ວິສາຂະບູຊາ ຫຍໍ້ມາຈາກ ວິສາຂະປຸນນະມີບູຊາ ແປວ່າ ການບູຊາໃນວັນເພັງເດືອນຫົກ ເນື່ອງຈາກເປັນວັນຄ້າຍວັນເກີດເຫດການສຳຄັນໃນພຸດທະສາສະໜາ 3 ເຫດການ ຄື ວັນປະສູດ, ຕັດສະຮູ້ ແລະ ປະຣິນິບພານ ຂອງພຣະສັມມາສັມພຸດທະເຈົ້າ ເຊີ່ງທັງ 3 ເຫດການນີ້ໄດ້ເກີດຂື້ນກົງກັນ ໃນ ວັນ ຂື້ນ 15 ຄຳ ເດືອນ 6 ຫຼື ວັນເພັງຂອງເດືອນວິສາຂະ (ແຕ່ຕ່າງປີກັນ) ຊາວພຸດຈຶ່ງຖືວ່າເປັນວັນທີ່ລວມການເກີດເຫດການອັນນ່າອັດສະຈັນແຮງ ແລະ ເອີ້ນການບູຊານີ້ວ່າ ວິສາຂະບູຊາ ຫຼື ວິສາຂະປຸນນະມີບູຊາ ໝາຍເຖີງການບູຊາໃນມື້ວັນເພັງເດືອນຫົກ

3 ເຫດການອັນນ່າອັດສະຈັນ

1.ປະສູດ

ເຊົ້າວັນສຸກ ຂື້ນ 15 ຄ່ຳ ເດືອນ 6 ປີຈໍ ກ່ອນພຸດທະສັກກະຣາດ 80 ປີ ເຈົ້າຊາຍສິດທັດຖະ ຊົງປະສູດທີ່ພຣະຣາຊະອຸທະຍານລຸມພິນີວັນ ເຊີ່ງຕັ້ງຢູ່ລະຫວ່າງກຸງກະບິລະພັດກັບກຸງເທວະທະຫະ.

2.ຕັດສະຮູ້

ເຊົ້າມຶດວັນພຸດ ຂື້ນ 15 ຄ່ຳ ເດືອນ 6 ປີຣະກາ ກ່ອນພຸດທະສັກກະຣາດ 45 ປີ ເຈົ້າຊາຍ ສິດທັດຖະ ຊົງຕັດສະຮູ້ເປັນພຣະສັມມາສັມພຸດທະເຈົ້າເມື່ອມີ ພຣະຊົນມາຍຸໄດ້ 35 ພັນສາ ທີ່ ໃຕ້ຮົ່ມໄມ້ສີມະຫາໂພ ລິມຟັ່ງແມ່ນ້ຳເນຣັນຊະຣາ ຕາແສງ ອຸຣຸເວລາເສນານິຄົມ ພາຍຫຼັງຈາກການອອກບວດໄດ້ 6 ປີ ປັດຈຸບັນ ສະຖານແຫ່ງທີ່ນີ້ເອີ້ນວ່າ ພຸດທະຄະຍາ ເປັນ ຕາແສງ ຫນື່ງຂອງເມືອງຄະຍາ ແຫ່ງ ຣັດພິຫານ ປະເທດອິນເດຍ

3.ປະລິນິບພານ

ພາຍຫຼັງຈາກຕັດສະຮູ້ ອົງພຣະສັມມາສັມພຸດທະເຈົ້າທົງປະກາດພຣະທັມວິນັຍ ໂພດເວໄນຍະສັດ ເປັນ ເວລາ 45 ປີ ເມື່ອ ມີພຣະຊົນມາຍຸໄດ້ 80 ພັນສາ ພຣະອົງກໍ່ສະເດັດດັບຂັນທະປະຣິນິບພານ ເມື່ອວັນອັງຄານ ຂື້ນ 15 ຄ່ຳ ເດືອນ 6 ປີ ມະເສັງ ທີ່ ສາລະວະໂນທະຍາານ ແຫ່ງ ມັນລະກະສັດ ເມືອງ ກຸສິນາຣາ ແຄວັນ ມັນລະ ປັດຈຸບັນຢູ່ໃນເມືອງ ກຸສີນະຄະຣະ ຣັດອຸດຕະຣະປະເທດ ປະເທດອິນເດຍ.

