ສາມະເນນ ສີສຸກ ຊຽງພັນໄຊ ເປັນພະນັກງານສື່ ແລະ ປະຊາສໍາພັນ, ພິທີກອນ ລາຍການພຸດທະທໍານໍາຊີວິດ,ນັກຈັດລາຍການວິທະຍຸທັມມະ ສະຕິມາປັນຍາເກີດ ແລະ ຜູ້ຄ່ອຍຊ່ວຍສະໜອງວຽກງານຄູບາອາຈານຕາມ ວາຣະໂອກາດສໍາຄັນຕ່າງໆ ໂດຍ ພາຍໃຕ້ ການຊີ້ນຳ ຂອງກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ສູນກາງ,ໜ່ວຍງານສື່ປະຊາສຳພັນ.
ຄະນະເຈົ້າສັດທາຈັດພິທີບວດສຳມະເນນໃນຄັ້ງນີ້ ເປັນ ຄະນະສັດທາສາມັກຄີ ໂດຍ ການນຳຂອງ ພຣະຍອດຄຳວໍຣະຍານໂພທິ (ບຸນທະວີ ປະສິດທິສັກ) ເຈົ້າອາວາດ ວັດຈອມທອງ,ອອກຕົນຍາດໂຍມ ບ້ານສວນມອນ ແລະ ຄະນະສະຫະທຳມິກຂອງສະມະເນນ ພ້ອມກັນຈັດພິທີຂື້ນ.
ຕາມກຳໜົດການ ເມື່ອວັນທີ່ 25 ກໍລະກົດ 2021 ຜ່ານມານີ້ ຕອນເຊົ້າ ໄດ້ມີພິທີ ຫໍບາດ ແລະ ບາສີສູ່ຂວັນນາກ ທີ່ວັດຈອມທອງວະນາຣາມ ບ້ານ ສວນມອນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຫຼັງຈາກນັ້ນ ພຣະສົງສະມະເນນ ຕະຫຼອດເຖີງ ສັດທາສາມັກຄີ ໄດ້ສັນພັດຕາຫານເພນເປັນທີ່ຮຽບຮ້ອຍແລ້ວ ໄດ້ພ້ອມກັນນຳຂະບວນນາກ ເຂົ້າ ສູ່ ວັດສີສະເກດສະຕະສະຫະສາຣາມ ແລ້ວຈັດພິທີອຸປະສົມບົດຕາມກຳໜົດການ.
ໃນພິທີອຸປະສົມບົດ ເມດຕາເປັນພຣະອຸປັດຊາ ໂດຍ ພຣະຫຼັກແກ້ວມະຫາວໍຣະຍານາທິບໍດີ (ມະຫາເຫວດ ມະເສໄນ) ຮອງປະທານ ອົງຊີ້ວຽກງານກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ,ເຈົ້າອະທິການວັດ ສີສະເກດ ພ້ອມກັມມະວາຈາ ຊ້າຍ-ຂວາ ຍາຄູສົມພາວັນ ຍາຄູວົງ ວັດສີສະເກດ ພ້ອມດ້ວຍພຣະເຖຣານຸເຖຣະ ຈາກກັມມາທິການເຜີຍແຜ່ສີລະທັມ ຮ່ວມພິທີສູດອຸປະສົມບົດ.
ມີຄັ້ງໜື່ງ ພຣະອາຈານ ບຸນທະວີ ປະສິດທິສັກ ກ່າວວ່າ ສາມະເນນສີສຸກ ຊຽງພັນໄຊ ເຊີ່ງເປັນ ລູກສິດຂອງ ພຣະອາຈານ ສີສຸກ ສະເຫຼີມຄຸນ ເພີ່ນເປັນສະມະເນນ ອົງໜື່ງທີ່ມີຄວາມສາມາດ ແຖມຍັງສາມາດຈັດລາຍການວິທະຍຸທັມມະ ແທນ ພຣະອາຈານ ສີສຸກ ສະເຫຼີມຄຸນໄດ້,ເປັນຜູ້ຄ່ອຍຕິດຕາມຄູບາອາຈານ ໄປສາສະນະກິດຕາມທີ່ຕ່າງໆ ແລະ ເພື່ອໃຫ້ສະດວກຕໍ່ການປະຕິບັດ ພ້ອມທັງອາຍຸສະມະເນນ ກໍ່ເຖີງພ້ອມ ຈື່ງຄວນຈັດອຸປະສົມບົດສະມະເນນເປັນພຣະພິກຂຸ ໃຫ້ສຳເລັດຕາມທຳນຽມປະຕິບັດຂອງພຸດທະສາສະນາເຖຣະວາດ.

