ບຸນກະຖິນເປັນບຸນຍອດນິຍົມທີ່ຊາວພຸດໄດ້ຍຶດຖືປະຕິບັດກັນມາແຕ່ດົນນານຕາມຮີດ12ຄອງ14ຫລື ບຸນ 12 ເດືອນເປັນບຸນໃຫຍ່ທີ່ຕ້ອງໃຊ້ພະລັງຄວາມສາມັກຄີກັນຢ່າງພ້ອມພຽງກັນເຮັດບຸນກະຖິນໃຫ້ຖືກຄອງພຣະວິນັຍຂອງສົງ.

ພາຍຫຼັງທີ່ບຸນປະວໍລະນາ ອອກພັນສາ ແຕ່ລະປີ ເລີ່ມແຕ່  ແຮມ1ຄໍ່າ ເດືອນ11 ລາວ ໄປເຖິງຂື້ນ1ຄໍ່າເດືອນ 12ເພັງ (ໄລຍະ1ເດືອນ) ສາທຸຊົນທັງຫລາຍ ແມ່ນໄດ້ຕັ້ງກອງກະຖິນ ແລະ ທອດຖວາຍຢູ່ຕາມວັດຕ່າງຯພາຍໃນ ນະຄອນຫລວງວຽງຈັນ ແລະໃນຂອບເຂດທົ່ວປະເທດ.

ທີ່ວັດສີສະເກດສະຕະສະຫັສສາຣາມ ບ້ານຊຽງຍືນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ຈັດງານບຸນທອດຖວາຍກອງມະຫາກະຖິນສາມັກຄີ ໄທ-ລາວ ສະກົນນະຄອນ-ສະມຸດສາຄອນ-ນະຄອນຫລວງວຽງຈັນ ນໍາພາໂດຍພຣະເດັດພຣະຄຸນຫລວງພໍ່ ພຣະເທບສິດທິໂສພົນເຈົ້າອາວາດວັດພຣະທາດເຊິງຊຸມ ວໍຣະວິຫານ ,ທີ່ປຶກສາເຈົ້າຄະນະພາກ8 ພ້ອມດວ້ຍຄະນະສົງ ວັດພຣະທາດເຊິງຊຸມ ວໍຣະວິຫານ ສະກົນນະຄອນ ແລະ ຈາກສະມຸດສາຄອນ ຮວ່ມກັບ  ທ່ານ ນາງ ດຣ.ສຸທາສີນີ ນິຕິສາຄະຮິນ  ກໍາມະການຜູ້ຈັດການ ບໍລິສັດ ພີມມາດສະເຕີ ຈໍາກັດ   ແລະ  ທ່ານປ້າ ນາລີ ສີສຸລິດ ພັນລະຍາ ປະທານປະເທດ ແຫ່ງ ສປປ ລາວ,ໂດຍການເຂົ້າຮວ່ມບຸນຂອງ ການນໍາພັກລັດ ຈາກສູນກາງແນວລາວສ້າງຊາດ,ຄອບຄົວການນໍາພັກລັດ ,ທ່ານ ນາງ ມໍຣະກົດ ສີສະຫວັດ ທູດໄທ  ປະຈໍາ ສປປ ລາວ,ທ່ານ ສົມສັກ ວິໄລທອນ ຫົວໜ້າ ກົງສູນລາວ ປະຈໍາ ຂອນແກ່ນຣາຊອານາຈັກໄທ ແລະ ຊາວພຸດທະສາສະນິິກະຊົນ ໄທ – ລາວ.

ໃນຕອນແລງຂອງວັນທີ 3 ພະຈິກ 2023  ໄດ້ມີພິທີ  ໄຫວ້ພຣະຮັບສິນ ,ສູດປະຣິຕະມຸງຄຸນ ,ຟັງທັມເທດສະໜາເຊິ່ງໄດ້ຮັບເມດຕານໍາພາສູດ ແລະໃຫ້ທັມມະໂດຍ  ພຣະອາຈານໃຫຍ່ ມະຫາເຫວດ ມະເສໄນ ຮອງປະທານ ສູນກາງ ອົງການພຸດທະສາສະໜາສັມພັນແຫ່ງ ສປປ ລາວ ເຈົ້າອະທິການ ວັດສີສະເກດສະຕະສະຫັດສາຣາມ   .

ຈາກນັ້ນຄະນະເຈົ້າພາບຈະຕຸປັດໄຈແດ່ຄະນະພຣະສົງ ແລະໄດ້ມີພິທີບາສີສູ່ຂວັນແດ່ຄະນະ ເຈົ້າພາບ.

ໃນຕອນເຊົ້າຂອງວັນທີ   4 ພະຈິກ 2023 ຄະນະສົງ-ຄະນະ ເຈົ້າພາບ ,ພຸດທະບໍລິສັດທັງຫລາຍແລະ ຄະນະ ຟ້ອນໝູ່ໃຫຍ່ຈາກສາກົນນະຄອນ ກໍໄດ້ແຫ່ກອງມະຫາກະຖິນ  ອ້ອມພັດທະສີມາ 3ຮອບ ແລະທໍາພິທີທາງສາສະໜາ.

ໄຕ້ທູບທຽນບູຊາພຣະຣັດຕະນະໄຕຣ ໂດຍ ທ່ານ ນາງ ດຣ.ສຸທາສີນີ ນິຕິສາຄະຮິນ ແລະ ທ່ານປ້າ ນາລີ ສີສຸລິດ ຈາກນັ້ນ ສີລາວັດ ອາຈານກໍວິເສດໄດ້ນໍາພາໄຫວ້ພຣະຮັບສິນ , ກ່າວຄໍາຖວາຍຜ້າມະຫາກະຖິນ ແລະ ທໍາພິທີອຸປະໂລກຜ້າມະຫາກະຖິນ ເຊິ່ງຄະນະສົງວັດສີສະເກດໄດ້ພ້ອມພຽງກັນອະນຸຍາດໃຫ້ພຣະອາຈານໃຫຍ່ ມະຫາ ເຫວດ ມະເສໄນ ເປັນອົງຮັບຜ້າມະຫາກະຖິນ.

ຄະນະເຈົ້າພາບໄດ້ຖວາຍຜ້າບໍລິວານກະຖິນ,ປັດໄຈຍະທານ ແລະ ຟັງທັມ ກ່ຽວກັບອະນີສົງບຸນມະຫາກະຖິນໄດ້ຮັບຄວາມເມດຕາສະແດງທັມໂດຍ ພຣະອາຈານໃຫຍ່ ມະຫະເຫວດ ມະເສໄນ.

ຈາກນັ້ນຄະນະເຈົ້າພາບ ແລະ ຊາວພຸດທະບໍລິສັດທັງຫລາຍ ຄາລະວະ ຮັບພອນ ຢາດນໍ້າ.

ສໍາລັບປັດໃຈທັງໝົດຈາກກອງມະຫາກະຖິນໃນຄັ້ງນີ້ ແມ່ນຈະນໍາໄຊ້ໃນການສ້າງສາພັດທະນາ ວັດສີສະເກດ.

ຕິດຕາມຂ່າວສີລະທັມ,ຮູບພາບງາມກົດບ່ອນນີ້

ແບ່ງປັນເລື່ອງນີ້

#ຄຳຄົ້ນຫາຍອດນິຍົມ

ຄົ້ນຫາຂ່າວ

ຮູບ,ວິດີໂອ ເພີ່ມເຕີມ