ສະຖານທີ່ທໍລະນີສົງແຫ່ງນີ້ໄດ້ຮັບການນ້ອມຖວາຍຈາກຄະນະເຈົ້າພາບ ມີຄອບຄົວ ທ່ານ ຄຳພອນ ພົນເສນາ ແລະ ແມ່ ມະໂນລາ ດາລາວົງ ເປັນເຄົ້າ ແລະ ໄດ້ມີການຕົກລົງເຫັນດີ ຈາກຄະນະກຳມະການຮັບຜິດຊອບກໍ່ຄືອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໃຫ້ມີຊື່ວ່າ ວັດປ່າມະຫາໂພທິຣຸກຂະທັມມາຣາມ.
ຫຼັງຈາກນັ້ນ ອົງການພຸດທະສະນາສຳພັນແຫ່ງ ສປປ ລາວ ໄດ້ຕົກລົງມອບໝາຍ ການດຳເນີນການພັດທະນາ ສ້າງສະຖານການສຶກສາສົງ ໃຫ້ພຣະຍອດຄຳ ວໍຣະທຳມຸນີ (ປອ. ພວງປະເສີດ ພູມມະວົງ) ຄະນະບໍລິຫານງານປະຈຳການ ສູນກາງອົງການພຸດທະສາສະນາສຳພັນແຫ່ງ ສປປ ລາວ ເປັນຜູ້ດຳເນີນການກັບພາກສ່ວນທີ່ກ່ຽວຂ້ອງ ໃຫ້ເປັນໄປຕາມວັດຖຸປະສົງຂອງການຖວາຍທີ່ດິນແຫ່ງນີ້.
ເມື່ອວັນທີ່ 18 ກໍລະກົດ 2021 ທີ່ຜ່ານມາ ທາງຄະນະສົງ ແລະ ເຈົ້າພາບ ໄດ້ພ້ອມພຽງກັນ ຈັດພິທີປູກຕົ້ນສີມະຫາໂພ ຈຳນວນ 108 ຕົ້ນ ທີ່ໄດ້ນຳເມັດຈາກພຸດທະຄະຍາ ພຸດທະສະຖານ ບ່ອນທີ່ພຣະພຸດທະເຈົ້າຕັດສະຮູ້ອະນຸດຕະຣະສັມມາໂພທິຍານຂອງອົງສົມເດັດພຣະສັມມາສັມພຸດທະພຸດທະເຈົ້າ.
ພິທີປຸກຕົ້ນສີມະຫາໂພ 108 ຕົ້ນ ໄດ້ຈັດຂື້ນເທິງພື້ນທີ່ທໍລະນີສົງ ກໍ່ຄື ວັດປ່າມະຫາໂພທິຣຸກຂະທັມມາຣາມ ບ້ານນາຊັບ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍໄດ້ຮັບຄວາມເມດຕາເປັນປະທານຝ່າຍສົງໂດຍ ພຣະຫຼັກແກ້ວມະຫາສຸເມທາທິບໍດີ (ມະຫາບຸນມາ ສິມມາພົມ) ຮັກສາການປະທານສູນກາງ ອພສ,ພຣະຫຼັກແກ້ວມະຫາວໍຣະຍານາທິບໍດີ (ມະຫາເຫວດ ມະເສໄນ) ຮອງປະທານ ອົງຊີ້ນຳລວມກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ສູນກາງ ອພສ ພ້ອມດ້ວຍ ຄະນະປະຈຳການ ບໍລິຫານງານສູນກາງ ອພສ, ພຣະຍອດຄໍາ, ພຣະຫຼັກຄຳ, ພຣະເຖຣານຸເຖຣະ ແລະ ຄະນະສົງຈາກວັດຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ.
ນອກຈາກນັ້ນ ພິທີດັ່ງກ່າວ ຍັງມີ ຄອບຄົວການນຳ,ຄະນະເຈົ້າພາບ,ການຈັດຕັ້ງບ້ານ ພ້ອມດ້ວຍຄະນະສາຍທານສັດທາພຸດທະສາສະນິກະຊົນ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ດ້ວຍສະພາບການບ້ານເມືອງຍັງຢູ່ໃນຊ່ວງພາວະວິກິດຂອງການລະບາດພະຍາດໂຄວິດ-19 ທາງຄະນະກຳມະການຈັດພິທີ ຈື່່ງໄດ້ເຂັ້ມງວດ,ປະຕິບັດຕາມຄຳແນະນຳຂອງຄະນະສະເພາະກິດ. ພຣະສົງ ແລະ ບຸກຄົນທີ່ໄດ້ເຂົ້າຮ່ວມງານ ໝັ້້ນໃຈວ່າໄດ້ຮັບການສັກວັກຊີນ, ໃສ່ຜ້າປິດປາກ ແລະ ໃສ່ເຈວລ້າງມືກ່ອນ ເຂົ້າຮ່ວມງານທຸກຄັ້ງ.