
ປະຫວັດ ແລະ ຄວາມເປັນມາ
ນັບຕັ້ງແຕ່ປະເທດຊາດລາວເຮົາ ໄດ້ຮັບການປົດປ່ອຍສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລ້ວ. ທາງ ພັກ-ລັດ ກໍ່ໄດ້ຈັດຕັ້ງ ແລະ ນຳພາປະຊາຊົນບັນດາເຜົ່າ ໃນການສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງໝັ້ນຄົງ ບໍ່ວ່າຈະເປັນທາງດ້ານການເມືອງ, ການປົກຄອງ, ເສດຖະກິດ, ສັງຄົມ, ຮີດຄອງປະເພນີ, ວັດທະນະທຳ, ການສຶກສາ, ການຮຽນຮູ້, ເຕັກໂນໂລຊີຕ່າງໆ ເພື່ອໃຫ້ທັດທຽມກັບ ບັນດານາໆປະເທດ. ຄຽງຄູ່ກັບການສ້າງສາ ພັດທະນາດັ່ງກ່າວນັ້ນ, ທາງດ້ານຈິດໃຈຂອງປະຊາຊົນບັນດາເຜົ່າກໍ່ຈຳເປັນທີ່ຈະຕ້ອງໄດ້ມີການພັດທະນາ, ດັ່ງນັ້ນ ທາງພັກ-ລັດ ຈຶ່ງໄດ້ໃຫ້ຄວາມສຳຄັນ ແລະ ຮຽກຮ້ອງໃຫ້ທາງດ້ານສາສະໜາ ປະກອບສ່ວນໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ. ເພື່ອຕອບສະໜອງຕາມແນວທາງນະໂຍບາຍ ຂອງພັກ-ລັດ ທາງອົງການພຸດທະສາສະໜາສຳພັນລາວ ກໍ່ໄດ້ມີການຈັດຕັ້ງປະຕິບັດ ແລະ ແບ່ງໜ້າທີ່ວຽກງານ ເປັນຂັ້ນໆ ໃນການເຄື່ອນໄຫວວຽກງານ ເທດສະໜາສັ່ງສອນ ສຶກສາອົບຮົມ ປະຊາຊົນບັນດາເຜົ່າ ໃຫ້ມີນ້ຳໃຈ ຮັກເຊື້ອແພງຊາດ, ຮັກພາສາ, ຮັກຮີດຄອງປະເພນີ-ວັດທະນະທຳ, ຮັກຜືນແຜ່ນດິນຖີ່ນເກີດຂອງຕົນ, ດຸໝັ່ນຂະຫຍັນພຽນ, ອອກເຫື່ອເທແຮງ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ.
ພາລະໜ້າທີ່
ພາກທີI
ການຈັດຕັ້ງ ແລະ ການເຄື່ອນໄຫວ
ຂອງ ກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ
– ອີງຕາມທັມມະນູນສົງລາວສະບັບພຣະພຸດທະສັງກາດ2561 ມາດຕາ 29 ວ່າດ້ວຍພາລະບົດບາດສິດ ແລະ ໜ້າທີ່ຂອງກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ
– ອີງຕາມດຳລັດຂອງນາຍົກລັດຖະມົນຕີ ເລກກທີ 37/ນຍ ລົງວັນທີ 15 ທັນວາ 217 ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ທັມມະນູນສົງລາວ(ສະບັບປັບປຸງ)
1. ທີ່ຕັ້ງຂອງກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ
ກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ສູນກາງ ຂຽນເປັນຕົວອັກສອນຫຍໍ້ “ ກຜປຖ” ແມ່ນກັມມາທິການໜຶ່ງໃນສູນສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ສູນກາງ ມີສຳນັກງານ ຕັ້ງຢູ່ມະຫາກະດີວັດພຣະທາດຫຼວງເໜືອ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ
2. ພາລະບົດບາດຂອງກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ
1) ກຳນົດລະບຽບການ, ຫຼັກການໃນການເຜີຍແຜ່ສີລະທັມ, ການປະຕິບັດກັມມະຖານ ແລະ ການປະກອບສ່ວນເຂົ້າໃນການຊ່ວຍເຫຼືອສັງຄົມ.
2) ພົວພັນ ແລະ ຮ່ວມມືກັບອົງກອນຈັດຕັ້ງຝ່າຍປົກຄອງບ້ານ, ເມືອງ, ແຂວງທີ່ກ່ຽວຂ້ອງ ເພື່ອປຶກສາຫາລື ແລະ ຈັດຕັ້ງປະຕິບັດໃນການເຜີຍແຜ່ ແລະ ປົກປ້ອງສີລະທັມທາງພຸດທະສາສະໜາ.
3) ມີພາລະບົດບາດໃນການພົວພັນ ແລະ ຮ່ວມມືກັບສາກົນ ກ່ຽວກັບການເຜີຍແຜ່ ສີລະທັມທາງພຸດທະສາສະໜາ ລວມທັງການການສ້າງຄູ່ມືແນະນໍາ, ຄູ່ມືຝຶກອົບຮົມ, ມາດຕະຖານສູນປະຕິບັດທັມ; ສ້າງວິທະ ຍາກອນ ແລະ ວິປັດສະນາຈານ ເພື່ອປະກອບໃຫ້ອົງການພຸດທະສາສະໜາ ຂັ້ນແຂວງ ແລະ ຂັ້ນເມືອງ; ຮັບຜິດຊອບຈັດຕັ້ງຝຶກອົບຮົມ, ເຜີຍແຜ່ສີລາທັມ ແລະ ປະຕິບັດວິປັດສະນາກັມມະຖານ ໃຫ້ແກ່ພຣະສົງ-ສາມະເນນ, ຊາວໜຸ່ມ-ເຍົາວະຊົນ; ຄົ້ນຄ້ວາ ຈັດສົ່ງວິທະຍາກອນ ແລະ ວິປັດ ສະນາຈານ ໄປສຶກສາຮໍ່າຮຽນຕໍ່ຢູ່ຕ່າງປະເທດ ຕາມການຕົກລົງຂອງຄະນະບໍລິຫານງານປະຈໍາການ; ຄົ້ນຄ້ວາ ແລະ ພິຈາ ລະນາ ກ່ຽວກັບການອະນຸຍາດສ້າງຕັ້ງສູນປະຕິບັດທັມ ລວມທັງການຕິດຕາມກວດກາ.
3. ສິດ ແລະ ໜ້າທີ່ ຂອງກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ
1) ຮັບຜິດຊອບບໍລິຫານງານລວມ ໃນທຸກວຽກງານຂອງກັມມາທິການ.
2) ສ້ງງຂໍ້ກຳນົດ,ກົດລະບຽບ, ມະຕິ, ຂໍ້ຕົກລົງ ແລະ ຄຳສັ່ງອື່ນໆ ກ່ຽວກັບການເຜີຍແຜ່ສີລະທັມ,ຝຶກອົບຮົມພຣະທັມມະກະຖິກາຈານ ໃຫ້ເປັນຜູ້ຊຳນານໃນການເຜີຍແຜ່ທັມໃນຫຼາຍຮູບການ ແລະ ປະຕິບັດກັມມະຖານໃຫ້ກວ້າງຂວາງທົ່ວປະເທດ ແລ້ວນຳສະເໜີປະທານສູນກາງອົງການພຸດທະສາສະໜາສັມພັນແຫ່ງ ສປປ ລາວ, ເຈົ້າຄະນະແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ ບົນພື້ນຖານການຕົກລົງເຫັນດີຂອງຄະນະບໍລິຫານງານປະຈຳ ການ.
