ເມື່ອວັນທີ່ 24 ຕຸລາ 2021 ຜ່ານມານີ້ ທີ່ ວັດເຝິດຕິກ ປະຈຳ ນະຄອນ ຫຼວງວຽງຈັນ ໄດ້ມີພິທີຖວາຍຄວາມລະນຶກເຖີງພຣະອາຈານ ທິກ ຝໍ ໂຕ໋ຍ (Thích Phổ Tuệ) ອະດີດອົງພຣະປະມຸກສົງ ແຫ່ງ ສສ ຫວຽດນາມ.

ໃນໂອກາດນີ້ ເຊິ່ງມີ ພຣະອາຈານ ປອ.ສີສຸກ ສະເຫຼີມຄຸນ ພ້ອມຄະນະ ຕົວແທນຈາກ ກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ ອົງການພຸດທະສາສະໜາສັມພັນລາວ,ສະມາຄົມຄົນຫວຽດນາມໃນນະຄອນຫຼວງວຽງຈັນ,ພຣະສົງ,ແມ່ຊີ ແລະ ພຸດທະສາສະນິກກະຊົນໃນປະເທດລາວ ຮ່ວມກັນຈັດພິທີນ້ອມລະນຶກ ບຳເພັນກຸສົນ.

ໃນວັນ ແລະ ເວລາດຽວກັນນີ້ ຄື 24 ຕຸລາ ເວລາ ວລາ 9:00 – 10:30 AM ທີ່ຜ່ານມາ ທີ່ ນະຄອນຫຼວງ ຮ່າໂນຍ ສສ ຫວຽດນາມ ກໍ່ໄດ້ມີພິທີຊາປະນະກິດ(ການເຜົາສົບ)ພຣະອາຈານໃຫຍ່ ທິກ ຝໍ ໂຕ໋ຍ ອະດີດປະມຸກສົງແຫ່ງ ສສ ຫວຽດນາມ ທີ່ໄດ້ລະກາຍສັງຂາຣໄປ ແຕ່ເມື່ອວັນທີ 21 ຕຸລາ ພສ 2564 ທີ່ຜ່ານມາ ສິຣິອາຍຸເພີ່ນໄດ້ 105 ປີ 85 ພັນສາ.

ໃນພິທີບຳເພັນກຸສົນ ດັ່ງກ່າວ ພຣະອາຈານ ຕິກ ມິນ ກວາງ (Thích Minh Quang) ຄະນະປະຈຳ ບໍລິຫານຄະນະສົງຊາວພຸດປະເທດລາວ, ເຈົ້າອາວາດວັດ ເຝິດຕິກ ປະຈຳ ນະຄອນຫຼວງວຽງຈັນ ໄດ້ເລົ່າເຖີງປະຫວັດຂອງ ພຣະອາຈານໃຫຍ່ ທິກ ຝໍ ໂຕ໋ຍ,ຄຸນນະທັມຂອງເພີ່ນ ຕະຫຼອດເຖີງກິດຈະກຳທາງພຸດທະສະໜາ.
ພຣະອາຈານໃຫຍ່ ທິກ ຝໍ ໂຕ໋ຍ ເປັນພຣະພິກຂຸຜູ້ແຕກສານໃນພຸດທະທັມ ປ່ຽມດ້ວຍຄຸນນະທັມ ມີຄຸນນຸປະການຢ່າງສູງ ແລະ ເປັນແບບຢ່າງຂອງພຣະພິກຂຸ ແມ່ຊີ ແລະ ພຸດທະສາສະນິກກະຊົນໃນຫຽວດນາມ.
ໃນພິທີດັ່ງກ່າວ ຄະນະການນຳ ພຣະພິກຂຸ,ພິກຂຸນີ ພຸດທະສາສະນິກກະຊົນ ໄດ້ຖວາຍ ຜ້າໄຕຣ ເຄື່ອງຫອມ ເຮັດສະມາທິ ແລະ ສູມມົນຕ໌ ເພື່ອສະແດງເຖີງຄວາມກະຕັນຍູ ແລະ ລະນຶກເຖີງພຣະອາຈານໃຫຍ່.