ວັນທີ 25 ສິງຫາ 2021 ຜ່ານມານີ້ ກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ(ກຜປຖ) ສູນກາງອົງການພຸດທະສາສະໜາສຳພັນລາວ (ອພສ) ໄດ້ມອບຄອມພິວເຕີຈຳນວນ 5 ຊຸດລວມເປັນມູນຄ່າ 40.495.000 ກີບໃຫ້ແກ່ຫ້ອງການຄົ້ນຄວ້າ ແລະ ພັດທະນາພຣະໄຕປີດົກລາວ ທີ່ວັດສຸວັນນະປະດິດ ບ້ານນາດີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.
ເມດຕາເດີນທາງໄປມອບໂດຍພຣະຫຼັກແກ້ວມະຫາວໍຣະຍານາທິບໍດີ (ມະຫາເຫວດ ມະເສໄນ ) ຮອງປະທານອົງການພຸດທະສາສະໜາສັມພັນແຫ່ງ ສປປ ລາວ ອົງຊີ້ນຳວຽກງານ ກຜປຖ ພ້ອມດ້ວຍຄະນະ ພຣະຍອດຄຳ ຄະນະປະຈຳ ແລະ ພຣະຫລັກຄຳ ຄະນະກັມມະການ ຂອງ ສູນກາງ ອພສ.
ແລະ ເມດຕາຖວາຍານການຕ້ອນຮັບໂດຍ ພຣະມາຫາ ອຸດອນ ອະນຸຕຕະໂຣ ຫົວໜ້າຄູ່ມືຫຼັກສູດ ຂອງ ກຜປຖ ສູນກາງ ອພສ,ເຈົ້າອະທິການວັດສຸວັນນະປະດິດ (ວັດນາດີ) ພ້ອມດ້ວຍພຣະເຖຣານຸເຖຣະຄະນະແປພຣະໄຕປິດົກ ແລະ ພຸດທະສາສະນິກະຊົນຊາວບ້ານນາດີເຂົ້າຮ່ວມ.
ໂອກາດດັ່ງກ່າວ ພຣະຍອດຄໍາສູນທະຣະຍານ ສີທົນ ໄຊຍະວົງສອນ ຄະນະບໍລິຫານງານປະຈໍາການ , ຫົວໜ້າ ກຜປຖ. ສູນກາງ ອພສ ໄດ້ໃຫ້ຮູ້ວ່າ: ການມອບຄອມພິວຈຳນວນ 5 ຊຸດຄັ້ງນີ້ ທາງ ກຜປຖໄດ້ລະດົມເຈົ້າສັດທາ ໂດຍແມ່ນ ທ່ານນາງ ສຸກສັນ ພົງພິລາ ຮອງຜູ້ອຳນວຍການໃຫຍ່ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ແລະ ທ່ານ ຫວັງ ປະທານບໍລິສັດນຳເຂົ້າເຄື່ອງອຸປະກອນໄຟຟ້າ ພ້ອມດ້ວຍຄະນະ ໄດ້ມອບຖວາຍເພື່ອປະກອບສ່ວນຊຸກຍູ້ເຂົ້າໃນວຽກງານຄົ້ນຄວ້າ ແປພຣະໄຕປີດົກສະບັບພາສາບາລີອັກສອນລາວ,ພາສາບາລີແປລາວ ແລະ ພາສາທັມ ທີ່ກຳລັງດຳເນີນຢູ່ໃຫ້ສຳເລັດລຸລ່ວງໄປດ້ວຍດີ.
ຄະນະກຳມະການ ຫວັງວ່າ ເມື່ອພຣະໄຕປິດົກລາວ ທັງສາມສະບັບສຳເລັດ ຈະເປັນໃບໜ້າອັນໃໝ່ໃຫ້ກັບວຽກງານການເຜີຍແຜ່ພຸດທະສາສະໜາໃນລາວໂດຍສະເພາະ ແມ່ນການເຂົ້າເຖິງແຫຼ່ງຂໍ້ມູນທາງພຸດທະສາສະໜາໄດ້ງ່າຍຂຶ້ນສຳລັບພຣະສົງລາວ ແລະ ພຸດທະສາສະນິກະຊົນຜູ້ທີ່ມີຄວາມສົນໃຈການສຶກສາທັມວິໄນຂອງອົງສົມເດັດພຣະສັມມາສັມພຸດທະເຈົ້າ.
ໃນໂອກາດດຽວກັນ ພຣະອາຈານ ມະຫາວຽງສັກ ເດດສີສະຫວັດ ຕາງໜ້າ ຄະນະອະນຸກັມມະການ ຈັດທຳພຣະໄຕຣປິດົກລາວ ໄດ້ກ່າວຖວາຍລາຍງານ ຄວາມຄືບໜ້າ ຂອງການຈັດທຳພຣະໄຕປິດົກລາວວ່າ ພຣະໄຕປິດົກ ສະບັບບາລີອັກສອນລາວ ແມ່ນສຳເລັດສົມບູນແລ້ວ, ສ່ວນພຣະໄຕປິດົກສະບັບພາສາບາລີແປລາວ ເຊິ່ງໄດ້ດຳເນີນການແປມາເປັນເວລາ 7 ເດືອນສຳເລັດແລ້ວ 27 ເຫຼັ້ມ ແລະ ຍັງສືບຕໍ່ປະຕິບັດໃຫ້ສຳເລັດທັງ 45 ເຫຼັ້ມ ໃນທ້າຍປີ 2021 ນີ້ ແລະ ພຣະໄຕປິດົກລາວ ສະບັບອັກສອນທັມກໍ່ຈະໄດ້ສຶບຕໍ່ກວດແກ້ໃຫ້ສຳເລັດສົມບຸນ ເພື່ອຮັກສາມູນມໍຣະດົກອັນລຳ້ຄ່າ ຂອງອານາຈັກລາວລ້ານຊ້າງກໍ່ ຄື ສປປ ລາວ ໃນປັດຈຸບັນ.
ພ້ອມດຽວກັນ ພຣະຫລັກແກ້ວ ມະຫາເຫວດ ມະເສໄນ ໄດ້ນ້ອມຖວາຍ ປັດໃຈຈາກສັດທາລູກຫຼານຂອງແມ່ເຖົ້າໃຫຍ່ຈັນສີ ວິຣະວຸດ ຈຳນວນ 11.111.000 ກີບ ແລະ ພຣະຫລັກຄໍາວົງສາສຸຣິນເມທີ (ວັນຄໍາ ວົງສາສຸລິນ) ຄະນະກໍາມະການ, ຮອງຫົົວໜ້າກັມມາທິການປົກຄອງສົງ ສູນກາງ ອພສ ໄດ້ມອບປັດໃຈ 1 ລ້ານກີບ ລວມເປັນ 12.111.000 ກີບ ເພື່ອນໍາເຂົ້າໃຊ້ຈ່າຍໃນວຽກງານແປພຣະໄຕປີດົກດັ່ງກ່າວອີກດ້ວຍ.
ສາທຸຊົນຊາວພຸດທັງຫຼາຍ ທີ່ເຫຼີ້ມໃສ່ສັດທາໃນພຣະພຸດທະສາສະໜາ ສາມາດຮ່ວມອຸປະຖັມ ປັດໄຈ ຕາມກຳລັງສັດທາໃນການກວດແກ້ພຣະໄຕຣປິດົກ ທີ່ ວັດສຸວັນນະປະດິດ ຫຼື ສາມາດຕິດຕໍ່ພົວພັນໄດ້ ທີ່ຫ້ອງການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ວັດທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.ໂທລະສັບ 02022224883