3) ສ້າງວິທະຍາກອນ ແລະ ວິປັດສະນາຈານ ໂດຍຮັບປະກັນໃຫ້ໄດ້ທັງປະຣິມານ ແລະ ຄຸນນະພາບ ເພື່ອປະກອບໃຫ້ແຕ່ລະແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ ຢ່າງໜ້ອຍໃຫ້ໄດ້ສອງຫາສາມອົງ.
4) ນຳໃຊ້ ວິທະຍາກອນ ແລະ ວິປັດສະນາຈານ ທີ່ມີປະສົບການສູງ ທັງຝ່າຍສົງ ແລະ ຝ່າຍຄະຣືຫັດ ຢ່າງເໝາະສົມ ຕາມທິດຊີ້ນຳ ຂອງປະທານສູນກາງອົງການພຸດທະສາສະໜາສັມພັນແຫ່ງ ສປປ ລາວ, ເຈົ້າຄະນະ ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ;
5) ຮັບຜິດຊອບຈັດຕັ້ງໜ່ວຍງານສຶກສາ, ອົບຮົມ, ເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ໃຫ້ແກ່ພຣະສົງ-ສາມະເນນ, ເຍົາວະຊົນ ແລະ ອະນຸຊົນ ລວມທັງຜູ້ທີ່ກຳລັງຖືກຄຸມຂັງ ແລະ ດັດສ້າງ, ພຸດທະສາສະນິກກະຊົນ ແລະ ປະຊາຊົນບັນດາເຜົ່າ;
6) ຄົ້ນຄວ້າ,ຈັດສົ່ງວິທະຍາກອນ ແລະ ວິປັດສະນາຈານ ໄປທັດສະນະສຶກສາ, ຮຽນຕໍ່ແລະ ເຜີຍແຜ່ພຣະພຸດທະສາສະໜາ ໃນຕ່າງປະເທດຕາມການຕົກລົງເຫັນເຫັນດີຂອງຄະນະ ບໍລິຫານງານປະຈຳການ;
7) ຄົ້ນຄວ້າ, ສ້າງຕັ້ງ ແລະ ຕິດຕາມກວດກາສູນປະຕິບັດທັມໃນວັດ, ທໍຣະນີສົງຢູ່ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ ແລະ ຢູ່ຕ່າງປະເທດຕາມຄວາມເໝາະສົມ.
4. ຂອບເຂດສິດ
1) ສະເໜີປັບປຸງ, ແກ້ໄຂ ຫຼື ຍົກເລີກບັນດາຍຸດທະສາດ, ແຜນການ 5 ປີ, ນິຕິກໍາຕ່າງໆ ທີ່ຕິດພັນກັບວຽກງານຂອງກັມມາທິການເຜີຍແຜ່ສີລະທັມ ແລະ ວິປັດສະນາກັມມະຖານສູນກາງ;
2) ສະເໜີ ຫຼື ຕົກລົງສ້າງຕັ້ງ, ປັບປຸງ ຫຼື ລົບລ້າງກົງຈັກການຈັດຕັ້ງ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງກັມ ມາທິການເຜີຍແຜ່ສີລະທັມ ແລະ ວິປັດສະນາກັມມະຖານ;
3) ອອກຂໍ້ຕົກລົງ, ແຈ້ງການ, ຄໍາສັ່ງ, ຄໍາແນະນໍາ ເພື່ອຄຸ້ມຄອງວຽກງານຂອງກັມມາທິການເຜີຍແຜ່ສີລະທັມ ແລະ ວິປັດສະນາກັມມະຖານ;
4) ຍ້ອງຍໍ ແລະ ປະຕິບັດນະໂຍບາຍ, ກ່າວເຕື່ອນ ຫຼື ນໍາໃຊ້ມາດຕະການອື່ນໆ ຕາມທໍາມະນູນສົງລາວ ຕໍ່ ພຮະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ ທີ່ລະເມີດທໍາມະນູນສົງລາວ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ;
5) ຕົກລົງແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແໜ່ງ ພຣະສົງ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ;
6) ນໍາພາ-ຊີ້ນໍາ ແລະ ຄຸ້ມຄອງມະຫາພາກຕາມສາຍຕັ້ງ ໂດຍມີການແບ່ງຂັ້ນ, ແບ່ງຄວາມຮັບຜິດຊອບ ແລະ ແບ່ງສິດຕົກລົງຂອງກັມມາທິການເຜີຍແຜ່ສີລະທັມ ແລະ ວິປັດສະນາກັມມະຖານ ຂັ້ນຕ່າງໆ;
7) ຮຽກໂຮມພຣະສົງ-ສາມະເນນ ທີ່ເຮັດວຽກນໍາກັມມາທິການເຜີຍແຜ່ສີລະທັມ ແລະ ວິປັດສະນາກັມມະ ຖານ ຂັ້ນຕ່າງໆເພຶ່ອຈັດກອງປະຊຸມປຶກສາຫາລື ຫຼື ລາຍງານສ່ອງແສງ;
8) ຄົ້ນຄ້ວາ ແລະ ຕົກລົງໃນການສ້າງຕັ້ງ ຫຼື ຍຸບເລີກສູນປະຕິບັດທໍາ;
9) ສະເໜີແຜນງົບປະມານ, ການດັດແກ້ງົບປະມານຂອງກັມມາທິການເຜີຍແຜ່ສີລະທັມ ແລະ ວິປັດສະນາກັມມະຖານສູນກາງ;
10) ສະເໜີສ້າງຕັ້ງ ຫຼື ຍຸບເລິກກອງທຶນຂອງກັມມາທິການເຜີຍແຜ່ສີລະທັມ ແລະ ວິປັດສະນາກັມມະຖານສູນກາງ;
11) ອະນຸມັດແຜນໃຫ້ບັນດາຄະນະກັມມະການເພື່ອຈັດຝຶກອົບຮົມ,ສໍາມະນາຕາມເງື່ອນໄຂ
ເໝາະສົມ;
12) ນໍາໃຊ້ສິດອື່ນໆ ຕາມທັມມະນູນສົງລາວ ແລະ ທີ່ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ.
5. ໂຄງປະກອບການຈັດຕັ້ງຂອງກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ສູນກາງ
1) ໂຄງຮ່າງການຈັດຕັ້ງບຸກຄະລາກອນ: ກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ສູນກາງປະກອບດ້ວຍບຸກຄະລາກອນດັ່ງນີ້:
ອົງຊີ້ນຳ 1 ອົງ
ຫົວໜ້າກັມມາທິການ 1 ອົງ
ຮອງຫົວໜ້າກັມມາທິການ 2 ອົງ
ຄະນະກັມມາທິການຈຳນວນໜຶ່ງ
ຫົວໜ້າຄະນະກັມມະການຮັບຜິດຊອບໜ້າວຽກຈຳນວນໜຶ່ງ
ທີ່ປຶກກສາ ຈຳນວນໜຶ່ງ
2) ໂຄງປະກອບການຈັດຕັ້ງກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ສູນກາງ
ຄະນະກັມມະການຫ້ອງການ
ຄະນະກັມມະການ ກອງທຶນ
ຄະນະກັມມະການ ຄູ່ມືຫຼັກສູດ
ຄະນະກັມມະການກັມມະຖານ
ຄະນະກັມມະການທັມມະສັນຈອນ
ຄະນະກັມມະການ ເຝິກອົບຮົມ
ຄະນະກັມມະການ ສື່ປະຊາສັມພັນ
ໂຄງການ
ພາກທີII :
ພາລະບົດບາດ,ສິດ ,ໜ້າທີ່ ຂອງບຸກຄະລາກອນ ແລະຄະນະກັມມະການຕ່າງໆ
1. ອົງຊີ້ນໍາ ກັມມາທິການເຜີຍແຜ່ສີລະທັມ ແລະ ວິປັດສະນາກັມມະຖານສູນກາງ
ພຣະອາຈານໃຫຍ່ ມະຫາ ເຫວດ ມະເສໄນ
ມີພາລະບົດບາດສິດແລະໜ້າທີ່ຊີ້ນຳລວມວຽກງານເຜີຍແຜ່ສີລະທັມ ແລະ ປະ ຕິ ບັດກັມມະຖານ ທັງເປັນທີ່ປຶກສາ ໃຫ້ຫົວໜ້າກຳມາທິການ ໃນ ເລື່ອງ ແຜນ ຍຸດ ທະ ສາດ ແລະ ການ ຂັບ ເຄື່ອນ ວຽກ ງານ ລວມທັງ ເປັນປະທານກອງປະຊຸມວຽກງານກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ.
