ທີ່ສຳນັກປະຕິບັດວິປັດສະນາກັມມະຖານວັດປ່ານາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປິດໂຄງການຝຶກອົບຣົມ ຄຣູວິປັດສະນາ ປະຈຳສົກປີ2020- 2021ເຊິ່ງໄດ້ຈັດຂື້ນໃນວັນທີ30 ມີຖຸນາ2021 ຜ່ານມານີ້
ໂດຍໄດ້ຮັບຄວາມເມດຕາເປັນປະທານຂອງ ພຣະຫຼັກແກ້ວມະຫາວໍຣະຍານາທິບໍດີ ມະເວດມະເສໄນ ຮອງປະທານສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ.ລາວ,ອົງຊີ້ນຳວຽກກງານ ກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ,ພຣະຍອດຄຳສູນທະຣະຍານ ສີທົນ ໄຊຍະວົງສອນ ຄະນະບໍລິຫານງານປະຈໍາການ ,ຫົວໜ້າກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ ອພສ , ເຈົ້າອະທິການວັດປ່ານາຄູນານ້ອຍ ພ້ອມດ້ວຍພຣະເຖຣານຸເຖຣະ ແລະນັກສໍາມະນາກອນ ເຂົ້າຮ່ວມຢ່າງພ້ອມພຽງ.
ຝ່າຍຄະລະວາດເປັນກຽດເຂົ້າຮວ່ມໂດຍທ່ານ ພູວົງ ວົງລາດແກ້ວ ຄະນະປະຈຳພັກເມືອງ ,ຮອງເຈົ້າເມືອງ ເມືອງນາຊາຍທອງ ,ທ່ານ ບຸນທະວີ ພອນທະສີນ ຮອງຫົວໜ້າກົມສາສະໜາ ສູນກາງແນວລາວສ້າງຊາດ ພ້ອມດ້ວຍ ການຈັດຕັ້ງທຸກພາກສວ່ນຂອງບ້ານນາຄູນນ້ອບ,ບັນດາເຈົ້າສັດທາ ແລະ ອອກຕົນຍາດໂຍມ.
ຈຸດປະສົງຂອງໂຄງການຝຶກອົບຮົມຄູວິປັດສະນາ ແມ່ນ ເພື່ອໃຫ້ພຣະສົງສາມະເນນ ແລະ ແມ່ຂາວໄດ້ມີໂອກາດພັດທະນາສີລ ສະມາທິ ປັນຍາສາມາດປ່ຽນແປ່ງທັດສະນະຄະຕິ ຂອງຕົນ
ເພື່ອໃຫ້ຜູ້ເຂົ້າອົບຮົມມີຄວາມຮູ້ຄວາມເຂົ້າໃຈຕໍ່ແນວທາງປະຕິບັດວິປັດສະນາກັມມະຖານຕາມຫຼັກສະຕິປະຖານ ສີ່ (4)
ເພື່ອສ້າງພຣະນັກເຜີຍແຜ່,ພຣະວິປັດສະນາຈາຣຍ໌ໃຫ້ມີຄວາມເປັນເອກະພາບ ມີຄວາມຮູ້ຄວາມສາມາດໃນການປະຕິບັດວິປັດສະນາກັມມະຖານ ແລະ ເຜືຍແຜ່ພຣະພຸດທະສາສະຫນາ ຢ່າງຖືກຕ້ອງ.
ເພື່ອເປັນການສຶກສາ ແລະ ພັດທະນາຫຼັກສູດການເຝິກອົບຮົມຄຣູວິປັດສະນາໃຫ້ມີຄຸນນະພາບ ແລະ ສ້າງເປັນຫຼັກສູດມາດຕະຖານສໍາຫຼັບການເຝິກອົບຮົມຄັ້ງຕໍ່ໄປ.
