ເມື່ອວັນທີ່ 1 ກໍລະກົດ 2021 ຜ່ານມານີ້ ທີ່ຫໍທັມມະສະພາ ວັດທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.ເນື່ອງ​ໃນ​ໂອກາດ​ເຂົ້າ​ຈຳ​ພັນສາ.​ 5 ກັມມາທິການຂອງ ແລະ 1 ຫ້ອງການ  ອພສ ແຫ່ງ ສປປ ລາວ ພ້ອມດ້ວຍ ອພສ 9 ຕົວເມືອງ ໃນ ນະຄອນຫຼວງວຽງຈັນ, ຄອບຄົວການນຳ ຊາວພຸດທະສາສະນິກກະຊົນ ໄດ້​ຮ່ວມກັນເຮັດພິທີສາມີຈິກັມ ຄາຣະວະ ຕໍ່ອົງ​ພຣະ​ປະມຸກ​ແຫ່ງ​ສົງ​,ພຣະ​ຫຼັກ​ແກ້ວ​ຄະນະ​ປະທານ, ພຣະ​ມະຫາ​ທັມມາຈາຣຍ໌ ແລະ ຄະນະທີ່ປຶກສາ ຂອງ​ສູນກາງ​ ອພສ​ ເຊິ່ງ​ເປັນ​ບິດາ​ຈາ​ຣຍ໌,​ ເປັນ​ພຣະ​ມະຫາ​ເຖຣະ​ເຈົ້າ ຜູ້​ຊົງ​ຄຸນ​ວຸດທິ​ຊົງຣັດຕັນຍູ,​ ຮູ້​ລັດ​ຕີການອັນຍາວນານໃນພຣະທັມວິໄນ ແລະ ເປັນ​ທີ່​ເຄົາລົບ​ສັກກາຣະ​ບູຊາ​ຢ່າງ​ສູງ​.

ໂດຍ ອີງ​ຕາມ​ຫຼັກ​ອາຣິຍະປະເພນີ,​ ຫຼັກ​ແຫ່ງ​ພຣະ​ທັມມ​ະວິໄນ​ອັນ​ປະເສີດ​ຂອງ​ ອົງ​ພຣະ​ບໍ​ຣົ​ມ​ມະ​ສາ​ສະດາສັມມາສັມພຸດທະເຈົ້າ ແລະ​ ຮີດຄອງ​ປະເພນີ​ອັນ​ດີ​ງາມ​ຂອງ​ພຸດ​ທະ​ສາສະໜາ​ໃນ​ ສປປ​ ລາວ​ ທີ່​ມີ​ມາ​ແຕ່​ບັນ​ພະການ ແລະ ມະຕິ​ກອງປະຊຸມ​ຂອງ​ຄະນະ​ບໍລິຫານ​ງານ​ ​ສູນ​ກາງ ອົງ​ການ​ພຸດທະ​ສາສະໜາ​ສັມພັນ​ລາວ​ແຫ່ງ​ ສປປ​ ລາວ ເຫັນດີໃຫ້ຖືປະຕິບັດພິທີສາມີຈິກຳ​ອົງ​ພຣະ​ປະມຸກ​ສົງ​ ແລະ​ ອົງ​ພຣະ​ຫຼັກ​ແກ້ວ,​ຄະນະ​ປະທານ​ສູນກາງ​ ອພສ​ ເປັນປະຈຳທຸກປີ.