2. ຫົວໜ້າກັມມາທິການເຜີຍແຜ່ສີລະທັມ ແລະ ວິປັດສະນາກັມມະຖານສູນກາງ
ພຣະອາຈານ ສີທົນ ໄຊຍະວົງສອນ
ມີສິດ ແລະ ຫນ້າທີ່ :
1) ຮັບຜິດຊອບວຽກງານຮອບດ້ານຂອງກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ; ໃນນີ້ ລົງເລິກນໍາພາ-ຊີ້ນໍາ ຄະນະກັມມະການຝຶກອົບຮົມ ແລະ ຄະນະກັມມະການສື່ປະຊາສຳພັນ;
2) ນໍາພາ-ຊີ້ນໍາ, ຊຸກຍູ້,ສົ່ງເສີມ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດຍຸດທະສາດ ຮອດປີ 2030 ແລະ ແຜນການ 5 ປີ (2021-2026) ຂອງກັມມາທິການ ໂດຍມີການແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງໃຫ້ຮອງຫົວໜ້າກັມມາ ທິການ ແລະ ບັນດາຄະນະກັມມະການ;
3) ຕັດສິນໃຈແຜນການໄລຍະຍາວທີ່ກ່ຽວກັບທິດທາງໂດຍລວມຂອງກັມມາທິການ ກຳນົດນະໂຍບາຍ ແລະ ແນະນຳການປະຕິບັດວຽກງາຍໃນແຕ່ລະດ້ານທີໄດ້ກຳນົດໄວ້
4) ຮຽກໂຮມແລະ ເປັນປະທານກອງປະຊຸມກັມມາທິການ ແລະ ກອງປະຊຸມຄົບຄະນະຂອງກັມມາທິການ;
5) ອອກຂໍ້ຕົກລົງ, ຄໍາແນະນໍາ, ແຈ້ງການ ແລະ ເຊັນເອກະສານຕ່າງໆ ກ່ຽວກັບວຽກງານຂອງກັມມາທິການ;
6) ມອບສິດໃຫ້ຮອງຫົວໜ້າກັມມາທິການອົງໃດໜຶ່ງປະຈໍາການແທນ ໃນກໍລະນີທີ່ບໍ່ສາມາດມາປະຈໍາການ;
7) ຄົ້ນຄວ້າ ກ່ຽວກັບການແຕ່ງຕັ້ງ, ປົດຕໍາແຫນ່ງ, ສັບຊ້ອນ, ຍົກຍ້າຍ, ຍ້ອງຍໍ ຫຼື ປະຕິບັດວິໄນ ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ ຢູ່ໃນຄວາມຮັບຜິດຊອບຂອງຕົນ ເພື່ອສະເຫນີຕໍ່ຄະນະປະຈໍາສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ;
8) ແຕ່ງຕັ້ງພຣະສົງ-ສາມະເນນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເຂົ້າຮ່ວມກອງປະຊຸມ, ໄປຍົກລະດັບຝຶກອົບຮົມໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ຫຼື ຮັບຜິດຊອບວຽກງານໃດຫນຶ່ງ ຢູ່ພາຍໃນ ແລະ ຕ່າງປະເທດ;
9) ນໍາໃຊ້ສິດ ແລະ ປະຕິບັດຫນ້າທີ່ອື່ນ ຕາມການມອບຫມາຍ ຂອງຄະນະປະຈໍາສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ.
3. ຮອງຫົວໜ້າກັມມາທິການເຜີຍແຜ່ສີລະທັມ ແລະ ວິປັດ ສະນາກັມມະຖານສູນກາງ ຝ່າຍບໍລິຫານ
ພຣະອາຈານ ບຸນທະວີ ສີບຸນເຮືອງ
ມີສິດ ແລະໜ້າທີ່ :
1) ຊ່ວຍວຽກຫົວໜ້າກັມມາທິການ ແລະ ຮັບຜິດຊອບລົງເລິກນໍາພາ-ຊີ້ນໍາ ຄະນະກັມມະການກອງທຶນ, ຄະນະກັມມະການຫ້ອງການ ແລະ ຄະນະກັມມະການຫ້ອງການ;
2) ຄົ້ນຄວ້າ, ວາງແຜນການດຳເນີນງານ, ຂຶ້ນແຜນ ແລະ ນຳໃຊ້ງົບປະມານ;
3) ຄົ້ນຄວ້າ ແລະ ສ້າງ ເອກະສານກ່ຽວກັບ ວຽກງານຄຸ້ມຄອງບໍລິຫານ, ຈັດກອງປະຊຸມ ປະຈຳ ເດືອນ, ສາມເດືອນ, ຫົກເດືອນ ແລະ ໜຶ່ງ ປີ;
4) ດຳເນີນວຽກງານຕາມນະໂຍບາຍ ແລະ ແຜນການທີ່ໄດ້ກຳນົດໄວ້ ປະສານງານລະຫວ່າງຫົວນ້າກັມມາທິການ ເພື່ອກຳນົດໜ້າວຽກໃຫ້ແກ່ຫົວໜ້າຄະນະກັມມະການໄດ້ນຳເອົາແຜນການໄປປະຕິບັດ
5) ຊີ້ນຳໆພາ ວຽກງານການພົວພັນ ລະຫວ່າງ ກັມມາທິການ ກັບ ກັມມາທິການ, ກະ ຊວງ, ອົງການທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນ, ການຈັດຕັ້ງ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ໂດຍ ຜ່ານຫ້ອງການບໍລິຫານງານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ອົງການພຸດທະສາສະໜາສັມພັນລາວ ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ;
6) ສະຫຼຸບ, ສັງລວມ ແລະ ລາຍງານ ການປະຕິບັດວຽກງານ ຂອງຕົນ ຕໍ່ ຄະນະ ກັມມາທິການ ຢ່າງເປັນປົກກະຕິ;
7) ຄົ້ນຄ້ວາ, ກວດກາເອກະສານສໍາຄັນຕ່າງໆ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ກ່ອນຈະນໍາສະເຫນີຕໍ່ຫົວໜ້າກັມ ມາທິການ;
8) ເຂົ້າຮ່ວມກອງປະຊຸມກັມມາທິການ ແລະ ກອງປະຊຸມຄົບຄະນະຂອງກັມມາທິການ;
9) ສະເຫນີຕໍ່ຫົວໜ້າກັມມາທິການ ກ່ຽວກັບການແຕ່ງຕັ້ງ, ປົດຕໍາແຫນ່ງ, ສັບຊ້ອນ, ຍົກຍ້າຍ, ຍ້ອງຍໍ ຫຼື ປະຕິບັດວິໄນຕໍ່ພຣະສົງ-ສາມະເນນ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ;
10) ສະເຫນີຕໍ່ຫົວໜ້າກັມມາທິການແຕ່ງຕັ້ງ, ສັບຊ້ອນ ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເພື່ອເຂົ້າຮ່ວມກອງປະຊຸມ, ໄປຍົກລະດັບ, ເຂົ້າຮ່ວມຝຶກອົບຮົມໄລຍະສັ້ນ-ໄລຍະຍາວ ຫຼື ວຽກງານໃດໜຶ່ງ ຢູ່ພາຍໃນ ແລະ ຕ່າງປະເທດ;
11) ລົງລາຍເຊັນໃສ່ເອກະສານຕ່າງໆແລະປະຕິບັດຫນ້າທີ່ແທນຫົວໜ້າກັມມາທິການ ໃນກໍລະນີທີ່ໄດ້ຮັບສິດ;
12) ປະຕິບັດຫນ້າທີ່ແທນຫົວໜ້າກັມມາທິການໃນກໍລະນີ ທີ່ໄດ້ຮັບມອບສິດໃຫ້ປະຈໍາການ ຫຼື ເປັນປະທານກອງປະຊຸມໃດໜຶ່ງ ຕາມການມອບໝາຍ;
13) ນໍາໃຊ້ສິດ ແລະ ປະຕິບັດຫນ້າທີ່ອື່ນ ຕາມການມອບຫມາຍຂອງຫົວໜ້າກັມມາທິການ ຫຼື ຄະນະປະຈໍາສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ.
