ໃນວັນທີ 03​ພຶດສະພາ 2021ຜ່ານມານີ້ ຄະນະບໍລິຫານງານ ຂັ້ນສູງ ຂອງສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ເຊິ່ງປະກອບມີ:
1. ພຣະຫຼັກແກ້ວມະຫາສຸເມທາທິບໍດີ (ມະຫາບຸນມາ ສິມມາພົມ) ຮັກສາການປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ.
2. ພຣະຫຼັກແກ້ວມະຫາວໍຣະຍານາທິບໍດີ (ມະຫາເຫວດ ມະເສໄນ) ຮອງປະທານ ສູນກາງ.
3. ພຣະຍອດຄຳພັດທະຣະເກສີ (ປອ. ດຳຣົງ ພິມມະຈັກ) ຄະນະບໍລິຫານງານປະຈຳການ ສູນກາງ.
4. ພຣະຍອດຄຳຣັດຕະນະເມທີ (ຖາວອນ ຕາພອນປະເສີດ) ຄະນະບໍລິຫານງານປະຈຳການ ສູນກາງ.
5. ພຣະຍອດຄຳສານຕິກະມຸນີ (ບຸນສ່ວນ ພັນທະວົງ) ຄະນະບໍລິຫານງານປະຈຳການ ສູນກາງ.
6. ພຣະຍອດຄຳສັນຕິທັມໂພທິ (ຄຳວັນ ວໍຣະເດດ) ຄະນະບໍລິຫານງານປະຈຳການ ສູນກາງ.
7. ພຣະຍອດຄຳພັດທະນະຍານ (ປທ. ອະທິປະໄຕ ໄມຕຣີຈິດ) ຄະນະບໍລິຫານງານປະຈຳການ ສູນກາງ.
8. ພຣະຍອດຄຳພັດທະຣະຄຸນໂພທິ (ປທ. ດາວເຮືອງ ຄຳປະເສີດ) ຄະນະບໍລິຫານງານປະຈຳການ ສູນກາງ.
9. ພຣະຫຼັກຄຳວົງສາສຸຣິນເມທີ (ວັນຄຳ ວົງສາສຸລິນ) ຄະນະກັມມະການບໍລິຫານງານ ສູນກາງ.
10. ພຣະອາຈານ ປທ. ພູຄຳ ແກ້ວປະທຸມ ຮອງຫົວໜ້າຫ້ອງການບໍລິຫານງານ ສູນກາງ.

 

ພ້ອມດ້ວຍພຣະສົງ ໄດ້ເຂົ້າໄປມອບປັດໄຈ (ເງິນ) ເພື່ອຊ່ວຍອຸປະຖັມວຽກງານສາທາລະນະສຸກ ໃນການສະກັດກັ້ນ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາໂຄວິດ 19 ທີ່ ອາຄານສຳນັກງານ ກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນ ເປັນຈຳນວນປັດໄຈ 51,012,000 ກີບ (ຫ້າສິບເອັດລ້ານສິບສອງພັນກີບຖ້ວນ) ເຊິ່ງເປັນກຽດຮັບໂດຍ ທ່ານ ດຣ. ບຸນແຝງ ພູມມະໄລສິດ ກັມມະການສູນກາງພັກ, ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ.
ໃນການນີ້ ທ່ານລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວຖວາຍການຕ້ອນຮັບ ແລະ ຂອບໃຈພໍ່ແມ່ຄູບາອາຈານ ພຣະສົງອົງຄະເຈົ້າ ທີ່ໄດ້ມີເມດຕາ ມາຮ່ວມສົມທົບປັດໄຈ ເພື່ອຊ່ວຍສະກັດກັ້ນ ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ 19 ໃນຄັ້ງນີ້ ເຊິ່ງທີ່ຜ່ານມາ ທາງການນຳພັກ-ລັດ, ອົງການຈັດຕັ້ງ ໂດຍສະເພາະ ຄະນະແພດໝໍ ບຸກຄະລາກອນທີ່ກ່ຽວຂ້ອງ ແມ່ນໄດ້ເອົາໃຈໃສ່ຢ່າງເຂັ້ມແຂງ ແລະ ປະຕິບັດພາຣະໜ້າທີ່ຢ່າງໜັກໜ່ວງ ບໍ່ມີວັນເສົາ ວັນອາທິດ, ບໍ່ມີເວັນ ແລະ ຄືນ ປະຕິບັດສຸມໃສ່ ວຽກງານການແກ້ໄຂ ປິນປົວ ສະກັດກັ້ນ ຄວບຄຸມ ພະຍາດດັ່ງກ່າວນີ້.

