ເປິດງານບຸນປະຕິບັດທັມ ແລະ ບຸນນະມັດສະການຮອຍພຣະບາດພູເຂົາຄວາຍ 2020
ພຣະອາຈານ ພັນທອງ ໂພມີໄຊ ຄະນະປະຈຳ ກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ ອພສ,ເຈົ້າອາວາດ ວັດຈັນທະປ່າລານ ພ້ອມກັບ ພຣະອາຈານ ເອກ ປະສັນນະຈິດໂຕ ແລະ ຄະນະສົງວັດປ່າພຣະບາດພູເຂົາຄວາຍ ເປີດງານບຸນປະຕິບັດທັມ ແລະ ບຸນນະມັດສະການຮອຍພຣະບາດປະຈຳປີ 2020 ແລ້ວ.ມື້ນີ້ທີ່ວັດປ່າພຣະບາດພູເຂົາຄວາຍ ບ້ານນາຍາງ ເມືອງທຸລະຄົມ ແຂວງວຽງຈັນ.
ພິທີໄດ້ດຳເນີນຕາມກຳຫນົດການງານບຸນ ເຊິ່ງໄດ້ຮັບຄວາມເມດຕາເດີນທາງມາຮ່ວມພິທີເປີດໂດຍ ພຣະຫຼັກແກ້ວມະຫາສຸເມທາທິບໍດີ(ມະຫາບຸນມາ ສິມມາພົມ)
ຮັກສາການປະທານສູນກາງອົງການພຸດທະສາສະໜາສັມພັນແຫ່ງ ສປປ ລາວ, ພຣະຫຼັກແກ້ວມະຫາວໍຣະຍານາທິບໍດີ (ມະຫາເຫວດ ມະເສໄນ) ຮອງປະທານສູນກາງ ອພສ ອົງຊີ້ນຳລວມວຽກງານກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ທົ່ວປະເທດ ພ້ອມດ້ວຍພຣະຍອດຄຳ,ພຣະຫຼັກຄຳ ແລະ ພຣະເຖຣານຸເຖຣະ:
ສ່ວນຝ່າຍການຈັດຕັ້ງ ໃຫ້ກຽດເຂົ້າຮ່ວມມີ ທ່ານ ບຸນເລີດ ສີຫະປັນຍາ ຮອງເລຂາພັກເມືອງ ປະທານກວດກາເມືອງ ທຸລະຄົມ,ທ່ານນາງ ຈັນທະມາໄລ ບຸນໄຊທິບ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງທຸລະຄົມ
ທ່ານ ຈູມມະນີ ບຸດທະວົງ ກຳມະການພັກເມືອງຫົວໜ້າຫ້ອງການພາຍໃນເມືອງທຸລະຄົມ ພ້ອມຄະນະ ແລະ ພຸດທະສາສະນິກກະຊົນ,ນັກປະຕິບັດທັມຫຼາຍທ່ານເຂົ້າຮ່ວມພິທີງານບຸນປະຕິບັດໃນຄັ້ງນີ້.
ພຣະອາຈານ ພັນທອງ ກ່າວ ຈຸດປະສົງໃນການຈັດງານບຸນປະຕິບັດທັມໃນຄັ້ງນີ້ວ່າ.. 1. ເພື່ອເປັນການສົ່ງເສີມອາຍຸພຸດທະສາສະໜາ 2.ເພື່ອສຶບຖອດຕາມຮອຍທັມຂອງຍາທ່ານໃຫຍ່ ຄຳຕັນວໍຣະຣາຊ ທີ່ເປັນຜູ້ສ້າງ ແລະ ນຳປະຕິບັດມາກ່ອນ 3. ເພື່ອເປັນການຮັກສາໄວ້ ເຊີ່ງພຣະທັມຄຳສອນ ຂອງອົງສົມເດັດພຣະສັມມາສັມພຸດທະເຈົ້າ ແລະ ຮີດຄອງ ປະເພນີ ວັດທະນະທຳ ອັນດີງາມທີ່ຕິດພັນກັບພຸດທະສາສະໜາເອົາໄວ້.
ຫຼັງຈາກນັ້ນ ພຣະຫຼັກແກ້ວມະຫາສຸເມທາທິບໍດີ(ມະຫາບຸນມາ ສິມມາພົມ), ພຣະຫຼັກແກ້ວມະຫາວໍລະຍານາທິບໍດີ (ມະຫາເຫວດ ມະເສໄນ) ກ່າວໃຫ້ໂອກາດ ແກ່ພຣະນັກປະຕິບັດ,ພຸດທະສາສະນິກະຊົນຮ່ວມອະນຸໂມທະນາ ເປັນອັນສຳເລັດພິທີເປິດ.
ເປີດອ່ານແລ້ວ: 203
ຕິດຕາມຂ່າວສີລະທັມ,ຮູບພາບງາມກົດບ່ອນນີ້
Related Posts
-
ຄວາມຫມາຍ ຄວາມສຳຄັນ ວັນມາຄະບູຊາJanuary 27, 2021
-
ເຂົ້າປະດັບດິນ ກັບ ຄຳສອນພຣະພຸດທະເຈົ້າ /ໂດຍ ພຣະມຫາສິງຫາ ໄຂ່ອຳພອນFebruary 11, 2021
-
ແຈ້ງຂ່າວງານປະຕິບັດທັມກັມມະຖານ ແລະ ບຸນນະມັດສະການຮອຍພຣະບາດພູເຂົາຄວາຍDecember 26, 2022
-
ບຸນກະຖິນ ວັດສີສະເກດNovember 7, 2023
-
ເປີດກອງທຶນ ອຸປະຖຳ ກຜປຖJune 28, 2023
-
Access 1win Online Casino And Get The Welcome BonuJune 11, 2023
- No comments have been published yet.
#ຄຳຄົ້ນຫາຍອດນິຍົມ
Podcast
ກຜປຖ
ຂ່າວກັມມາທິການເຜີຍແຜ່
ຂ່າວຊາວພຸດ
ຂ່າວບຸນ
ຂ່າວອພສ
ຄະນະບໍລິຫານງານອພສ
ບົດຂ່າວ
ບົດຂ່າວສີລະທັມ
ບົດຄວາມທຳມະ
ປະເພນີວັດທະນະທຳ
ພຣະອາຈານ ມະຫາເຫວດ ມະເສໄນ
ພຣະອາຈານ ສີທົນ ໄຊຍະວົງສອນ
ພຣະອາຈານ ສີສຸກ ສະເຫຼີມຄຸນ
ມຸງຄຸນຊີວິດ
ລາຍການວິທະຍຸທັມມະ
ວັນສຳຄັນທາງພຸດທະສາສະໜາ
ວີດີໂອທັມມະ
ສະຕິມາປັນຍາເກີດ
ໂພສຂ່າວ
ໜ່ວຍງານສື່ປະຊາສຳພັນ
ຄົ້ນຫາຂ່າວ
ລົງທະບຽນ
ຕິດຕາມຂ່າວສານກ່ອນໃຜ