4. ຮອງຫົວໜ້າກັມມາທິການເຜີຍແຜ່ສີລະທັມ ແລະ ວິປັດ ສະນາກັມມະຖານສູນກາງ ຝ່າຍວິຊາການ
ພຣະອາຈານ ພຸດທະສອນ ລະຄອນຄຳ
ມີສິດ ແລະ ໜ້າາທີ່
1) ຊ່ວຍວຽກຫົວໜ້າກັມມາທິການ ແລະ ຮັບຜິດຊອບລົງເລິກນໍາພາ-ຊີ້ນໍາ ຄະນະກັມມະການຄູ່ມື-ຫຼັກສູດ, ຄະນະກັມມະການກັມມະຖານ, ຄະນະກັມມະຖານທັມມະສັນຈອນ;
2) ຄົ້ນຄວ້າ, ສ້າງແຜນດຳເນີນງານ, ຂໍ້ກຳນົດ, ກົດລະບຽບ, ຄຳແນະນຳ, ຄູ່ມື-ຫຼັກສູດ;
3) ຮັບຜິດຊອບຈັດຕັ້ງໜ່ວຍງານ ຝຶກອົບຮົມ, ສຶກສາ, ເຜີຍແຜ່ ໃຫ້ໄດ້ທັງ ປະລິມານ ແລະ ຄຸນນະພາບ ເພື່ອຮັບໃຊ້ໃນການເຄື່ອນໄຫວວຽກງານ;
4) ດຳເນີນວຽກງານຕາມນະໂຍບາຍ ແລະ ແຜນການທີ່ໄດ້ກຳນົດໄວ້ ປະສານງານລະຫວ່າງຫົວນ້າກັມມາທິການ ເພື່ອກຳນົດໜ້າວຽກໃຫ້ແກ່ຫົວໜ້າຄະນະກັມມະການໄດ້ນຳເອົາແຜນການໄປປະຕິບັດ
5) ຕິດຕາມ, ກວດກາ ສູນປະຕິບັດທັມ ໃນ ວັດ, ທໍຣະນີສົງ ຢູ່ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ອົງການພຸດທະສາສະໜາສັມພັນລາວ ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ ແລະ ຕ່າງປະເທດ ຕາມຄວາມເໝາະສົມ;
6) ສະຫຼຸບ, ສັງລວມ ແລະ ລາຍງານ ການປະຕິບັດວຽກງານ ຂອງຕົນ ຕໍ່ ຄະນະ ກັມມາທິການ ຢ່າງເປັນປົກກະຕິ;
7) ຄົ້ນຄ້ວາ, ກວດກາເອກະສານສໍາຄັນຕ່າງໆ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ກ່ອນຈະນໍາສະເຫນີຕໍ່ຫົວໜ້າກັມ ມາທິການ;
8) ເຂົ້າຮ່ວມກອງປະຊຸມກັມມາທິການ ແລະ ກອງປະຊຸມຄົບຄະນະຂອງກັມມາທິການ;
9) ສະເຫນີຕໍ່ຫົວໜ້າກັມມາທິການ ກ່ຽວກັບການແຕ່ງຕັ້ງ, ປົດຕໍາແຫນ່ງ, ສັບຊ້ອນ, ຍົກຍ້າຍ, ຍ້ອງຍໍ ຫຼື ປະຕິບັດວິໄນຕໍ່ພຣະສົງ-ສາມະເນນ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ;
10) ສະເຫນີຕໍ່ຫົວໜ້າກັມມາທິການແຕ່ງຕັ້ງ, ສັບຊ້ອນ ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເພື່ອເຂົ້າຮ່ວມກອງປະຊຸມ, ໄປຍົກລະດັບ, ເຂົ້າຮ່ວມຝຶກອົບຮົມໄລຍະສັ້ນ-ໄລຍະຍາວ ຫຼື ວຽກງານໃດໜຶ່ງ ຢູ່ພາຍໃນ ແລະ ຕ່າງປະເທດ;
11) ລົງລາຍເຊັນໃສ່ເອກະສານຕ່າງໆ ແລະປະຕິບັດຫນ້າທີ່ແທນຫົວໜ້າກັມມາທິການໃນກໍລະນີທີ່ໄດ້ຮັບສິດ;
12) ປະຕິບັດຫນ້າທີ່ແທນຫົວໜ້າກັມມາທິການໃນກໍລະນີ ທີ່ໄດ້ຮັບມອບສິດໃຫ້ປະຈໍາການ ຫຼື ເປັນປະທານກອງປະຊຸມໃດໜຶ່ງ ຕາມການມອບໝາຍ;
13) ນໍາໃຊ້ສິດ ແລະ ປະຕິບັດຫນ້າທີ່ອື່ນ ຕາມການມອບຫມາຍຂອງຫົວໜ້າກັມມາທິການ ຫຼື ຄະນະປະຈໍາສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ.
5. ໜ້າທີ່ຄະນະກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ອົງການພຸດທະສາສະໜາສັມພັນລາວ ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ ມີ ດັ່ງນີ້:
1) ຜັນຂະຫຍາຍບັນດານິຕິກໍາ ແລະ ແຜນການເຄື່ອນໄຫວວຽກງານຂອງກັມມາທິການ ໃຫ້ເປັນແຜນການເຄື່ອນ ໄຫວລະອຽດ ໃນຂົງເຂດຄວາມຮັບຜິດຊອບຂອງຕົນ;
2) ຮັບຜິດຊອບ ແລະ ຈັດຕັ້ງປະຕິບັດວຽກງານ ຕາມໜ້າວຽກງານ ທີ່ຖືກມອບໝາຍ;
3) ປະຕິບັດຕາມຄຳສັ່ງ ແລະ ຄຳແນະນຳ ໃນການດຳເນີນງານ ຂອງຄະນະກັມມາທິການ;
4) ສ້າງແຜນງານ ແລະ ແຜນງົບປະມານ ແລ້ວນຳສະເໜີ ຕໍ່ ກອງປະຊຸມຂອງຄະນະກັມມາທິການ ເພື່ອພິຈາຣະນາ ແລະ ອະນຸມັດ ໃນການຈັດຕັ້ງປະຕິບັດ;
5) ຕິດຕາມ ການປະຕິບັດວຽກງານ ຂອງກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດ ກັມມະຖານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ອົງການພຸດທະສາສະໜາສັມພັນລາວ ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ ຕາມລະບຽບການ ແລະ ຕາມການມອບໝາຍ;
6) ໃກ້ຊິດ, ຕິດແທດ ກັບ ທ້ອງຖິ່ນ, ພຸດທະສາສະນິກະຊົນ ແລະ ປະຊາຊົນລາວບັນດາ ເຜົ່າ ໂດຍມີການປະສານສົມທົບກັບ ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ ກ່ຽວຂ້ອງ ໃນການເຄື່ອນໄຫວວຽກງານ ຂອງກັມມາທິການ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ອົງການພຸດທະສາສະໜາສັມພັນລາວ ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ;
7) ສະຫຼຸບ, ລາຍງານ ການເຄື່ອນໄຫວວຽກງານຂອງຕົນ ໃຫ້ຄະນະກັມມາທິການ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ອົງການພຸດທະສາສະໜາສັມພັນລາວ ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ ຢ່າງເປັນ ປົກກະຕິ ທຸກໆເດືອນ;
8) ເຂົ້າຮ່ວມກອງປະຊຸມ ສາມັນ ແລະ ວິສາມັນ ຂອງກັມມາທິການ ຕາມການນິມົນ.