 

ແລະ ໃນນັ້ນ ຫ້ອງການບໍລິຫານງານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໄດ້ກ່າວລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ຄຳສັ່ງເລກທີ 15/ນຍ ລົງວັນທີ 21 ເມສາ 2021 ຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວ່າ:
ທີ່ຜ່ານມາ ເມື່ອ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງເລກທີ 15/ນຍ ໄປແລ້ວນັ້ນ ເພື່ອຈັດຕັ້ງປະຕິບັດຕາມຄຳສັ່ງດັ່ງກ່າວ ອົງພຣະຫຼັກແກ້ວ ຮັກສາການປະທານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ກໍໄດ້ອອກຄຳສັ່ງແນະນຳ ສະບັບເລກທີ 094/ອພສ ລົງວັນທີ 23​ ເມສາ 2021 ເພື່ອໃຫ້ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ ແລະ ພຸດທະສາສະນິກະຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ໄດ້ຈັດຕັ້ງປະຕິບັດ ຄຳສັ່ງນາຍົກລັດຖະມົນຕີ ເລກທີ 15/ນຍ ແລະ ແຈ້ງການຕ່າງໆ ຂອງລັດຖະບານ ທີ່ກ່ຽວຂ້ອງ ຢ່າງເຄັ່ງຄັດ.

 

ພ້ອມກັນນັ້ນ ກໍໃຫ້ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ ແລະ ພຸດທະສາສະນິກະຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ໄດ້ເອົາໃຈໃສ່ປະກອບສ່ວນ ອຸປະຖັມທາງດ້ານເຄື່ອງມື, ສິ່ງອຳນວຍຄວາມສະດວກ ໃຫ້ແກ່ການປະຕິບັດໜ້າທີ່ພະນັກງານ, ແພດໝໍ ແລະ ບຸກຄະລາກອນອື່ນໆ ຂອງອົງການຈັດຕັ້ງພັກ-ລັດ ທີ່ມີໜ້າທີ່ໂດຍກົງ ກັບການສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ 19 (COVID 19) ໂດຍການຊ່ວຍເຫຼືອທາງດ້ານວັດຖຸ ແລະ ການໃຫ້ກໍາລັງໃຈ ຕາມສະພາບເງື່ອນໄຂ, ກໍາລັງສັດທາ ທີ່ເໝາະສົມ.

 

