ອີງຕາມ ກອງປະຊຸມຄະນະບໍລິຫານງານປະຈຳສູນກາງ ແລະ ຄະນະກວດແກ້ພຣະໄຕປິດົກລາວ ຄັ້ງວັນທີ 02 ມີນາ 2021 ທີ່ວັດສຸວັນນະປະດິດ, ແລະ ກອງປະຊຸມ ກັມມາທິການເຜີຍແຜ່ ແລະ ປະຕິບັດກັມມະຖານ ສູນກາງ ແລະ ຄະນະກວດແກ້ພຣະໄຕປິດົກລາວ ຄັ້ງວັນທີ 11 ມີນາ 2021 ທີ່ຫ້ອງການກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ.
ພຣະຍອດຄຳສຸນທະລະຍານ ສີທົນ ໄຊຍະວົງສອນ ຫົວໜ້າກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມຖານ ສູນກາງ ໄດ້ຕົກລົງແຕ່ງຕັ້ງ ຄະນະກວດແກ້ພຣະໄຕປີດົກລາວ ໄດ້ໄປປະຈຳທີ່ຫ້ອງການຄົ້ນຄວ້າ ແລະ ແປພຣະໄຕປີດົກລາວ ທີ່ວັດສຸວັນນະປະດິດ ບ້ານນາດີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ. ເຊີ່ງຄະນະພຣະມະຫາປະຣຽນທັມ ທີ່ຮຽນສາຍພາສາບາລີມາໂດຍກົງ ທີ່ໄດ້ຮັບການແຕ່ງຕັ້ງປະກອບດ້ວຍ
1.ພຣະມະຫາອຸດອນ ອະນຸດຕະໂຣ ປຣຽນທັມ 7 ປະໂຫຍກ ເປັນຫົວໜ້າ
2. ພຣະມະຫາ ສິງຫາ ໄຂ່ອຳພອນ ປຣຽນທັມ 9 ປະໂຫຍກ
3. ພຣະມະຫາ ຖານະ ຫຼວງເຮັງສົມບັດ ປຣຽນທັມ 4 ປະໂຫຍກ
4. ພຣະມະຫາ ພອນສະຫວັນ ວະຊິຣະຍາໂນ ປຣຽນທັມ 6 ປະໂຫຍກ
5. ພຣະມະຫາ ບຸນເກີດ ຄາມຸງຄຸນ ປຣຽນທັມ 6 ປະໂຫຍກ
6. ພຣະມະຫາ ວຽງສັກ ວິຈາໂຣ ປຣຽນທັມ 3 ປະໂຫຍກ
7. ພຣະມະຫາ ອຸທິດ ວຽງແກ ປຣຽນທັມ 3 ປະໂຫຍກ
8. ພຣະມະຫາ ຕົ້ນ ສີສອງເມືອງ ປຣຽນທັມ 7 ປະໂຫຍກ
9. ພຣະມະຫາ ສົມພອນ ຫຼວຍຍະລາດ ປຣຽນທັມ 6 ປະໂຫຍກ
10.ພຣະມະຫາ ໄພວັນ ອົກຜາຍ ປຣຽນທັມ 6 ປະໂຫຍກ
11.ພຣະມະຫາ ກິ ກະຕະປຸນໂຍ ປຣຽນທັມ 3 ປະໂຫຍກ
12.ພຣະມະຫາ ທອງຕັນ ໄຊລາພັນ ປຣຽນທັມ 6 ປະໂຫຍກ
13.ພຣະມະຫາ ສີຍັນ ສຸລິຍະວົງ ປຣຽນທັມ 3 ປະໂຫຍກ
14.ພຣະອາຈານ ປທ. ພັນທອງ ໂພມີໄຊ
15.ພຣະອາຈານ ວິຈິດ ວິຈິຕໂຕ
16.ພຣະອາຈານ ນິພອນ ແກ້ວສົມບັດ
ຄະນະທີ່ໄດ້ຮັບມອບຫມາຍນີ້ມີໜ້າທີ່ກວດແກ້ພຣະໄຕຣປິດົກ ສະບັບພາສາບາລີ ອັກສອນລາວ ແລະ ພຣະໄຕປີດົກສະບັບພາສາລາວ ໃຫ້ສຳເລັດພາຍໃນ 3 ເດືອນ ຕັ້ງແຕ່ເດືອນມີນາ ຫາເດືອນ ມິຖຸນາ ປີ 2021.
ສາທຸຊົນຊາວພຸດທັງຫຼາຍ ທີ່ເຫຼີ້ມໃສ່ສັດທາໃນພຣະພຸດທະສາສະໜາ ສາມາດຮ່ວມອຸປະຖັມ ປັດໄຈ ຕາມກຳລັງສັດທາໃນການກວດແກ້ພຣະໄຕຣປິດົກ ສາມາດຕິດຕໍ່ພົວພັນໄດ້ ທີ່ຫ້ອງການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ ອພສ.ວັດທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.ໂທລະສັບ 02022224883
ຂໍໃຫ້ອຸບາສົກ ອຸບາສິກາ ຕະລອດພິກຂຸສົງຄ໌ທັງຫຼາຍ ໄດ້ນ້ອມຈິດນ້ອມໃຈ ອະນຸໂມທະນາບຸນໃນຄັ້ງນີ້ດ້ວຍ. ຂໍເປັນກຳລັງໃຈໃຫ້ຄະນະທີ່ໄດ້ຮັບແຕ່ງຕັ້ງ ໄດ້ປະຕິບັດໜ້າທີໃຫ້ສຳເລັດລຸລ່ວງດ້ວຍດີ ຂໍອາຍຸພຸດທະສາສະໜາຢືນນານເທີ້ນ.