ປະເພນີຊາວພຸດທີ່ສຳຄັນຢ່າງຫນື່ງໃນມື້ວັນປີໃຫມ່ລາວ ທີ່ຄົນລາວທົ່ວປະເທດມັກເຮັດກໍ່ຄື ປະເພນີ ສົມມາ ຫຣື ສັມມາຄະລະວະ ບາງທີ່ກໍ່ໃຊ້ ຂໍຂະມາ ພໍ່ແມ່,ຜູ້ເຖົ້າຜູ້ແກ່ໃນບ້ານເຮືອນຂອງຕົນເປັນປະຈຳທຸກປີ.
ນອກຈາກລູກຫຼານ ຈະສົມມາຄະລະວະພໍ່ແມ່ ຜູ້ເຖົ້າ ຜູ້ແກ່ ໃນບ້ານເຮືອນຂອງຕົນເອງແລ້ວ.ໃນບາງພື້ນທີ່ ລູກຫຼານທຸກຄົນ ຫຼື ຜູ້ທີມີອາຍຸອ່ອນກວ່າ ຈະໄປລວມຕົວກັນຢູ່ວັດ ເພື່ອ ເຮັດພິທີສົມມາຄະລະວະ ພຣະພຸດ ພຣະທັມ ແລະ ພຣະສົງພາຍໃນວັດແລ້ວ ແລະ ຈະສົມມາຄະລະວະຜູ້ຜູ້ເຖົ້າ ຜູ້ແກ່ທຸກຄົນ ໂດຍ ຈະນຳທຽນ ດອກໄມ້ ຂອງກິນ ຂອງໃຊ້ ຍາຮັກສາໂຣກ ຫຼື ອາດຈະໃສ່ເງິນໃນຂັນກໍ່ໄດ້ ແລ້ວແຕ່ຄວາມພ້ອມຂອງແຕ່ລະຄົນ.ເພື່ອໃຊ້ເປັນສິ່ງແທນໃນການສົມມາຄະລະວະ.
ສັມມາຄະລະວະ ໝາຍເຖີງ ລັກສະນະຂອງບຸກຄົນທີ່ສະແດງເຖີງການໃຊ້ ກາຍ ວາຈາ ແລະ ຈິດໃຈ ເຊັ່ນ ການແຕ່ງກາຍເຫມາະສົມກັບສະຖານທີ່ ການໃຊ້ວາຈາສຸພາບ ເຫມາະກັບກາລະເທສະ ການບໍ່ເວົ້າກວນຜູ້ອື່ນ ການສະແດງກິລິຍາອ່ອນນ້ອມຕໍ່ບຸກຄົນອື່ນໄດ້ເຫມາະກັບສະຖານະ, ເຖີງພ້ອມດ້ວຍຄວາມເຄົາລົບນັບຖື ຍົກຍ້ອງ ບູຊາ ແລະ ປະຕິບັດຕາມຄຳສັ່ງສອນ ເຫຼົ່ານີ້ເປັນຕົ້ນ ທີ່ບົ່ງບອກເຖີງຄຸນລັກສະນະພຶດຕິກຳທີ່ສະແດງອອກທາງກາຍ ວາຈາ ໃຈ ໂດຍມີໃຈເປັນຕົວກຳຫນົດສັ່ງການ.