ຄວາມສຳຄັນຂອງວັນວິສາຂະບູຊາ

ວັນວິສາຂະບູຊາ ນັບວ່າເປັນວັນສຳຄັນສາກົນທາງພຸດທະສາສະໜາ ສຳຫຼັບ ຊາວພຸດທຸກນິກາຍທົ່ວໂລກ ແລະ ຍັງເປັນວັນຍຸດຣາຊະການໃນຫຼາຍໆປະເທດ ເຊັ່ນ, ສີລັງກາ,ໄທ, ພະມາ.

ນອຈາກນີ້ ວັນວິສາຂະບູຊາ ໃນປະເທດລາວ ຍັງຖືເອົາມື້ນີ້ ເປັນມື້ ປ່ຽນປີ ພຸດທະສັກກະລາດ ເປັນປີໃຫມ່ຕາມປະຕິທິນສຸຣິຍະຄະຕິລາວ ເຖີງແມ່ນວ່າ ປະເທດລາວຈະສະເຫຼີມສະລອງປີໃຫມ່ລາວກ່ອນ ວັນວິສາຂະກໍ່ຕາມ.

ກິດຈະກັມໃນວັນວິສາຂະບູຊາ

ໃນຕ່າງປະເທດ

ໃນວັນວິສາຂະບູຊາ ຖື່ວ່າເປັນວັນສຳຄັນຍິ່ງຂອງຊາວພຸດທົ່ວໂລກທີ່ນັບຖືພຸດທະສາສະນາ ຊາວພຸດມັກຈະມາລວມຕົວກັນເພື່ອຈັດພິທີ ເຮັດບຸນໃຫຍ່ ຫຼື ຈັດກິດຈະກຳຕ່າງ ເພື່ອເປັນການບຳເພັນກຸສົນ ຣະລຶກເຖີງພຣະພຸດທະເຈົ້າ. ໂດຍໃນຖານະວັນວິສາຂະບູຊາໄດ້ຮັບການຍົກຍ້ອງໃຫ້ເປັນວັນສຳຄັນຂອງໂລກ ເມື່ອວັນວິສາຂະມາເຖີງ ອົງກອນສະຫະປະຊາຊາດ ທີ່ ມະຫານະຄອນ ນິວຍອກ ປະເທດສະຫະຣັດອະເມຣິກາ ຈະມີການອັນເຊີນ ພຣະເຈດີວິສາຂະບູຊານຸສອນ ສາກົນໂລກ ປະກາດບູຊາວັນວິສາຂະ ພາຍໃນປະດິດສະຖານພຣະບໍຣົມມະສາຣີຣິກະທາດ ປະດິດສະຖານຢູ່ ທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດເປັນການຖາວອນ ແລະ ເປີດໃຫ້ປະຊາຊົນເດີນທາງເຂົ້າມາສັກກາລະບູຊາ

ໃນປະເທດລາວ

ຕອນເຊົ້າ ປະຊາຊົນ ມັກຈະເດີນທາງເຂົ້າວັດເຮັດບຸນໃສ່ບາດ ສະມາທານ ຮັກສາ ສີນ 5 ສີນ 8 ,ຟັງທັມເທດສະນາ ເພື່ອຖວາຍເປັນພຸດທະບູຊາ ຫຼື ບຳເພັນກຸສົນຄວາມດີອື່ນໆ ເຊັ່ນ ປ່ອຍນົກ,ປ່ອຍປາ ຕອນແລງ ເວລາປະມານ 7-8 ໂມງ ປະຊາຊົນມັກຈະໄປລວມຕົວກັນຕາມວັດເພື່ອເຮັດພິທີວຽນທຽນອ້ອມອຸໂບສົດ.

ວັນວິສາຂະບູຊາ ຍັງມີຄຳຮຽກຂານອື່ນໆ ທີ່ກ່ຽວຂ້ອງເຊັ່ນ

1.ວັນເກີດພຣະພຸດທະເຈົ້າ (Buddha’s Birthday)

2.ພຸດທະຊະຍັນຕີ (Buddha Jayanti) ວັນຄົບຮອບໄຊຊະນະຂອງພຣະພຸດທະເຈົ້າ

3.ວິສາຂະປຸນນະມີ (Visākha Punnami )

ຕິດຕາມຂ່າວສີລະທັມ,ຮູບພາບງາມກົດບ່ອນນີ້

ແບ່ງປັນເລື່ອງນີ້

#ຄຳຄົ້ນຫາຍອດນິຍົມ

ຄົ້ນຫາຂ່າວ

ຮູບ,ວິດີໂອ ເພີ່ມເຕີມ