ຂ່າວ : ພິທີເປີດກອງທຶນ ອຸປະຖໍາກັມມາທິການເຜີຍແຜ່ສິລະທັມ ແລະ ປະຕິບັດກັມມະຖານ ສູນກາງ.

ພິທິເປີດກອງທຶນອຸປະຖໍາກັມມາທິການເຜີຍແຜ່ສິລະທັມ ແລະ ປະຕິບັດກັມມະຖານ ສູນກາງ ໄດ້ຈັດຂື້ນໃນຕອນບ່າຍຂອງວັນທີ15ມີຖຸນາ 2023 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ,ໂດຍໄດ້ຮັບຄວາມເມດຕາເປັນປະທານ ແລະ ກ່າວເປີດງານຂອງພຣະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ປະທານ ສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ,ພຣະອາຈານໃຫຍ່ມະຫາເຫວດ ມະເສໄນ ຮອງປະທານ ,ອົງຊີ້ນໍາວຽກງານກັມມາທິການ ເຜີຍແຜ່ສິລະທັມ ແລະ ປະຕິບັດກັມມາຖານ ,ຊີ້ນໍາວຽກງານສາທາຣະນູປະການ ສູນກາງ,ພຣະອາຈານໃຫຍ່ ບຸນສວ່ນ ພັນທະວົງ ຮອງປະທານ,ຊີ້ນໍາວຽກງານສຶກສາສົງທົ່ວປະເທດ,ພຣະອາຈານ ມະຫານ້ອຍ ສຸເສນ ທີ່ປຶກສາ ສູນກາງ ອພສ,ແລະເຂົ້າຮວ່ມໂດຍ ພຣະເຖຣານຸເຖຣະໃນຄະນະບໍລິຫານງານປະຈໍາການ,ຄະນະກໍາມະການບໍລິຫານງານ ,ຄະນະ ອພສ 9ຕົວເມືອງ ແລະ ເຈົ້າອະທິການວັດຕ່າງຯ.

ຝ່າຍຄາຣະວາດເປັນເຂົ້າຮວ່ມໂດຍທ່ານປອ.ຈັນເພັງ ສຸດທິວົງ  ຮອງປະທາ ສູນກາງ ແນວລາວສ້າງຊາດ,ຄອບຄົວການນໍາພັກລັດ ໂດຍມີ ທ່ານ ນາງ ດຣ.ວິພາວັນ ພົມວິຫານ, ທ່ານ ນາງ ວຽງເງິນ  ໄຂຄໍາພິທູນ ພ້ອມດວ້ຍ ຍາດຕິທັມ ແລະ ຊາວພຸດທະສາສະນິກກະຊົນ ພາຍໃນ ແລະ ຕ່າງປະເທດ ທີ່ມີກສົນເຈດຕະນາໃນພຸດທະສາສະສະໜາ.

ໃນພິທີ ພຣະອາຈານ ພຸດທະສອນ ລະຄອນຄໍາ ຮອງຫົວໜ້າກັມມາທິການເຜີຍແຜ່ ສິລະທັມ ແລະ ປະຕິບັດກັມມະຖານ ສູນກາງ ໄດ້ຜ່ານຂໍ້ຕົກລົງວ່າດວ້ຍການອະນຸມັດສ້າງຕັ້ງກອງທຶນ ແລະວ່າດວ້ຍການຮັບຮອງເອົາຄະນະບໍລິຫານກອງທຶນອຸປະຖໍາ ກັມມາທິການເຜີຍແຜ່ສິລະທັມ ແລະ ປະຕິບັດກັມມະຖານ ສູນກາງ.

ພຣະອາຈານ ສີທົນ ໄຊຍະວົງສອນ ຫົວໜ້າກັມມາທິການເຜີຍແຜ່ສິລະທັມ ແລະ ປະຕິບັດກັມມະຖານ ສູນກາງໄດ້ນໍາສະເໜີ ວິໃສທັດ “ຊຸມຊົນມີສິລະທັມ ສັງຄົມ ມີຄວາມສະຫງົບ ຜາສຸກ  “

ຍຸດທະສາດມີ6ວຽກ ຄື:

1.ສ້າງສູນປະຕິບັດທັມ ໃຫ້ຄົບທຸກແຂວງ.