9) ຄົ້ນຄ້ວາປະກອບຄໍາເຫັນໃສ່ນິຕິກໍາ ຫຼື ເອກະສານຕ່າງໆ;
10) ສະເໜີບັນຫາ ຫຼື ຄໍາເຫັນຕ່າງໆ ຈາກພາກສ່ວນພາຍນອກ;
11) ເຂົ້າຮ່ວມກອງປະຊຸມຝຶກອົບຮົມ, ສໍາມະນາຕ່າງໆ.
6. ຄະນະກັມມະການ ຫ້ອງການກັມມາທິການ
ພາລະບົດບາດ ສິດແລະໜ້າທີ່
ເປັນເສນາທິການໂດຍກົງ ແລະ ຮອບດ້ານ ໃຫ້ແກ່ ຫົວໜ້າ ,ຮອງຫົວໜ້າ ກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ສູນກາງ
ປະສານສົມທົບ ແລະ ອຳນວຍຄວາມສະດວກໃຫ້ແກ່ບັນດາຄະນະກັມມາທິການ ພ້ອມທັງພາກສ່ວນອື່ນ ທີ່ກ່ຽວ ຂ້ອງ ຕາມຂອບເຂດຄວາມຮັບຜິດ ຊອບຂອງຕົນ.
ປະຕິບັດຕາມແນວທາງທີ່ຫົວໜ້າ ແລະ ຮອງຫົວໜ້າ ກັມມາທິການກຳນົດໄວ້,ຕັດສິນໃຈໄລຍະສັ້ນໃນການດຳເນີນວຽກງານ ຊ່ວຍເຫຼືອ ແລະ ແກ້ໄຂບັນຫາໃຫ້ກັບທິມງານ ,ສ້າງແຮງຈູງໃຈ ແລະ ສາາດຮັບຜິດຊອບແທນຜູ້ທີ່ຢູ່ໃນຄະນະກັມມະການຂອງຕົນໄດ້
ເປັນເຈົ້າການໃນການນຳສະເໜີຄົ້ນຄວ້າ ແກ້ໄຂບັນຫາ ທີ່ເກີດຂຶ້ນ
1) ເລຂານຸການ
ຮັບຜິດຊອບເອກກະສານຂາອອກ – ຂາເຂົ້າ
ພົວພັນປະສານງານ ລະຫວ່າງອົງການຈັດຕັ້ງພຣະສົງກັບກະຊວງ, ອົງການທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນ, ການຈັດຕັ້ງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕາມຫຼັກທັມ ມະວິນັຍ, ທັມມະນູນສົງລາວ, ກົດໝາຍ ແລະ ລະບຽບການ ໂດຍຜ່ານຫ້ອງການບໍລິຫານງານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ອົງການພຸດທະສາສະໜາສັມພັນລາວ ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ;
ຕິດຕາມ ແລະ ສັງລວມ ຜົນການຈັດຕັ້ງປະຕິບັດວຽກງານ ຂອງແຕ່ລະຄະນະກັມ ມາທິການ ພ້ອມລາຍງານຝ່າຍວິຊາການ ເປັນແຕ່ລະໄລຍະ;
ຕິດຕາມບົດລາຍງານ ປະຈຳ ເດືອນ, ສາມເດືອນ, ຫົກເດືອນ ແລະ ໜຶ່ງ ປີ ຂອງແຕ່ລະຄະນະກັມມາທິການ ເພື່ອເປັນບົດສະຫຼຸບລາຍງານຝ່າຍບໍລິຫານ;
ຈັດເກັບ ແລະ ຮັກສາເອກະສານ ຂາອອກ-ຂາເຂົ້າ ຂອງກັມມາທິການ ຢ່າງເປັນລະບົບ;
ຈັດຕັ້ງສະຖານທີ່ເຮັດວຽກ ຂອງແຕ່ລະຄະນະກັມມາທິການ ຢ່າງແທດເໝາະ ລວມທັງ ການຈັດສະຖານທີ່ປະຊຸມ, ການຮັບຮອງ ແລະ ພິທີການອື່ນ;
ຂຶ້ນແຜນ ແລະ ຈັດຊື້ເຄື່ອງໃຊ້ຫ້ອງການ, ອຸປະກອນຮັບໃຊ້ ພ້ອມທັງຈົດບັນທຶກລົງທະບຽນໃນການຄຸ້ມຄອງຮັກສາ ຢ່າງເໝາະສົມ;
ຕິດຕາມ ແລະ ບັນທຶກ ມະຕິ, ຄຳສັ່ງ, ຄຳແນະນຳ ໃນກອງປະຊຸມຄະນະ ກັມມາທິການ ແລ້ວສະຫຼຸບລາຍງານ.
2) ບັນຊີ
ສັງລວມ, ຂຶ້ນແຜນງົບປະມານ, ຄຸ້ມຄອງ ແລະ ກວດກາ ການນຳໃຊ້ງົບປະມານ ໃຫ້ຖືກຕ້ອງຕາມແຜນງານ ແລະ ລະບຽບການ;
ກວດກາ,ບັນທຶກບັນຊີລວມທັງເອກະສານການເງິນກ່ຽວກັບ ລາຍຮັບ-ລາຍຈ່າຍ ໃນແຕ່ລະ ເດືອນໃຫ້ຖືກຕ້ອງ;
ກວດແຜນກ່ອນເບີກຈ່າຍງົບ ໃນກິດຈະກຳຍ່ອຍບໍ່ເກີນ ສາມ ຫາ ຫ້າ ວັນ ຫຼັງຈາກໄດ້ ຮັບເອກະສານ ພ້ອມສະຫຼຸບລາຍງານ ໜີ້ທີ່ ຕ້ອງຈ່າຍ, ຕ້ອງຮັບ, ຕ້ອງສົ່ງ ແລ້ວແຈ້ງຕໍ່ ຄັງເງິນສົດ ເປັນລາຍເດືອນ;
ສະຫຼຸບບັນຊີ ປະຈຳ ເດືອນ, ສາມເດືອນ, ຫົກເດືອນ, ໜຶ່ງ ປີ ແລ້ວລາຍງານຕໍ່ກອງປະຊຸມ ຂອງຄະນະກັມມາທິການ ໃນການໃຊ້ງົບປະມານ.