ໂຄງການຝຶກອົບຮົມ ຄຣູວິປັດສະນາ ໄດ້ມີນັກສໍາມະນາກອນພາຍໃນນະຄອນຫລວງວຽງຈັນ ແລະຈາກ 9 ແຂວງ ທົ່ວປະເທດ ເຂົ້າຮວ່ມທັງໝົດຈໍານວນ88 ຄົນ ໃນນັ້ນມີ ພຣະສົງ 56 ອົງ,ສາມະເນນ 14 ອົງ, ພໍ່ຂາວ 1 ຕົນ ແລະ ແມ່ ຂາວ 17 ຕົນ ເຊິ່ງໄດ້ໃຊ້ເວລາ ຝຶກອົບຮົມ ໄລຍະ9ເດືອນ
ບັນດານັກສຳມະນາກອນແມ່ນໄດ້ຜ່ານພາກທິສະດີ ເປັນເວລາ 3 ເດືອນໄດ້ຮຽນ 8 ວິຊາ ຄື ອະພິທັມ ວິໄນ ພຸດທະຈາຣິຍາ ສາວົກຈາຣິຍາ ມຸງຄຸນຊີວິດ ພຸດທະປະຫວັດ ສະຕິປັດຖານສີ່ ສາສະນາພິທີ ແລະ ວິປັດສະນາພູມຫົກ.
ພາກປະຕິບັດ ແມ່ນ ນໍາພາປະຕິບັດວິປັດສະນາກັມມະຖານ ູ 6 ເດືອນ
ພາກກິດຈະກຳ ແມ່ນໄດ້ເຝິກການເທດການເຜີຍແຜ່ ແລະ ການສອນທັມມະ
ສໍາລັບນັກວິທະຍາກອນທີ່ ໄດ້ສົ່ງຄວາມຮູ້ ໃຫ້ນັກສໍາມະນາກອນແມ່ນມາຈາກກັມມາທິການເຜີຍແຜ່ສິລທັມ ແລະ ປະຕິບັດກັມມະຖານສູນກາງ ອົງການພຸດທະສາສະຫນາສໍາພັນແຫ່ງ ສປປ ລາວ,ໂຄງການພຸດທະສາສະຫນາເພື່ອການພັດທະນາ(ຄພພ), ອົງການຈັດຕັ້ງພັກລັດ ແລະ ເອກກະຊົນທີ່ກ່ຽວຂ້ອງ ແລະ ສໍານັກປະຕິບັດກໍາມະຖານວັດປ່ານາຄູນນ້ອຍ.
ຜ່ານໂຄງການຝຶກອົບຮົມຄຣູວິປັດສະນາດັ່ງກ່າວ ນັກສໍາມະນາກອນສ່ວນຫຼາຍແມ່ນມີຄວາມຕັ້ງໃຈ ,ເອົາໃຈໃສ່ຕໍ່ໃນການເຝິກອົບຮົມທັງພາກທິດສະດີ ແລະພາກ ປະຕິບັດ. ຜູ້ເຂົ້າອົບຮົມ 86% ເຂົ້າໃຈຮູບແບບ ແລະ ແນວທາງປະຕິບັດສະມະຖະ ວິປັດສະນາ ຢ່າງຖືກຕ້ອງ.
ສາມາດໄດ້ພຣະວິປັດສະນາຈາຣທີ່ມີຄວາມເປັນເອກະພາບ ມີຄວາມສມາດ ແລະ ເຂົ້າໃຈຕໍ່ການປະຕິບັດສະມະຖະ ແລະ ວິປັດສະນາ ແລະ ເຜີຍແຜ່ພຣະພຸດທະສາສະຫນາ ຢ່າງຖືກຕ້ອງ
ໄດ້ພັດທະນາຄູ່ມີຫຼັກສູດການຝຶກອົບຮົມຄຣູວິປັດສະນາໃຫ້ມີຄຸນນະພາບ ແລະ ສ້າງເປັນຫຼັກສູດ ມາດຕະຖານສໍາຫຼັບການເຝິກອົບຮົມຄັ້ງຕໍ່ໄປ.


