ທີ່ວັດພຸດທະວົງສາປ່າຫຼວງ (ວັດໂສກປ່າຫຼວງ) ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ມີພິທີຊາປະນິດສົບ ຍາປູ່ ຄຳພາ ພັດສະໂຣ ຂື້ນ ໃນວັນທີ່ 7 ກໍລະກົດ 2021 ຜ່ານມານີ້.

ເຊີ່ງໄດ້ຮັບ​ຄວາມ​ເມດຕາ​ເປັນ​ປະທານ​ໃນ​ພິທີສູດມາຕິກາຂອງ ພຣະ​ຫຼັກ​ແກ້ວ​ມະຫາ​ວໍຣະ​ຍານາທິບໍດີ(ມະຫາ​ເຫວດ​ ມະ​ເສໄນ​) ຮອງ​ປະທານ​ສູນກາງ​ ອພສ, ອົງ​ຊີ້​ນຳ​ວຽກ​ງານ​ກັມມາທິການ​ເຜີຍ​ແຜ່​ສີລະ​ທັມ​ ແລະ​ ປະ​ຕິ​ບັດ​ກັມມະຖານ ​ສູນ​ກາງພ້ອມດ້ວຍພຣະຍອດຄຳຄະນະປະຈຳ ສູນກາງ ອພສ, ພຣະຫຼັກຄຳ, ເຈົ້າຄະນະເມືອງ ພ້ອມດ້ວຍພຣະເຖຣານຸເຖຣະເຂົ້າຮ່ວມຢ່າງພ້ອມພຽງ.

ພາຍນອກ ມີຄະນະເຈົ້າ​ສັດທາ​,ອຳນາດ​ການ​ປົກຄອງເມືອງສີສັດຕະນາກ ​ບ້ານ​ໂສກ​ປ່າ​ຫຼວງ ​ພ້ອມດ້ວຍຄະນະ​ລູກ​ຫຼານ​ ຍາດພີ່ນ້ອງ​ ສິດສານຸສິດ ແລະ ພຸດທະສາສະນິກະຊົນເຂົ້າຮ່ວມ.

ໃນວາລະໂອກາດນີ້ ຜູ້ຂຽນຂໍອະນຸຍາດຍົກເອົາປະຫວັດກຸສົນກັມ ການເຄື່ອນໄຫວ ຂອງ ຍາປູ່ ຄຳພາ ພັດສະໂຣ ມາສະແດງໄວ້ ດັ່ງນີ້.

ຍາປູ ຄຳພາ ພັດສະໂລ ໄດ້ຮັບການເຂົ້າບວດເປັນພຣະພິກຂຸໃນວັນທີ່ 19 ເມສາ ປີ 1984 ທີ່ພັດທະສີມາ ວັດບ້ານໂພນງາມ ເມືອງຊົນບູລີ ແຂວງສະຫວັນນະເຂດ ຫຼັງຈາກໄດ້ຮັບການອຸປະສົມບົດແລ້ວ. ຍາປູ່ ໄດ້ສຶກສາຮ່ຳຮຽນ ທັມມະວິນັຍ ຮຽນສູດມົນນ້ອຍ ມົນກາງ ແລະ ໄດ້ເຂົ້າຄອງວິປັດສະນາກັມມະຖານຈົນຈົບໄຕຣມາດໜື່ງ ກັບພຣະອາຈານ ຫຼຽນ ຄຳພິໂຣ ອະດິດເຈົ້າອະທິການວັດບ້ານໂພນງາມ.

ປີ ຄ.ສ 1985 ໄດ້ຍ້າຍມາຈໍາພັນສາຢູ່ທີ່ວັດມະຫາພຸດທະວົງສາປ່າຫຼວງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ແລະ ໄດ້ສຶກສາຮ່ຳຮຽນທັມກະທຶກນໍາ ພຣະອາຈານໃຫຍ່ຊາລີ ກັນຕະສີໂລ ອະດີດຫົວໜ້າກໍາມະທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານທົ່ວປະເທດ ແລະ ຍັງໄດ້ເຂົ້າຮ່ວມການເຄື່ອນໄຫວວຽກງານການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານໃນຮູບແບບເຄື່ອນທີ່ພາຍໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງອີກດ້ວຍ.

