ສູນຄຸ້ມຄ້ອງກໍລະນີໂຄວິດ-19 ແຂວງສະຫວັນນະເຂດ ໄດ້ຮັບເຄື່ອງ ອຸປະໂພກ-ບໍລິໂພກ ພ້ອມເງິນສົດ ລວມມູນຄ່າປະມານ 80 ລ້ານກີບ ຈາກ ກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ (ກຜປຖ) ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ( ອພສ).

ໂດຍການຊີ້ນຳຂອງ ພຣະຫຼັກແກ້ວມະຫາວໍລະຍານາທິບໍດີ (ມະຫາເຫວດ ມະເສໄນ) ຮອງປະທານ,ອົງຊີ້ນຳລວມວຽກງານ ກຜປຖ,ເຈົ້າອາທິການວັດສີສະເກດ ເຊີ່ງມີຄອບຄົວ ຕຸນີ່ ທອງສະບາ ເປັນເຈົ້າສັດທາຫຼັກ ພ້ອມດ້ວຍສິດສານຸສິດ ພຸດທະສາະນິກກະຊົນຫຼາຍພາກສ່ວນ ພາຍໃນ ເມືອງຈັນທະບູລີ, ເມືອງຫາດຊາຍຟອງ ແລະ ເມືອງໄຊທານີ້ ກໍ່ໄດ້ຊ່ວຍສົມທົບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ດ້ວຍ.

ພິທີມອບໄດ້ຈັດຂື້ນ ​ໃນວັນທີ​ 16 ສິງຫາ​ 2021​ຜ່ານມານີ້ ທີ່​ວັດ​ສີສະເກດ​ສະຕະສະຫັສສາຣາມ​ ເມືອງ​ຈັນທະ​ບູ​ລີ​ ນະຄອນຫຼວງ​ວຽງຈັນ ເຊີ່ງເມດຕາມອບໂດຍ ພຣະຫຼັກແກ້ວມະຫາວໍລະຍານາທິບໍດີ(ມະຫາເຫວດ ມະເສໄນ) ແລະ ຕ່າງໜ້າ​ຮັບ​ໂດຍ ທ່ານ ທອງໃສ ໄຊຍະວົງຄຳດີ ກຳມະການພັກແຂວງ,ຫົວໜ້າຫ້ອງວ່າການປົກຄອງ,​ ຄະນະສະເພາະກິດເພື່ອສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດພະຍາດໂຄວິດ-19 ແຂວງສະຫວັນນະເຂດ​ພ້ອມດ້ວຍ​ຄະນະ.

ຈຸດປະສົງການລະດົມເຄື່ອງຊ່ວຍເຫຼື່ອໃນຄັ້ງນີ້ ແມ່ນຊ່ວຍແບ່ງເບົາ ແລະ ແກ້ໄຂຄວາມບໍ່ພຽງພໍຕໍ່ການຄວບຄຸມຈຳກັດບໍລິເວນຂອງແຮງງານລາວທີ່ມາຈາກປະເທດເພື່ອນໄກ້ຄຽງ.

ແລະເນື່ອງຈາກພະຍາດໂຄວິດຍັງຮຸກຮານຫຼາຍຢູ່ ທາງພຣະສົງເຮົາກໍ່ບໍ່ໄດ້ນິ້ງນອນໃຈ ພະຍາຍາມເປັນສື່-ປະຊາສຳພັນ ລະດົມເຄື່ອງຊ່ວຍເຫຼືອຈາກຫຼາຍພາກສ່ວນ ແລະ ຍັງຈະໄດ້ລະດົມໄປເລື່ອຍໆ.

ພະຫຼັກແກ້ວຍັງໄດ້ບອກເຕີ່ມອີກວ່າ ໃຫ້ປະຊາຊົນລາວເຮົາມີສະຕິ ບໍ່ປະມາດ ເພາະຄວາມປະມາດເປັນຫົນທາງແຫ່ງຄວາມຕາຍ ໂດຍສະເພາະ ຄົນທີ່ຍັງບໍ່ຕິດ ກໍ່ຢ່າໄດ້ປະມາດ ເລື່ອງຂອງອະບາຍະມຸກ ການຫຼີ້ນກິນຝຸ້ມເຝືອຍ  ຢາທີ່ເປັນກຳລັງສຳຄັນ ຄື ການປະຕິບັດຕາມແນວທາງຂອງພັກຂອງລັດ.

ຕິດຕາມຂ່າວສີລະທັມ,ຮູບພາບງາມກົດບ່ອນນີ້

ແບ່ງປັນເລື່ອງນີ້

#ຄຳຄົ້ນຫາຍອດນິຍົມ

ຄົ້ນຫາຂ່າວ

ຮູບ,ວິດີໂອ ເພີ່ມເຕີມ