ທ່ານ ເຊຢັງໂອ ປະທານໃຫຍ່ ກຸ່ມບໍລິສັດໂຄລາວ ແລະ ຄະນະພະລັງກັນລະຍານະທັມຮຸ່ນສືບທອດ ໄດ້ຖວາຍອຸປະກອນ ໄອທີ ແລະ ປັດໄຈ ມູນຄ່າ 15 ລ້ານ ພ້ອມດ້ວຍເງິນສົດ 10 ລ້ານ ລວມ 25 ລ້ານກີບ ໃຫ້ຄະນະສື່-ປະຊາສໍາພັນ ຂອງ ກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ສູນກາງ ອົງການພຸດທະສາສະໜາສຳພັນລາວ (ອພສ).
ຄະນະສື່-ປະຊາສັມພັນ ເປັນໜ່ວຍງານໜຶ່ງ ຂອງ ກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ ອພສ. ເຊີ່ງປະກອບດ້ວຍ ສື່ໂທລະພາບ, ສື່ວິທະຍຸ, ສື່ອອນລາຍ ແລະ ສື່ສິ່ງພິມ.
ປັດຈຸບັນນີ້ ຄະນະສື່-ປະຊາສຳພັນ ໄດ້ດຳເນີນການຜະລິດ ສື່ທັມມະຫຼາກຫຼາຍປະເພດ ມີ ບົດຂ່າວການເຄື່ອນໄຫວຂອງຄະນະສົງ, ລາຍການທັມມະສາລະ ແລະ ຄະຕິທັມ ອື່ນໆ.
ໂດຍຜ່ານໂທລະພາບ, ວິທະຍຸ ແລະ ຊ່ອງທາງອອນລາຍ ເຊັ່ນ ລາຍການ ພຸດທະທຳນຳຊີວິດ ອອກກາດທາງສະຖານີໂທລະພາບແຫ່ງຊາດລາວ ຊ່ອງ 1 ທຸກໆ ວັນອາທິດ, ລາຍການ ສະຕິມາປັນຍາເກີດ ອອກອາກາດທາງສະຖານີວິທະຍຸແຫ່ງຊາດລາວ FM.95.00MHz ທຸກໆເຊົ້າເວລາ 6- 7 ໂມງ ແລະ ລາຍການທັມມະອື່ນໆ ຕາມຊ່ອງທາງສື່ອີເລັກໂທນິກ ແລະ ສື່ອອນລາຍ ເຊັ່ນ ເວັບໄຊຕ໌,ເຟສບຸກເພຈ ແລະ ຢູທູບ.
ວຽກງານສື່-ປະຊາສຳພັນເຫຼົ່ານີ້ ເຮັດວຽກເປັນກະບອກສຽງໃຫ້ແກ່ ກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ແລະ 4 ກັມມາທິການການ ກັບ 1 ຫ້ອງການຂອງ ສູນກາງ ອພສ. ເປັນຄະນະຮັບຜິດຊອບໃນການເຜີຍແຜ່ຂໍ້ມູນຂ່າວສານການເຄື່ອນໄຫວວຽກງານຕ່າງໆ ຂອງຄະນະສົງລາວ ທັງພາຍໃນ ແລະ ຕ່າງປະເທດ.
ຍ້ອນເຫັນໄດ້ຄວາມສຳຄັນຂອງວຽກງານສື່-ປະຊາສຳພັນ ຕໍ່ພຸດທະສາສະໜາ ທາງບໍລິສັດໂຄລາວ ແລະ ຄະນະພະລັງກັນລະຍານະທັມ ແລະ ພາກສ່ວນອື່ນໆ ຈຶ່ງໄດ້ໃຫ້ການອຸປະຖັມ ພຣະພຸດທະສາສະໜານາມາຢ່າງຕໍ່ເນື່ອງ ເຊັ່ນຕັ້ງແຕ່ປີ 2011 ທາງບໍລິສັດໂຄລາວ ກໍ່ຄືກຸ່ມພະລັງກັນລະຍານະທັມ ກໍ່ໄດ້ໃຫ້ການສະຫນັບສະຫນຸນ ລາຍການສະຕິມາປັນຍາເກີດ. ທາງ ຄະນະສື່-ປະຊາສຳພັນ ຂໍອະນຸໂມທະນາບຸນຢ່າງຍິ່ງ ກັບ ທ່ານ ປະທານ ກຸ່ມບໍລິສັດໂຄລາວ, ກຸ່ມພະລັງກັນລະຍານະທັມ ແລະ ທຸກທ່ານ ໃຫ້ຈະເລີນ ໃນ ສີນ ສະມາທິ ປັນຍາ ຍິ່ງໆຂື້ນໄປເທີ້ນ.