ຄຽງຄູ່ກັບ ການຊ່ວຍເຫຼືອທາງດ້ານວັດຖຸ ກໍຍັງມີທາງດ້ານກຳລັງຈິດໃຈ ກໍໃຫ້ ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ ແຕ່ລະວັດ ໃນຂອບເຂດທົ່ວປະເທດ ໄດ້ເອົາໃຈໃສ່ເພີ່ມຕື່ມ ໃນການສູດມົນຈະເຣີນພາວະນາ ໂດຍ ສູດຣະຕະນະສູດ, ເມຕຕາສູດ, ທະຊັຄຄະສູດ ໃນແຕ່ລະວັນ ພ້ອມກັນນັ້ນ ກໍໃຫ້ສູດ ອາຕານາຕິຍະສູດ, ມະຫາສະມະຍະສູດ, ທັມມະຈັກກັປປະວັຕຕະນະສູດ ເປັນຕົ້ນ ຕາມແຕ່ກໍລະນີ ເພື່ອນ້ອມນໍາເອົາ ພຸທທານຸພາບ, ທັມມານຸພາບ, ສັງຄານຸພາບ ແລະ ອານຸພາບແຫ່ງພຣະປະຣິດທັງຫຼາຍ ໄດ້ຊ່ວຍເປັນເຄື່ອງຮັກສາ, ຄຸ້ມຄອງປ້ອງກັນ ປະເທດຊາດບ້ານເມືອງ, ປະຊາຊົນ ໃນປະເທດ ໃນໂລກ, ຊ່ວຍຂະຈັດ ສັບພະທຸກ, ສັບພະໂສກ, ສັບພະໂຣກໄພພະຍາດທັງຫຼາຍ ໃຫ້ອັນຕະຣະທານໝົດສ້ຽງໄປ.
ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ ແລະ ພຸດທະສາສະນິກະຊົນລາວບັນດາເຜົ່າ ໄດ້ຈັດຕັ້ງປະຕິບັດ ຕາມຄຳສັ່ງແນະນຳ ຂອງອົງປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໄດ້ຊ່ວຍເຫຼືອຕາມກຳລັງ ແລະ ເງື່ອນໄຂ ເປັນຕົ້ນ ໄດ້ຊ່ວຍ ຕຽງ ຕັ່ງ ເສື່ອ ສາດ ໝອນ ມຸ້ງ ນຳ້ດື່ມ ອາຫານ ຜ້າອັດດັງອັດປາກ ແລະ ນຳ້ຢາລ້າງມື ເປັນຕົ້ນ ໂດຍ ວັດລົງໄປຊ່ວຍເຫຼືອເອງ ກໍມີ, ວັດເອົາໂຮມກັນເຂົ້າ ໃຫ້ ອພສ ເມືອງ ລົງໄປມອບໃຫ້ເມືອງ ກໍມີ, ອພສ ແຂວງ/ນະຄອນຫຼວງ ລົງໄປມອບ ໃຫ້ແຂວງ/ນະຄອນຫຼວງ ຕະຫຼອດ ອພສ ຂັ້ນສູນກາງ.

 

ຫຼັງຈາກນັ້ນ ອົງພຣະຫຼັກແກ້ວມະຫາສຸເມທາທິບໍດີ (ມະຫາບຸນມາ ສິມມາພົມ) ອົງຮັກສາການ ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໄດ້ເມດຕາກ່າວມອບປັດໄຈ ໂດຍໄດ້ເນັ້ນເພີ່ມຕື່ມວ່າ ຍາມໃດ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ກໍຄື ພຣະສົງ-ສາມະເນນລາວ ອອກຕົນຍາດໂຍມລາວ ບັນດາເຜົ່າ ກໍເມດຕາ ກະຣຸນາ ເປັນຫ່ວງເປັນໃຍ ນຳບ້ານເມືອງ ພໍ່ແມ່ປະຊາຊົນ ພະຍາຍາມຊ່ວຍເຫຼືອ ເທົ່າທີ່ຈະກະທຳໄດ້ ດັ່ງທີ່ທາງຫ້ອງການບໍລິຫານງານ ກ່າວລາຍງານໄປແລ້ວນັ້ນ.

 

ແລ້ວໄດ້ມອບປັດໄຈ ແລະ ຖ່າຍຮູບໄວ້ເປັນເຄື່ອງລະນຶກ

ຕິດຕາມຂ່າວສີລະທັມ,ຮູບພາບງາມກົດບ່ອນນີ້

ແບ່ງປັນເລື່ອງນີ້

#ຄຳຄົ້ນຫາຍອດນິຍົມ

ຄົ້ນຫາຂ່າວ

ຮູບ,ວິດີໂອ ເພີ່ມເຕີມ