ເປັນທີ່ຮູ້ໂດຍທົ່ວກັນວ່າ ບຸນເຂົ້າປະດັບດິນ ແມ່ນວັນອຸທິດບຸນກຸສົນໃຫ້ແກ່ບັນພະບຸລຸດ ແລະ ຍາດພີ່ນ້ອງຜູ້ລ່ວງລັບ ໂດຍເອົາອາຫານຄາວຫວານໄປແຈກຍາຍໄວ້ຕາມພື້ນດິນ ຕົ້ນໄມ້ ກຳແພງວັດ ໜ້າທາດ ເປັນຕົ້ນ.
ໂດຍເຊື່ອວ່າຍາດພີ່ນ້ອງຜູ້ຕາຍໄປຈະໄດ້ຮັບເອົາ ນີ້ເປັນຮີດເກົ່າຈາກການນັບຖືຜີ ປະເພນີນັບຖືແບບນີ້ມີມາດົນນານ (ເຊິ່ງມີມາກ່ອນພຸດທະສາສະໜາຈະເຂົ້າມາມີບົດບາດ)
“ຜີ” ຄຳນີ້ ນອກຈາກໝາຍເຖິງ ຜີຟ້າ ຜີແຖນ ຜີບ້ານ ຜີເມືອງ ແລະ ຍັງໝາຍເຖິງ ຜີບັນພະບຸລຸດ ຄື ປູ່ຍ່າຕາທວດ ພໍ່ແມ່ ທີ່ລ່ວງລັບ ຍົກຕົວຢ່າງທາງພາກເໜືອ ໄດ້ຟັງມາວ່າ ເມື່ອເຖິງ ວັນແຮມ 15 ຄຳ່ ເດືອນ 9 ຊາວບ້ານຈະເອົາອາຫານຄາວຫວານແຕ່ງເປັນພາ ວາງໄວ້ສ່ວນໃດສ່ວນໜຶ່ງທີ່ເໝາະສົມໃນເຮືອນຂອງຕົນເອງ ແລ້ວເອີ້ນ ຜີບັນພະບຸລຸດມາກິນ.
ທີ່ອື່ນໆຂອງປະເທດເຮົາ ຫຼາຍບ່ອນຍັງນັດກັນເລືອກວັນລ້ຽງຜີປະຈຳປີ ມີການຂ້າຄວາຍ ຂ້າງົວ ຂ້າໄກ່ ເປັນຕົ້ນ ເປັນທຳນຽມຂອງໝູ່ບ້ານ ເມື່ອພຸດທະສາສະໜາເຂົ້າມາມີບົດບາດ ຈຶ່ງສະເໜີແນວຄິດເພື່ອປະຕິບັດໃຫ້ຖືກຕ້ອງແລະເປັນປະໂຫຍດຫຼາຍກວ່າ ໂດຍອະທິບາຍວ່າ ສິ່ງທີ່ບັນພະບຸລຸດ ຈະໄດ້ຮັບຈິງໆນັ້ນ ບໍ່ແມ່ນເຂົ້າປາອາຫານ ແຕ່ເປັນ ”ບຸນ” ຕ່າງຫາກ.
ແລ້ວເຮັດແນວໃດຈຶ່ງໄດ້ບຸນ? ບຸນຈະເກີດໄດ້ດ້ວຍການຖວາຍທານແກ່ຜູ້ມີສີນ ຄື ພຣະສົງ ເມື່ອໃຫ້ທານແລ້ວ ອຸທິດບຸນກຸກົນ ນັ້ນແລະ ໃຫ້ໄປເຖິງ ເມື່ອບັນພະບຸລຸດຮັບຮູ້ແລ້ວອະນຸໂມທະນາ (ປັຕຕານຸໂມທະນາມັຍ).