3) ການເງິນ
ຮັບເງິນສົດ, ເງິນບໍຣິຈາກ ເຂົ້າບັນຊີກັມມາທິການ ຊ້າສຸດບໍ່ໃຫ້ກາຍ ສາມ ຫາ ຫ້າ ວັນ;
ຮັບຜິດຊອບ ແລະ ຄຸ້ມຄອງ ລະບຽບການໃຊ້ຈ່າຍຕາມແຜນ ປະຈຳ ເດືອນ, ສາມເດືອນ, ຫົກເດືອນ ແລະ ແຜນວຽກງານປະຈຳປີ;
ຄຸ້ມຄອງ ແລະ ຮັບຜິດຊອບການເງິນໃຫ້ເປັນໄປຕາມລະບຽບການເງິນຂອງກັມມາທິການ
ຮັບຜິດຊອບການເງິນທັງໃນ ແລະ ນອກງົບປະມານທີ່ໃຊ້ໃນການດຳເນີນກິດຈະກຳຂອງກັມມາທິການ
ລວບລວມ, ຈັດສົ່ງທຸກເອກະສານ ໃຫ້ຝ່າຍບັນຊີ ເພື່ອບັນທຶກເກັບມ້ຽນ;
ສະຫຼຸບ,ລາຍງານການເຄື່ອນໄຫວວຽກງານຕໍ່ກອງປະຊຸມສາມັນຫຼືວິສາມັນຂອງກັມມາທິການ.
4) ພິທີການ
ປະສານງານໃນການຈັດກອງປະຊຸມ,ງານບຸນ,ນິທັດສະການ,ການຕ້ອນຮັບແຂກ ຕະຫຼອດເຖິງຂັ້ນຕອນ ຂອງການຈັດງານຕ່າງໆໃນກັມມາທິການ
ສ້າງກຳນົດການໃນພິທີການຕ່າງໆຮ່ວມກັບຄະນະກັມມະການທີ່ກ່ຽວຂ້ອງໃນກັມມາທິການ
ປະສານງານກັບຄະນະກັມມາທິການ,ຄະນະກັມມະການໜ່ວຍງານເພື່ອເອົາຂໍ້ມູນໃນການຈັດງານ
7. ຄະນະກັມມະການ ກອງທຶນ
ພາລະບົດບາດ
1) ຮັບຜິດຊອບວຽກງານລະດົມທຶນ ເພື່ອນຳໃຊ້ເຂົ້າໃນການບໍລິຫານການເຄື່ອນໄຫວ ວຽກງານຂອງກັມມາທິການ;
2) ຄົ້ນຄວ້າ, ສ້າງແຜນ, ຂຶ້ນແຜນ ໃນການລະດົມທຶນຫຼາຍຊ່ອງທາງ ແລ້ວນຳສະເໜີເພື່ອຂໍມະຕິຕໍ່ກອງປະຊຸມຂອງຄະນະກັມມາທິການ ໃນການຈັດຕັ້ງປະຕິບັດ;
3) ສະຫຼຸບ,ລາຍງານ ການເຄື່ອນໄຫວວຽກງານຂອງຕົນຕໍ່ກອງປະຊຸມສາມັນຫຼື ວິສາມັນ ຂອງກັມມາທິການ.
8. ຄະນະກັມມະການ ຄູ່ມື-ຫຼັກສູດ
ພາລະບົດບາດ
1) ສ້າງຄູ່ມື-ຫຼັກສູດ, ການຮຽນການສອນ ການເທດສະໜາທັມ ທີ່ກ່ຽວກັບຫຼັກທັມຄຳສອນໃນທາງ ພຣະພຸດທະສາສະໜາ ແລະ ວາລະແຫ່ງຊາດ ລວມທັງ ຕຳລາອື່ນໆ ເພື່ອນໍາໃຊ້ເຂົ້າໃນການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ;
2) ຄົ້ນຄວ້າ, ແປ ແລະ ຈັດພິມ ຄຳພີພຣະໄຕຣປິດົກ, ໜັງສື ຕ່າງໆ;
3) ຄົ້ນຄວ້າ, ວິໄຈ ແລະ ພັດທະນາຕຳລາ, ຫຼັກສູດການຮຽນ, ຫຼັກສູດການສອນ ໃນການເຜີຍແຜ່ທັມມະໃຫ້ກວ້າງຂວາງ;
4) ສະຫຼຸບ, ລາຍງານ ການເຄື່ອນໄຫວວຽກງານຂອງຕົນ ຕໍ່ກອງປະຊຸມ ສາມັນ ຫຼື ວິສາມັນ ຂອງຄະນະກັມມາທິການ.
9. ຄະນະກັມມະການ ກັມມະຖານ
ພາລະບົດບາດ
1) ຮັບຜິດຊອບວຽກງານການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ໃນຫຼາຍ ຮູບການ ແລະ ກວ້າງຂວາງ;
2) ຮັບຜິດຊອບຈັດຕັ້ງ ໜ່ວຍງານຫຼັກສູດ, ໜ່ວຍງານຝຶກອົບຮົມ, ໜ່ວຍງານວິປັດສະນາ ຈານ ເພື່ອຕອບສະໜອງໃຫ້ແກ່ວຽກງານເຜີຍແຜ່ສີລະທັມ;
3) ຄົ້ນຄວ້າ, ສ້າງແຜນງານ ໃນການເຄື່ອນໄຫວວຽກງານ ໃນຂອບເຂດຕົນຮັບຜິດຊອບ;
4) ດຳເນີນໂຄງການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ, ໂຄງການບັນພະຊາສາມະເນນ, ໂຄງການອົບຮົມສີລະທັມໃຫ້ແກ່ເຍົາວະຊົນຊາວໜຸ່ມນັກຮຽນ ລວມທັງຜູ້ທີ່ກຳລັງຖືກຄຸມຂັງ ແລະ ດັດສ້າງ, ໂຄງການແກ້ໄຂສິ່ງແວດລ້ອມ, ໂຄງການສະກັດກັ້ນຢາເສບຕິດ;
5) ສະຫຼຸບ,ລາຍງານການເຄື່ອນໄຫວວຽກງານຂອງຕົນຕໍ່ກອງປະຊຸມສາມັນຫຼືວິສາມັນຂອງກັມມາທິການ.
ພັດທະນາ ຫຼັກສູດ
1) ຄົ້ນຄວ້າ, ວິໄຈ ແລະ ພັດທະນາ ພ້ອມຈັດພິມຕຳລາ ໜັງສືທັມມະ ວິນັຍ ຕ່າງໆ;
2) ຄົ້ນຄວ້າ, ສ້າງ ຄູ່ມື-ຫຼັກສູດ, ຂໍ້ກຳນົດ, ກົດລະບຽບ ໃນການຮຽນ, ການສອນ;
3) ສະຫຼຸບ, ລາຍງານ ການເຄື່ອນໄຫວວຽກງານຂອງຕົນ ໃຫ້ແກ່ຫົວໜ້າຄະນະ.
4) ຄົ້ນຄວ້າ, ສ້າງຫຼັກສູດໂດຍໃຫ້ມີຫຼັກວິຊາການທັງທາງໂລກ ແລະ ທາງທັມ ໃນ ການຝຶກອົບຮົມ ເພື່ອໃຫ້ແທດເໝາະກັບສະພາບໃນປະຈຸບັນ;
5) ຝຶກອົບຮົມ ສ້າງວິທະຍາກອນ, ສ້າງວິປັດສະນາຈານ ໃຫ້ເປັນຜູ້ຊຳນານໃນການເຜີຍແຜ່ສີລະທັມ ໂດຍຮັບປະກັນທັງປະລິມານ ແລະ ຄຸນນະພາບ;
6) ສະຫຼຸບ, ລາຍງານ ການເຄື່ອນໄຫວວຽກງານຂອງຕົນ ໃຫ້ແກ່ຫົວໜ້າຄະນະ.
