ຄອບຄົວ ພິລາພັນເດຊ ພ້ອມດ້ວຍລູກຫຼານແລະຍາດພີ່ນ້ອງ ນ້ອມຖວາຍເຂົ້າສານ 2 ໂຕນ ເພືື່ອຊ່ວຍເຫຼືອ ພຣະພິກຂຸ ສະມະເນນ ໃນໄລຍະຂອງການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຍັງຮຸນແຮງຢ່າງຕໍ່ເນື່ອງ. ນອກຈາກຈະເຮັດໃຫ້ປະຊາຊົນ, ເສດຖະກິດ-ສັງຄົມພົບພໍ້ກັບຄວາມຍຸ້ງຍາກແລ້ວ ໃນນັ້ນກໍ່ຄື ພຣະພິກຂຸ ສາມະເນນຕາມວັດຕ່າງໆໃນຂອບເຂດທົ່ວປະເທດກໍ່ໄດ້ຮັບຜົນກະທົບນີ້ເຊັ່ນດຽວກັນ.

ພາຍຫຼັງ ຄະນະສະເພາະກິດ ໄດ້ປະກາດນຳໃຊ້ ມາດຕະການປ້ອງກັນ ສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19 ໂດຍການປິດແຂວງ ເມືອງ ແລະ ບ້ານ ທີ່ມີຄວາມສ່ຽງສູງ ງົດເວັ້ນການເດີນທາງເຂົ້າອອກແຂວງຕໍ່ແຂວງ, ເວັ້ນໄລຍະຫ່າງ ແລະ ກັກຕົວຢູ່ໃນບໍລິເວນຂອງຕົນ ລວມທັງຫ້າມກິດຈະການ, ຫ້າງຮ້ານ, ວັດວາອາຣາມ ຈັດກິດຈະກຳຕ່າງໆທາງສາສະໜາ.

ດັ່ງນັ້ນ, ເພື່ອຊ່ວຍເຫຼືອ ບັນເທົາສະຖານະການຄວາມຍາກລຳບາກຂອງພຣະພິກຂຸ-ສາມະເນນ. ທາງເຈົ້າສັດທາ ຈຶ່ງເຫັນໄດ້ຄວາມສຳຄັນ ນ້ອມມາຖວາຍເຊິ່ງເຂົ້າສານ 2 ໂຕນໃຫ້ແກ່ພຣະສົງສາມະເນນ ແລະ ໄດ້ຈັດແຈກຈ່າຍໃຫ້ ທັງໝົດ 23 ວັດ ໃນນະຄອນຫຼວງວຽງຈັນ.

ໃນພິທີມອບຖວາຍດັ່ງກ່າວ ໄດ້ມີຂື້ນທີ່ວັດສີສະເກດ ແລະ ໃຫ້ຄວາມເມດຕາຮັບ ໂດຍພຣະຫຼັກແກ້ວມະຫາວໍຣະຍານາທິບໍດີ (ມະຫາເຫວດ ມະເສໄນ) ຮອງປະທານ, ອົງຊີ້ນຳ ວຽກງານກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ ອພສ, ເຈົ້າອະທິການວັດສີສະເກດ ພ້ອມດ້ວຍຄະນະສົງ.

ວັນທີ 25 ຕຸລາ 2021.

ຕິດຕາມຂ່າວສີລະທັມ,ຮູບພາບງາມກົດບ່ອນນີ້

ແບ່ງປັນເລື່ອງນີ້

#ຄຳຄົ້ນຫາຍອດນິຍົມ

ຄົ້ນຫາຂ່າວ

ຮູບ,ວິດີໂອ ເພີ່ມເຕີມ