ຄຳວ່າ​ສາມິຈິກັມ​ໝາຍ​ເຖິງ ​ການຂໍຂະມາໂທດ,​ ການ​ໃຫ້​ອະໄພ​ເຊິ່ງ​ກັນ​ ແລະ ​ກັນ​ ທຸກ​ໂອກາດ​ບໍ່​ວ່າ​ຈະ​ມີ​ໂທດ​ຄັດຂ້ອງໝອງໃຈກັນ ຫຼື​ ບໍ່​ມີ​ໂທດ​ໄດ້​ກໍ່​ຕາມ​ ຖ້າ​ເມື່ອ​ເຖິງ​ໂອກາດ​ເວລາ​ທີ່​ຄວນ​ເຮັດ​ສາມີຈິກັມ​ແລ້ວ​ ພຣະ​ພິກ​ສຸສົງ-ອົງ​ສາມະເນນ ​ກໍ່​ບໍ່​ລະຮີດຄອງ​ປະເພນີ​ອັນ​ດີ​ງາມ​ຂອງ​ຄວາມ​ເປັນ​ພຣະ​ສົງ​ ສາມະເນຣ ຖືປະຕິບັດດີປະຕິບັດຊອບຕາມພຣະທັມ ວິໄນອັນປະເສີດ.

ໂອກາດທີ່ຄະນະສົງນິຍົມເຮັດພິທີສາມີຈິກຳ ຄື ໃນໄລຍະວັນເຂົ້າຈຳພັນສາ ແລະ ຫຼັງເຂົ້າພັນສາ 7 ວັນ ການເຮັດພິທີສາມີຈິກຳ ສາມາດແບ່ງອອກເປັນ 2 ແບບ ຄື ແບບຂໍຂະມາລາໂທດ ແລະ ແບບຖວາຍສັກາລະບູຊາ.

ການທຳສາມີຈິກຳແບບຂໍຂະມາໂທດ ນິຍົມເຮັດຕໍ່ພຣະສົງທີ່ຕົນເຄົາລົບສັກກາລະບູຊາ, ເນື່ອງໃນໂອກາດຈະຈາກໄປຢູ່ບ່ອນອື່ນ ເຊີ່ງນິຍົມເຮັດຕໍ່ອົງທີ່ມີອາຍຸພັນສາຫຼາຍກວ່າ ແລະ  ເຮັດພິທີສາມີຈິກຳຕໍ່ອົງທີ່ເຄົາລົບນັບຖືທົ່ວໄປ.

ການເຮັດ ສາມິຈິກຳ ແບບຖວາຍສັກກາລະ ເປັນການສະແດງ ມຸທິຕາສັກກາລະ ເຊີ່ງນິຍົມກະທຳຕໍ່ພຣະສົງອົງທີ່ທີ່ຕົນເຄົາລົບນັບຖືໃນໂອກາດທີ່ເພີ່ນໄດ້ຮັບຍົກຍອງເຊີດຊູ.

ການເຮັດສາມີຈິກຳແບບໃດກໍ່ດີ ລ້ວນແຕ່ເປັນສິ່ງອັນດີງາມ ຕາມທຳວິໄນອັນປະເສີດ.

ເພາະການມີຈິດສຳນຶກຜິດ ເປີດເຜີຍຄວາມປະມາດຂອງຕົນ ເພື່ອຈະໄດ້ສຳລວມລະວັງ ແລະ ປັບປຸງຕົວເອງໃຫ້ດີຂື້ນ ຊື່ວ່າເປັນຜູ້ຈະເລີນຂື້ນ ໃນອະລິຍະທຳ ແລະ ອະລິຍະວິໄນໂດຍແທ້.

ອີກປະການຫນື່ງ ພຣະພຸດທະເຈົ້າຕັດວ່າ ຄວາມເຄົາລົບ, ຄວາມອ່ອນນ້ອມຖ່ອມຕົນ, ຄວາມກະຕັນຍຸ, ຄວາມອົດທົນ ແລະ ຄວາມວ່າງ່າຍສອນງາ່າຍ ລ້ວນແຕ່ເປັນມຸງຄຸນ ອັນອຸດົມ ນຳຄວວາມຈະເລີນ ຄວາມຮຸ່ງເຮືອງມາສູ່ຕົນ.

ຕິດຕາມຂ່າວສີລະທັມ,ຮູບພາບງາມກົດບ່ອນນີ້

ແບ່ງປັນເລື່ອງນີ້

#ຄຳຄົ້ນຫາຍອດນິຍົມ

ຄົ້ນຫາຂ່າວ

ຮູບ,ວິດີໂອ ເພີ່ມເຕີມ