Sithon Xayavongsone

ພຣະຍອດຄຳສຸນທະຣະຍານ ປະຕິພານທັມມະວິຈິດ ວິປັດສະນາບັນດິດມະຫາເມທາຈາຣຍ໌

(ພຣະອາຈາຣຍ໌ໃຫຍ່ສີທົນ ໄຊຍະວົງສອນ)

 

ຕຳແໜ່ງທາງຄະນະສົງ ຄະນະບໍລິຫານງານປະຈຳການ ສູນກາງ ອພສ ຫົວໜ້າກັມມາທິການເຜີຍແຜ່ສີລະທັມ ແລະປະຕິບັດກັມມະຖານ,ເຈົ້າອະທິການວັດປ່ານາຄູນນ້ອຍ

ປະຫວັດການສຶກສາ

ຄ.ສ 1996 ສຳເລັດການສຶກສາ ປະຣິນຍາຕຣີ ສາຂາການໄຟຟ້າ ວິທະຍາໄລໄຟຟ້າອິເຣັກໂທນິກ ນະຄອນຫຼວງວຽງຈັນ ເມື່ອຈົບການສຶກສາລະດັບປະຣິນຍາຕຣີແລ້ວ ພຣະອາຈານໃຫຍ່ ໄດ້ຫັນມາເອົາໃຈໃສ່ທາງດ້ານການສຶກສາວິປັດສະນາທຸຣະກັມມະຖານ ໂດຍການສຶກສາປະຕິບັດກັມມະຖານ ຢູ່ກັບ ຍາທ່ານອັກຄະມະຫາສັດທັມມະໂຊຕິກະທະຊະ (ຍາທ່ານໃຫຍ່ຊາລີ ກັນຕະສີໂລ) ວັດມະຫາພຸດທະວົງສາໂສກປ່າຫຼວງ ແລະໄດ້ຍ້າຍມາຢູ່ວັດປ່ານາຄູນນ້ອຍ ພຣະອາຈານເປັນພຣະປະຕິບັດວິປັດສະນາກັມມະຖານ ສາຍຍາທ່ານໃຫຍ່ມະຫາປານ ອານັນໂທ.

ປະຫວັດການແຕ່ງຕັ້ງໜ້າທີ່ ຕໍ່າແຫນ່ງ

ຄ.ສ 2003 ໄດ້ຮັບແຕ່ງຕັ້ງເປັນເຈົ້າອະທິການວັດປ່ານາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.

ຄ.ສ 2004-2007 ສຳເລັດການສຶກສາວິຊາທັມມະກະທຶກ

ຄ.ສ. 2005-2016 ໄດ້ຮັບແຕ່ງຕັ້ງເປັນຫົວໜ້າກັມມາທິການເຜີຍແຜ່ສີລະທັມ ແລະປະຕິບັດກັມມະຖານ ເມືອງນາຊາຍທອງ,​

ຄ.ສ 2011 ໄດ້ຮັບແຕ່ງຕັ້ງເປັນຄະນະບໍລິຫານງານປະຈຳການ ສູນກາງ ອພສ ຮອງຫົວໜ້າກັມມາທິ ການເຜີຍແຜ່ສີລະທັມ ແລະປະຕິບັດກັມມະຖານ ໂດຍການຮັບຮອງເອົາໃນກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດ ສະໄໝທີ 6.

ຄ.ສ 2013-2016 ໄດ້ຮັບແຕ່ງຕັ້ງເປັນຜູ້ຮັກສາການ ຫົວໜ້າກັມມາທິການເຜີຍແຜ່ສີລະທັມ ແລະປະຕິບັດກັມມະຖານ ສູນກາງ ອພສ

ຄ.ສ 2013 ໄດ້ຮັບແຕ່ງຕັ້ງເປັນຜູ້ບໍລິຫານ ແລະ ປະທານໂຄງການພຸດທະສາສະໜາເພື່ອການພັດທະນາ (ຄພພ)

ຄ.ສ. 2016 ໄດ້ຮັບແຕ່ງຕັ້ງເປັນຄະນະບໍລິຫານງານປະຈຳການ ສູນກາງ ອພສ ຫົວໜ້າກັມມາທິການເຜີຍແຜ່ສີລະທັມ ແລະປະຕິບັດກັມມະຖານ ໂດຍການຮັບຮອງເອົາໃນກອງປະຊຸມໃຫຍ່ຜູ້ແທນພຣະ ສົງທົ່ວປະເທດ ສະໄໝທີ 7 ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ.

ຄ.ສ 2019 ອົງພຣະຍອດແກ້ວ ສະກົນມະຫາສັງຄະປາໂມກ ໄດ້ມີພຣະລິຂິດປະກາສິຕາຄຸນ ໃຫ້ ໃຊ້ຊື່ນຳໜ້າ ຄະນະບໍລິຫານງານປະຈຳ ການ ຄື ພຣະຍອດຄຳສຸນທະຣະຍານ ປະຕິພານທັມມະວິຈິດ ວິປັດສະນາບັນດິດມະຫາເມທາຈາຣຍ໌

ກຽດຕິຄຸນ

ຄ.ສ. 2015 ໄດ້ຮັບຫລຽນໄຊແຮງງານຊັ້ນຫນຶ່ງຈາກລັດຖະບານ