ດັ່ງນັ້ນ ເມື່ອການສັມມາຄະລະວະ ຄືການກະທຳລັກສະນະທີ່ດີທາງກາຍ ວາຈາ ໃຈ ຈື່ງເປັນພິທີ ຫຼື ວິທີ ທີ່ສາມາດກະທຳໄດ້ທຸກເທດສະການ ທຸກເວລາ ສະຖານທີ່ ທີ່ເຫມາະສົມ ຖືກຕ້ອງດີງາມ ຕາມຄວາມເຫມາະສົມ ບໍ່ແມ່ນສະເພາະແຕ່ມື້ປີໃຫມ່. ແຕ່ທີ່ເຮົານິຍົມເຮັດພິທີໃນມື້ປີໃຫມ່ ກໍ່ເພາະວ່າຄົນເຮົາເຊື່ອກັນວ່າ ເປັນເລິກງາມຍາມດີ ທີ່ຈະໄດ້ລະຖີ້ມສິ່ງທີ່ບໍ່ດີ ໄປກັບປີເກົ່າ ຕ້ອນຮັບສິ່ງດີໆໃນປີໃຫມ່ ແລະ ມື້ປີໃຫມ່ ຍັງເປັນມື້ພັກວຽກງານຂອງລູກຫຼານ ຍາດພີ່ນ້ອງ ໄດ້ມີໂອກາດມາລວມຕົວກັນ ເຮັດພິທີນຳກັນ ພ້ອມໜ້າພ້ອມຕາກັນ ພ້ອມພາເຂົ້າສາມັກຄີ ຖືເປັນວັນລວມຍາດພີ່ນ້ອງແຫ່ງປີກໍ່ວ່າໄດ້.
ສ່ວນຄຳ ຂໍຂະມາ/ສົມມາພໍ່ແມ່” ກ່ອນອື່ນໜົດໃຫ້ກຽມ ຂັນ 5 ຂັນ 8 ເຄື່ອງທີ່ຈະໃຫ້ ພໍ່ ແມ່ ມີດອກໄມ້ ທູບທຽນ ຂອງກິນ ຂອງໃຊ້ ແກ້ວແຫວນ ເງີນ ຄຳ ແລ້ວແຕ່ຊອກມາຫາໄດ້ໃຫ້ເພີ່ນ ແລ້ວ ຕັ້ງໃຈ ອະທິຖານຈິດ ບອກສິ່ງສັກສິດ ແລ້ວເວົ້າວ່າ…
ກາຍະກຳມັງ ວະຈີກຳມັງ ມະໂນກຳມັງ ໂຍໂທໂສ.
ລູກຊື່…….. ໄດ້ມາ ຂໍຂະມາອະໂຫສິກຳນຳພໍ່ແມ່
ກຳອັນໃດທີ່ໄດ້ປະມາດພາດພັ້ງ ເຮັດຜິດໄປແລ້ວ ໃນຊາດນິ້ຕັ້ງແຕ່ເກີດ ຈົນເຖິງປະຈຸບັນ ດ້ວຍກາຍ ວາຈາ ໃຈ (ເຊັ່ນ: ເຄີຍດ່າພໍ່ແມ່ ເຄີຍໂກດຂຽດແຄ້ນ ເຄີຍຕົບຕ່ອຍຕີ່ (ເວົ້າເຖິງຄວາມສຳນຶກຜິດ) ຢ່າງໃດໜຶ່ງກໍ່ດີ ທີ່ນຶກໄດ້ແລະນຶກບໍ່ໄດ້ ກໍ່ດີ
ມາຕາປິຕະຣິ ປະມາເທນະ ທະວາຣັດຕະເຍນະ ກະຕັງ ສັບພັງ ອະປະຣາທັງ ຂະມະຕຸ ເມ ພັນເຕ.
ຄວາມຜິດໃດທີ່ລູກໄດ້ເຮັດໃຫ້ພໍ່ແມ່ເສຍໃຈ ລູກຂໍສຳນຶກກັບໂຕກັບໃຈ ປ່ຽນແປງໃໝ່ ຢ່າໄດ້ມີບາບກຳ
ຂໍໃຫ້ພໍ່ແມ່ ຈົ່ງຍົກໂທດໃຫ້ ອະໂຫສິກຳແກ່ລູກດ້ວຍ
ຕັ້ງແຕ່ບັດນິ້ ເປັນຕົ້ນໄປ..
(ຈົບແລ້ວ ຫຼັງຈາກນັ້ນ ໃຫ້ພໍ່ແມ່ກ່າວ ອະໂຫສິກຳ ອອຍພອນ ໃຫ້ລູກ ເປັນອັນແລ້ວພິທີ)