຫັນເປັນຕົວຢ່າງ ເພື່ອສືບຕໍ່ປະຕິບັດໃຫ້ເຂົ້າເຖິງສັດຈະທັມຄຳສອນຂອງພຣະພຸດທະເຈົ້າໃນອະນາດຄົດ.

ບົດຄວາມຈາກ FB: Venerable Sayadej Vongsopha

ຕິດຕາມຂ່າວສີລະທັມ,ຮູບພາບງາມກົດບ່ອນນີ້

ແບ່ງປັນເລື່ອງນີ້

#ຄຳຄົ້ນຫາຍອດນິຍົມ

ຄົ້ນຫາຂ່າວ

ຮູບ,ວິດີໂອ ເພີ່ມເຕີມ