ທ່ານຢາກອ່ານຂ່າວກ່ຽວກັບຫຍັງ?
ໂພສຂ່າວທັງໝົດ
ຄະນະບໍລິຫານງານປະຈຳການ ສູນກາງ ອພສ ລົງຢ້ຽມຢາມ,ຕິດຕາມ ຄວາມຄືບໜ້າການແປຣພຣະໄຕຣປິດົກ ທັງ 3 ສະບັບ ສະບັບພາສາບາລີລາວ,ບາລີທັມ ແລະ ພາສາລາວ
ວັນທີ 02 ມີນາ 2021 ຜ່ານມານີ້ ທີ່ ວັດສຸວັນນະປະດິດ ບ້ານນາດີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.ຄະນະບໍລິຫານງານປະຈຳການ ສູນກາງ ອພສ ເຊີ່ງນຳໂດຍ ພຣະຫຼັກແກ້ວມະຫາສຸເມທາທິບໍດີ (ມະຫາບຸນມາ ສິມມາພົມ) ຮັກສາການປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ [...]
ໂຮງຮຽນນິລະດາ ບ້ານຈອມມະນີ ເມືອງໄຊເສດຖາ ຮ່ວມກັບ ກັມມາທິການເຜີຍແຜ່ສີ່ລະທັມ ແລະ ປະຕິບັດກັມມະຖານສູນກາງ (ກຜປຖ) ໄດ້ເປີດໂຄງການສອນທັມມະໃຫ້ນັກຮຽນ ແລະ ຄູນອາຈານ.
ວັນທີ່ 22 ກຸມພາ 2021 ຜ່ານມານີ້ ໂຮງຮຽນນິລະດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເປີດໂຄງການສອນທຳມະໃຫ້ນັກຮຽນ ແລະ ຄູອາຈານ ເພື່ອໃຫ້ນັກຮຽນໃຊ້ເວລາວ່າງໃຫ້ເກີດປະໂຫຍດ ແລະ ບໍ່ຫຍຸ້ງກ່ຽວກັບສິ່ງເສບຕິດ ເພື່ອພັດທະນາຄວາມຮູ້ ຄວາມສາມາດ ຂອງນັກຮຽນເຮັດໃຫ້ມີຄວາມຮູ້ກ່ຽວກັບ ພຣະພຸດທະສາສະຫນາທີ່ແທ້ຈິງ ສາມາດປ່ຽນແປງທັດສະນະຄະຕິ ແລະ [...]
ກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ(ກຜປຖ) ໄດ້ຈັດກອງປະຊຸມ ສະຫຼຸບຜົນສຳເລັດວຽກງານ 5 ປີຜ່ານມາ (2016-2021)
ໃນວັນທີ 16 ກຸມພາ 2021 ຜ່ານມານີ້ ກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ ໄດ້ຈັດກອງປະຊຸມສະຫຼຸບວຽກງານ 5 ປີ ( 2016-2021) ທີ່ຫໍ ທັມມະສະພາ ວັດທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ໂດຍໄດ້ຮັບຄວາມເມດຕາເປັນປະທານກອງປະຊຸມຂອງ [...]
ເປິດງານບຸນປະຕິບັດທັມ ແລະ ບຸນນະມັດສະການຮອຍພຣະບາດພູເຂົາຄວາຍ 2020
ພຣະອາຈານ ພັນທອງ ໂພມີໄຊ ຄະນະປະຈຳ ກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ ອພສ,ເຈົ້າອາວາດ ວັດຈັນທະປ່າລານ ພ້ອມກັບ ພຣະອາຈານ ເອກ ປະສັນນະຈິດໂຕ ແລະ ຄະນະສົງວັດປ່າພຣະບາດພູເຂົາຄວາຍ ເປີດງານບຸນປະຕິບັດທັມ ແລະ ບຸນນະມັດສະການຮອຍພຣະບາດປະຈຳປີ 2020 ແລ້ວ.ມື້ນີ້ທີ່ວັດປ່າພຣະບາດພູເຂົາຄວາຍ [...]
ພຣະຫຼັກແກ້ວວໍລະຍານາທິບໍດີ (ມະຫາເວດ ມະເສໄນ) ເມດຕາ ກ່າວເປີດກອງປະຊຸມ ກຽມງານບຸນປະຕິບັດທັມ ປະຈຳປີ ພ.ສ 2563
ມື້ນີ້ ກັມມາທິການເຜີຍແຜ່ສີລທັມ ແລະ ປະຕິບັດກັມມະຖານ ສູນກາງ ອົງການພຸດທະສາສະໜາສຳພັນລາວ ຈັດກອງປະຊຸມກຽມງານບຸນປະຕິບັດທັມປະຈຳປີ ພ.ສ 2563 ທີ່ຫ້ອງການເຜີຍແຜ່ສີລະທັັມ ແລະ ປະຕິບັດກັມມະຖານສູນກາງ ອພສ ວັດທາດຫຼວງເຫນືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. #ຝ່າຍສົງ ກອງປະຊຸມ ເມດຕາ [...]
ມູນນິທິສົ່ງເສີມການສຶກສາສົງ ຖວາຍເງິນອຸປະຖຳ ໂຄງການເຝິກອົບຮົມຄຣູວິປັດສະນາ.
ພຣະຍອດຄຳບຸນທະວີ ປະສິດທິສັກ ປະທານ ມູນນິທິສົ່ງເສີມການສຶກສາສົງ ພ້ອມດ້ວຍຄະນະ ແລະ ສັດທາສາທຸຊົນຮ່ວມມອບຖວາຍປັດໄຈອຸປະຖັມ ໂຄງການເຝິກອົບຮົມຄຣູວິປັດສະນາ ຂອງກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ ອພສ ຈຳນວນ 83,000.0000 ກີບ ທີ່ ຫ້ອງການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ [...]
ພິທີເປີດງານບຸນປະຕິບັດທັມວັດປ່າວິໂມກຂະວະນາຣາມ
ໃນຕອນຄ່ຳຂອງວັນທີ 21/12/2020 ພິທີເປີດງານບຸນປະຕິບັດທັມກັມມະຖານປະຈຳປີ 2020 ເຊິ່ງໄດ້ຮັບຄວາມເມດຕາເປັນປະທານຝ່າຍສົງໂດຍ: 1.ພຣະຫຼັກແກ້ວມະຫາວໍຣະຍານາທິບໍດີ (ມະຫາເຫວດ ມະເສໄນ) ຮອງປະທານສູນກາງ ອພສ ອົງຊີ້ນຳລວມວຽກງານກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ 2.ພຣະອາຈານໃຫຍ່ ໄລ ສຸຣະປັນໂຍ ເຈົ້າຄະນະເມືອງຫາດຊາຍຟອງ ພ້ອມດ້ວຍພຣະຍອດ,ພຣະຫຼັກຄຳ, ພຣະເຖຣານຸເຖຣະ [...]