  1. ສ້າງ, ພັດທະນາ ຫລັກສູດ ແລະ ເຄື່ອງມືໃນການເຜີຍແຜ່ໃຫ້ສົມບູນ ແລະ ໄດ້ມາດຕະຖານ.
  2. ພັດທະນາ ບຸກຄະລາກອນ ໃຫ້ເປັນຜູ້ນໍາດ້ານການເຜີຍແຜ່ພຸດທະສາສະໜາ ແລະ ພັດທະນາສັງຄົມ.

4.ພັດທະນາວິທີການເຜີຍແຜ່ທັມມະໃຫ້ທັນຍຸກທັນສະໄໝ.

5.ພັດທະນາຊຸມຊົນໃຫ້ຢູ່ດີມີຄວາມສຸກ ແລະ ຫ່າງໄກຈາກອະບາຍຍະມຸກ ແລະ ສິ່ງເສບຕິດ.

  1. ສ້າງກອງທຶນອຸປະຖໍາກັມມາມທິການເຜີຍແຜ່ສິລະທັມ ແລະ ປະຕິບັດກັມມະຖານ

  ສໍາລັບວຽກຈຸດສຸມມີ 3 ວຽກ ຄື 1.ປັບປຸງກົງຈັກ ແລະ ບຸກຄະລາກອນ.

                                     2. ຊຸກຍູ້,ສົ່ງເສີມ ແລະ ເປີດໂອກາດ.

                                     3. ສະໜັບສະໜູນແລະ ອຸປະຖໍາການສ້າງຕັ້ງ ສູນປະຕິບັດທັມຂອງກັມມາທີການ ເຜີຍແຜ່ ສິລະທັມ ແລະ ປະຕິບັດກັມມະຖານສູນກາງທີ່ເຄື່ອນໄຫວໃນຂອບເຂດທົ່ວປະເທດ

 ນອກນັ້ນຍັງມີ  18ແຜນງານ ໃນແຜນການ 5ປີ (2021-2026) ຂອງ ກຜປຖ.

ທ່ານນາງ ປອ.ສຸວັນເພັງ ບຸບຜານຸວົງ ຫົວໜ້າຄະນະຄຸ້ມຄອງ ແລະ ບໍລິຫານກອງທຶນຝ່າຄາຣະວາດໄດ້ກ່າວພາລະບົດບາດ ,ສິດ ໜ້າທີ່ ແລະ ຄວາມເປັນມາໃນການສ້າງຕັ້ງກອງທຶນ ອຸປະຖໍາ  ກຜປຖ.

ຈາກນັ້ນ ທ່ານ ປອ. ຈັນເພັງ ສຸດທິວົງ ຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ຄໍາເຫັນ ແລະ ຊົມເຊີຍໃນການສ້າງຕັ້ງກອງທຶນອຸປະຖໍາໃນການຂັບເຄື່ອນວຽກງານ ຂອງກຜປຖ ທັງຍົກໃຫ້ເຫັນຜົນງານການເຄື່ອນໄຫວ ຂອງອົງການພຸດທະສາສະໜາ ສໍາພັນລາວໃນເມື່ອກ່ອນ ແລະ ໃນປະຈຸບັນ.

ໃນຕອນທ້າຍຂອງພິທີ ບັນດາເຈົ້າສັດທາ ທີ່ເຫຼືອມໃສໃນພຸດທະສາສະໜາ ທີ່ ມີ ກຸສົນເຈດຕະນາ ຝ່າຍບັນພະຊິດ ແລະ ຝ່າຍຄາຣະວາດ ກໍໄດ້ມອບປັດໃຈຕາມກໍາລັງສັດທາໃຫ້ ແກ່ ກອງທຶນອຸປະຖໍາ ກັມມາທິການເຜີຍແຜ່ສິລະທັມ ແລະ ປະຕິບັດກັມມະຖານ ສູນກາງ.

ຈາກນັ້ນ ປະທານ ສູນກາງ ອພສ  ພຣະອາຈານໃຫຍ່ ບຸນມາ ສິມມາພົມ ກໍໄດ້ ມີຄໍາເຫັນ ແລະ ກ່າວປິດພິທີເປີດກອງທຶນອຸປະຖໍາ ກຜປຖ (ຢ່າງເປັນທາງການ).

ຕິດຕາມຂ່າວສີລະທັມ,ຮູບພາບງາມກົດບ່ອນນີ້

ແບ່ງປັນເລື່ອງນີ້

#ຄຳຄົ້ນຫາຍອດນິຍົມ

ຄົ້ນຫາຂ່າວ

ຮູບ,ວິດີໂອ ເພີ່ມເຕີມ