ວິປັດສະນາຈານ
1) ຈັດຕັ້ງຄະນະວິປັດສະນາຈານ ພ້ອມຝຶກອົບຮົມ ໃຫ້ເປັນຜູ້ຊຳນານໃນການ ເຜີຍແຜ່ທັມ ເພື່ອປະກອບເຂົ້າຮັບໃຊ້ວຽກງານເຜີຍແຜ່ສີລະທັມ;
2) ຈັດຕັ້ງ ແລະ ເຄື່ອນໄຫວວຽກງານ ຕາມຂອບເຂດທີ່ຕົນຮັບຜິດຊອບ ໂດຍການຕົກລົງເຫັນດີ ຂອງຄະນະກັມມາທິການ;
3) ສະຫຼຸບ, ລາຍງານ ການເຄື່ອນໄຫວວຽກງານຂອງຕົນ ໃຫ້ແກ່ຫົວໜ້າຄະນະ.
10. ຄະນະກັມມະການ ທັມມະສັນຈອນ
ພາລະບົດບາດ
1) ຈັດຕັ້ງຄະນະວິທະຍາກອນລວມທັງພຣະສົງ ແລະ ຄາລະວາດ ພ້ອມຝືກອົບຮົມໃຫ້ເປັນຜູ້ຊຳນານໃນການລົງສອນສີລະທັມທັມຕາມໂຮງຮຽນ ສະຖານສຶກສາ ໃຫ້ແກ່ເຍົາວະຊົນ – ອະນຸຊົນ ລວມທັງຜູ້ທີ່ກຳລັງຖືກຄຸມຂັງ ແລະ ດັດສ້າງ, ພຸດທະສາສະນິກກະຊົນ ແລະ ປະຊາຊົນບັນດາເຜົ່າ ໃຫ້ເປັນຄົນດີ ມີສີລະທັມ ເປັນພົນລະເມືອງດີຂອງປະເທດຊາດ ແລະ ເປັນທາຍາດທີ່ດີຂອງພຸດທະສາສະໜາ;
2) ຄົ້ນຄວ້າ, ສ້າງແຜນວຽກ ແລະ ແຜນງົບປະມານໃນການຈັດຕັ້ງປະຕິບັດ;
3) ຈັດຕັ້ງ ແລະ ເຄື່ອນໄຫວວຽກງານ ຕາມຂອບເຂດ ທີ່ຕົນຮັບຜິດຊອບ ໂດຍການຕົກລົງເຫັນດີ ຂອງຄະນະກັມມາທິການ;
4) ສະຫຼຸບ, ລາຍງານການເຄື່ອນໄຫວວຽກງານຂອງຕົນຕໍ່ກອງປະຊຸມສາມັນຫຼື ວິສາມັນ ຂອງກັມມາທິການ.
5) ຈັດຕັ້ງປະຕິບັດໂຄງຮ່າງ, ກົດລະບຽບ, ຂໍ້ຕົກລົງ, ແບ່ງນໜ້າວຽກງານຂອງໜ່ວຍງານ.
6) ເສີມຂະຫຍາຍກິດຈະກຳຂອງໜ່ວຍງານເຊັ່ນ: ລົງສອນສີລະທຳໃນໂຮງຮຽນ, ເຝິກອົບຮົມພຣະ ອສມ, ເຮັດບຸນໃນໂຮງຮຽນ, ບັນຍາຍທຳຕາມສະຖາບັນ, ອົບຮົມເຍົາວະຊົນ, ໂຮງຮຽນສີຂຽວ, ໂຮງຮຽນກະເສດຊີວະພາບ, ບວດປ່າ-ບວດໜອງ, ລະດົມທຶນຊ່ວຍສັງຄົມ ແລະ ພັດທະນາຫຼັກສູດການເຝິກອົບຮົມ-ການສອນສີລະທຳຂອງຕົນໃຫ້ດີຂຶ້ນເລື້ອຍໆ.
7) ປຸກລະດົມຂົນຂວາຍແຫຼ່ງທຶນຕ່າງໆ ເຂົ້າໃນກິດຈະກໍາຂອງໜ່ວຍງານ ດ້ວຍຕົນເອງພາຍໃຕ້ນະໂຍບາຍຂອງໂຄງການພຸດທະສາສະໜາເພື່ອການພັດທະນາ.
8) ຈັດສັນສະມາຊິກເຂົ້າເຝິກອົບຮົມ, ໄປທັດສະນະສຶກສາເບິ່ງວຽກງານ ແລະ ການລົງກິດຈະກໍາຕ່າງໆຂອງໜ່ວຍງານ.
9) ບໍລິຫານວຽກງານຂອງຕົນ ເພື່ອໃຫ້ບັນລຸເປົ້າໝາຍຂອງໜ່ວຍງານທີ່ວາງນະໂຍບາຍໄວ້ທີ່ຈະຊ່ວຍເຫຼືອສັງຄົມ ໃຫ້ໄດ້ຫຼາຍເທົ່າທີ່ທາງໜ່ວຍງານຈະເຮັດໄດ້ ໃຫ້ໄດ້ດັ່ງຄວາມໝາຍຄຳຂວັນຂອງໜ່ວຍງານທຳມະສັນຈອນ ໃນການປູກສ້າງຈິດສຳນຶກໃຫ້ແກ່ເຍົາວະຊົນໃນໂຮງຮຽນທີ່ວ່າ: “ ເກັ່ງ ດີ ມີຄຸນນະທຳ ນຳປະໂຫຍດສູ່ສັງຄົມ ” ເປັນຄຸນລັກສະນະເປົ້າໝາຍສູງສຸດຂອງການພັດທະນາຊັບພະຍາກອນມະນຸດ.
10) ໜ່ວຍງານທຳມະສັນຈອນມີບົດບາດໃນການພັດທະນາສັງຄົມໃນດ້ານຕ່າງໆເຊັ່ນ: ການຮັກສາວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດ, ຮັກສິ່ງແວດລ້ອມ ແລະອື່ນໆ.
11) ມີບົດບາດໃນການສ້າງບຸກຄະລາກອນພຣະສົງໃນການເຜີຍແຜ່ສີລະທັມ-ຈະຣິຍະທຳໃຫ້ກັບສັງຄົມລາວກໍຄືເຍົາວະຊົນລາວບັນດາເຜົ່າ.
12) ເຮັດໃຫ້ເຍົາວະຊົນມີຄວາມອ່ອນນ້ອມຖ່ອມຕົນ ຮູ້ຈັກບຸນຄຸນພໍ່-ແມ່ ຄູບາອາຈານ ແລະທ່ານຜູ້ມີບຸນຄຸນທັງຫຼາຍ. ໃຫ້ນັກຮຽນມີຄວາມຮູ້ຄວາມສາມາດທາງດ້ານສີລະທຳ ແລະກ້າສະແດງອອກ ຄິດເປັນເຮັດເປັນ ໃນທາງທີ່ຖືກຕ້ອງຂອງຕົວເຂົາເຈົ້າເອງ.
13) ມີບົດບາດໃນການປູກຈິດສຳນຶກໃຫ້ນັກຮຽນຮູ້ຈັກປະຕິບັດຕົນໄປໃນທາງທີ່ຖືກຕ້ອງ ແລະດີງາມ ຫ່າງໄກຈາກສິ່ງເສບຕິດຮ້າຍແຮງທຸກຊະນິດ ຕະຫຼອດການຫຼີກເວັ້ນຈາກອະບາຍຍະມຸກທັງປວງ ທີ່ເຮັດໃຫ້ຕົນເອງ ແລະສັງຄົມໄດ້ຮັບຜົນເສຍຫາຍໃນດ້ານລົບຕ່າງໆ ທີ່ທຸກຄົນບໍ່ປາຖະໜາ.