ປີ ຄ.ສ 2000 – 2003 ໄດ້ຈໍາພັນສາຢູ່ທີ່ວັດປ່ານາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເພື່ອຊ່ວຍວຽກງານດ້ານການປະຕິບັດວິປັດສະນາກັມມະຖານ ຊ່ວຍ ພຣະອາຈານໃຫຍ່ຊາລີ ກັນຕະສີໂລ.

ປີ ຄສ 2004 – 2010 ໄດ້ກັບມາຈໍາພັນສາຢູ່ທີ່ວັດມະຫາພຸດທະວົງສາປ່າຫຼວງ ຊ່ວຍວຽກງານ ພຣະອາຈານໃຫຍ່ພົມມາ ວິຊານັນໂທ ອະດີດເຈົ້າອະທິການວັດມະຫາພຸດທະວົງສາປ່າຫຼວງ ໄດ້ຮັບໜ້າທີ່ເປັນຮອງເຈົ້າອະທິການວັດມະຫາພຸດທະວົງສາປ່າຫລວງ ພາຍຫຼັງທີ່ພຣະອາຈານໃຫຍ່ພົມມາ ວິຊານັນໂທ ໄດ້ລະສັງຂານແລ້ວ ແລະ ໄດ້ຮັບການານແຕ່ງຕັ້ງເປັນເຈົ້າອະທິການວັັດໃນເວລາຕໍ່ມາ ຕັ້ງແຕ່ວັນທີ່່ 23 ສິງຫາ 2018.

ດ້ວຍຄຸນງາມຄວາມດີ ພຽນອຸທິດຕົນຕໍ່ວຽກງານການເຜີຍແຜ່ສີລະທັມ ແລະ ແນວທາງການປະບັດວິປັດສະນາກັມມະຖານ ໄດ້ຮັບຄວາມເຫຼື້ມໃສ່ສັດທາຈາກສິດສານຸສິດ ຈົນເປັນທີ່ຍອມຮັບຈາກສັງຄົມ ແລະ ອົງການຈັດຕັ້ງບ້ານ.ຍາປູ່ ຈຶ່ງໄດ້ຮັບ ການເຖຣາພິເສກ 2 ຄັ້ງ,ໄດ້ຮັບ ຫຼຽນກາລະນຶກ 70 ປີ 01 ໃບ ແລະ ໄດ້ຮັບໃບຍອງຍໍ້ຈາກຄະນະກໍາມະການສູນກາງແນວລາວສ້າງຊາດ 01 ໃບ.

ດ້ວຍຄວາມຊະຣາພາບຂອງສັງຂານ ແລະ ຄວາມຮ້າຍແຮງຂອງໂຣກທີ່ບໍ່ສາມາດຕ້ານທານໄດ້.ໃນຕອນເຊົ້າຂອງວັນທີ 29 ມິຖຸນາ 2021 ເວລາ 01:40 ນາທີ ຢ່າປູ ໄດ້ລະສັງຂານລົງ ຈາກໄປດ້ວຍອາການອັນສະຫງົບ ສິຣິ​ອາຍຸ​ໄດ້​ 91 ປີ​ 37 ພັນ​ສາ.

ບັດນີ້ເພີ່ນໄດ້ຈາກໄປແລ້ວ ເຫຼືອໄວ້ແຕ່ຄຸນງາມຄວາມດີ. ຕາມການກ່າວຂານຂອງສິດສານຸສິດວ່າ ຍາປູ ຄຳພາ ເປັນພຣະອົງໜື່ງ ທີ່ມີຈາຣິຍາວັດງົດງາມ,ມັກນ້ອຍ ສັນໂດດ ແລະ ພຽນອຸທິດຕົນກັບການປະຕິບັດຈົນສິ້ນລົມຫາຍໃຈສຸດທ້າຍ.

ຕິດຕາມຂ່າວສີລະທັມ,ຮູບພາບງາມກົດບ່ອນນີ້

ແບ່ງປັນເລື່ອງນີ້

#ຄຳຄົ້ນຫາຍອດນິຍົມ

ຄົ້ນຫາຂ່າວ

ຮູບ,ວິດີໂອ ເພີ່ມເຕີມ