ແຕ່ໃນຂະນະດຽວກັນ ພຸດທະສາສະໜາ ບໍ່ໄດ້ປະຕິເສດເລື່ອງການແຈກຍາຍອາຫານລ້ຽງຜີແບບດັ້ງເດີມ ດ້ວຍອະທິບາຍເພີ່ມວ່າ ຢ່າງນ້ອຍກໍ່ເປັນທານໃຫ້ກັບສັດອື່ນທີ່ຫິວໂຫຍ ແລະອະມະນຸດບາງຈຳພວກ (ຜີພະເນຈອນ) ມີບາບກີດກັນໄວ້ ບໍ່ສາມາດຮັບສ່ວນບຸນໄດ້ ອາໄສກິນຂອງເສດເຫຼືອຕາມພື້ນດິນ.
ບຸນເຂົ້າປະດັບດິນສາມາດເວົ້າໄດ້ວ່າ “ເຮັດບົວບໍ່ໃຫ້ຊ້ຳ ນ້ຳບໍ່ໃຫ້ຂຸ່ນ” ສິ່ງທີ່ໄດ້ຄື
1.ບໍ່ທຳລາຍຄວາມເຊື່ອດັ້ງເດີມ ອາດເປັນເຫດໃຫ້ແຕະຕ້ອງແນວຄິດ ເຮັດໃຫ້ຂຸ່ນເຄືອງກັນ
2.ໄດ້ສະເໜີທາງເລືອກທີ່ຖືກຕ້ອງຕາມຫຼັກຄຳສອນທາງພຸດທະສາສະນາ
3.ໄດ້ປະໂຫຍດທຸກພາກສ່ວນ
ໄດ້ອຸປະຖຳພຣະສົງຜູ້ດຳລົງພຣະສາສະໜາ
ໄດ້ສະແດງຄວາມກະຕັນຍູ ຮູ້ບຸນຄຸນບັນພະບຸລຸດ
ໄດ້ໃຫ້ທານແກ່ສັບພະສັດ
ເນື່ອງຈາກບຸນເຂົ້າປະດັບດິນນີ້ ຜາຮົບການຕອບແທນຄຸນບັນພະບຸລຸດ ເປັນຮີດຄອງຂອງຊາວລາວທີ່ເຮັດກັນໂດຍພ້ອມພຽງຮຽງໜ້າ ທຸກໆຄອບຄົວ ທົ່ວປະເທດ (ຜູ້ຂຽນ) ຈຶ່ງຂໍຕັ້ງຊື່ວັນນີ້ວ່າ “ວັນກະຕັນຍູແຫ່ງຊາດ” ເພາະວ່າ
1.ໄດ້ຕອບແທນບຸນຄຸນມານດາບິດາ ເມື່ອເພີ່ນລ່ວງລັບ (ສິຄາລະສູດ ເລື່ອງທິດ 6)
2.ໄດ້ສະທ້ອນເຖິງວ່າ ພໍ່ແມ່ທີ່ຍັງມີຊີວິດຢູ່ ຍິ່ງຕ້ອງລ້ຽງດູເບິ່ງແຍງ ຕອນທີ່ເພີ່ນຍັງຢູ່ນຳເຮົາ ມອບຄວາມຮັກເອົາໃຈໃສ່ເພີ່ນໃຫ້ຫຼາຍໆ ກ່ອນທີ່ເພີ່ນຈະຈາກໄປຢ່າງບໍ່ມີວັນຫວນກັບ
3.ໄດ້ສະແດງຄວາມກະຕັນຍູເປັນຮູບປະທັມ ຕໍ່ສິ່ງທີ່ບັນພະບຸລຸດສ້າງໄວ້ ຄື ນອກຈາກກະຕັນຍູຕໍ່ຕົວບຸກຄົນແລ້ວ ຍັງລວມໄປເຖິງສິ່ງທີ່ຄົນນັ້ນໆສ້າງໄວ້ ລູກຫຼານຕ້ອງພາກັນອະນຸລັກຮັກສາຮອຍມືຮອຍຕີນຂອງເພີ່ນໄວ້ ເປັນວັດຖຸ ສິນລະປະ ການກິນການນຸ່ງຖື ຮີດຄອງປະເພນີວັດທະນະທຳອັນດີງາມ.