11. ຄະນະກັມມະການ ຝຶກອົບຮົມ
1) ຄົ້ນຄວ້າ, ສ້າງຫຼັກສູດໂດຍໃຫ້ມີຫຼັກວິຊາການທັງທາງໂລກ ແລະ ທາງທັມ ໃນ ການຝຶກອົບຮົມ ເພື່ອໃຫ້ແທດເໝາະກັບສະພາບໃນປະຈຸບັນ;
2) ເຝິກອົບຮົມ ສ້າງວິທະຍາກອນ, ສ້າງວິປັດສະນາຈານ ໃຫ້ເປັນຜູ້ຊຳນານໃນການເຜີຍແຜ່ສີລະທັມ ໂດຍຮັບປະກັນທັງປະລິມານ ແລະ ຄຸນນະພາບ;
3) ເຝິກອົບຮົມເພື່ອສ້ງຄວາມເຂັ້ມແຂງໃຫ້ແກ່ກັມມາທິການ ທັງສ່ວກາງແລະທ້ອງຖິ່ນ
4) ສະຫຼຸບ, ລາຍງານ ການເຄື່ອນໄຫວວຽກງານຂອງຕົນ ໃຫ້ແກ່ຫົວໜ້າຄະນະ.
12. ຄະນະກັມມະການ ສື່-ປະຊາສຳພັນ
ພາລະບົດບາດ
1) ຮັບຜິດຊອບວຽກງານສື່ໂຄສະນາປະຊາສຳພັນ ຜ່ານຫຼາຍຮູບແບບ;
2) ນຳໃຊ້ສື່ເຂົ້າໃນການເຜີຍແຜ່ຫຼັກພຣະທັມຄຳສອນ ໃນທາງພຣະພຸດທະສາສະໜາ ຕະຫຼອດເຖິງ ແນວທາງນະໂຍບາຍຂອງພັກ-ລັດ ໃຫ້ແຜ່ຫຼາຍ ແລະ ກວ້າງຂວ້າງ ຮັບປະກັນຄວາມສາມັກຄີ, ສາສະໜາ, ພຸດທະສາສະນິກະຊົນ ແລະ ປະຊາຊົນລາວບັນດາເຜົ່າ;
3) ນຳສະເໜີຜົນງານ ຂອງກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ລວມທັງກິດຈະກຳທາງສາສະໜາເຊັ່ນ: ການບຳເພັນບຸນກຸສົນ, ການໃຫ້ຄວາມອຸປະຖຳ ຊຸກຍູ້ ຊ່ວຍເຫຼືອ ຂອງບັນດາການນຳ, ບຸກຄົນ, ນິຕິບຸກຄົນ, ພຸດທະສາສະນິກະຊົນ ແລະ ປະຊາຊົນລາວບັນດາເຜົ່າ;
4) ສະຫຼຸບ, ລາຍງານ ການເຄື່ອນໄຫວວຽກງານຂອງຕົນຕໍ່ກອງປະຊຸມສາມັນຫຼືວິສາມັນ ຂອງກັມມາທິການ.
ສື່ໂທລະພາບ
1) ຄົ້ນຄວ້າ, ສ້າງແຜນວຽກ ແລະ ແຜນງົບປະມານ ໃນການຈັດຕັ້ງປະຕິບັດ;
2) ຜະລິດລາຍການຕ່າງໆ ພ້ອມເຜີຍແຜ່ໃຫ້ໄດ້ຕາມຄາດໝາຍ ປະຈຳແຕ່ລະເດືອນ;
ສື່ວິທະຍຸ
1) ຄົ້ນຄ້ວາ, ສ້າງແຜນວຽກ ແລະ ແຜນງົບປະມານ ໃນການຈັດຕັ້ງປະຕິບັດ;
2) ຜະລິດລາຍການຕ່າງໆ ພ້ອມເຜີຍແຜ່ໃຫ້ໄດ້ຕາມຄາດໝາຍ ປະຈຳແຕ່ລະເດືອນ;
ສື່ອອນລາຍ
1) ຄົ້ນຄ້ວາ, ສ້າງແຜນວຽກ ແລະ ແຜນງົບປະມານ ໃນການຈັດຕັ້ງປະຕິບັດ;
2) ຜະລິດລາຍການຕ່າງໆ ພ້ອມເຜີຍແຜ່ໃຫ້ໄດ້ຕາມຄາດໝາຍ ປະຈຳແຕ່ລະເດືອນ;
ສື່ສິ່ງພິມ
1) ຄົ້ນຄ້ວາ, ສ້າງແຜນວຽກ ແລະ ແຜນງົບປະມານ ໃນການຈັດຕັ້ງປະຕິບັດ;
2) ຜະລິດລາຍການຕ່າງໆ ພ້ອມເຜີຍແຜ່ໃຫ້ໄດ້ຕາມຄາດໝາຍ ປະຈຳແຕ່ລະເດືອນ;
14. ຄະນະກັມມະການ ໂຄງການ
1) ຂຽນບົດສະເໜີໂຄງການ ເພື່ອນໍາສະເໜີພາກສ່ວນກ່ຽວຂ້ອງ ເພື່ອຂໍງົບປະມານໃນການເຄື່ອນ ໄຫວວຽກງານຂອງກັມມາທິການ;
2) ບັນດາໂຄງການຕ່າງໆ ຈັດຕັ້ງຂຶ້ນ ແມ່ນ ເພື່ອຊ່ວຍປະກອບສ່ວນເຂົ້າ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ຕາມແນວທາງນະໂຍບາຍຂອງພັກ-ລັດ ແລະ ພຣະພຸດທະສາສະໜາ, ຮີດຄອງປະເພນີ, ວັດທະນະທຳສັງຄົມ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ຊຶ່ງມີພຣະສົງລາວ ເປັນຜູ້ຮັບຜິດຊອບ ໂດຍມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;
3) ຈັດຕັ້ງປະຕິບັດໂຄງການຕາມລະບຽບການນໍາໃຊ້ເງິນຂອງຜູ້ໃຫ້ທຶນ ຢ່າງເຂັ້ມງວດ.
13. ທີ່ປຶກສາກິດຕິມະສັັກ ກັມມາທິການເຜີຍແຜ່ສີລະທັມ ແລະ ວິປັດສະນາກັມມະຖານສູນກາງ
ຫນ້າທີ່ ແລະ ຂອບເຂດສິດ
1) ເຂົ້າຮ່ວມກິດຈະກໍາ ດ້ວຍຄວາມສະໝັກໃຈ;
2) ເຂົ້າມາເຮັດວຽກໃນຫ້ອງການ ກັມມາທິການ ບາງຄັ້ງຄາວ ແລະ ຕາມໜ້າວຽກຮຽກຮ້ອງຕ້ອງການ;
3) ເຮັດໜ້າທີ່ເປັນທີ່ປຶກສາໃຫ້ແກ່ຄະນະກັມມະການດ້ານໃດ ດ້ານໜຶ່ງຕາມຄວາມຖະໜັດຂອງຕົນເອງ;
4) ປະກອບສ່ວນ ສ້າງຍຸດທະສາດ 10 ປີ, ແຜນດໍາເນີນການ 5 ປີ ແລະ ເປັນທີ່ປຶກສາໃນການສ້າງແຜນປະຈໍາປີຂອງ ຄະນະກັມມະການດ້ານທີ່ຕົນເອງສະໝັກເຂົ້າຊ່ວຍ;
5) ປະກອບສ່ວນຊ່ວຍສ້າງ ແລະ ກວດແກ້ ຄູ່ມື ແລະ ສື່ ຕ່າງໆ;
6) ປະກອບສ່ວນໃນການເປັນຄູຝຶກ ບາງຫົວຂໍ້ ຕາມທີ່ຕົນເອງຖະໜັດ;
7) ຊ່ວຍລະດົມທຶນຈາກພາຍໃນ ແລະ ພາຍນອກ ຕາມຄວາມເໝາະສົມ.