ເມື່ອວັນທີ່ 1 ກໍລະກົດ 2021 ຜ່ານມານີ້ ທີ່ຫໍທັມມະສະພາ ວັດທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.ເນື່ອງໃນໂອກາດເຂົ້າຈຳພັນສາ. 5 ກັມມາທິການຂອງ ແລະ 1 ຫ້ອງການ ອພສ ແຫ່ງ ສປປ ລາວ ພ້ອມດ້ວຍ ອພສ 9 ຕົວເມືອງ ໃນ ນະຄອນຫຼວງວຽງຈັນ, ຄອບຄົວການນຳ ຊາວພຸດທະສາສະນິກກະຊົນ ໄດ້ຮ່ວມກັນເຮັດພິທີສາມີຈິກັມ ຄາຣະວະ ຕໍ່ອົງພຣະປະມຸກແຫ່ງສົງ,ພຣະຫຼັກແກ້ວຄະນະປະທານ, ພຣະມະຫາທັມມາຈາຣຍ໌ ແລະ ຄະນະທີ່ປຶກສາ ຂອງສູນກາງ ອພສ ເຊິ່ງເປັນບິດາຈາຣຍ໌, ເປັນພຣະມະຫາເຖຣະເຈົ້າ ຜູ້ຊົງຄຸນວຸດທິຊົງຣັດຕັນຍູ, ຮູ້ລັດຕີການອັນຍາວນານໃນພຣະທັມວິໄນ ແລະ ເປັນທີ່ເຄົາລົບສັກກາຣະບູຊາຢ່າງສູງ.
ໂດຍ ອີງຕາມຫຼັກອາຣິຍະປະເພນີ, ຫຼັກແຫ່ງພຣະທັມມະວິໄນອັນປະເສີດຂອງ ອົງພຣະບໍຣົມມະສາສະດາສັມມາສັມພຸດທະເຈົ້າ ແລະ ຮີດຄອງປະເພນີອັນດີງາມຂອງພຸດທະສາສະໜາໃນ ສປປ ລາວ ທີ່ມີມາແຕ່ບັນພະການ ແລະ ມະຕິກອງປະຊຸມຂອງຄະນະບໍລິຫານງານ ສູນກາງ ອົງການພຸດທະສາສະໜາສັມພັນລາວແຫ່ງ ສປປ ລາວ ເຫັນດີໃຫ້ຖືປະຕິບັດພິທີສາມີຈິກຳອົງພຣະປະມຸກສົງ ແລະ ອົງພຣະຫຼັກແກ້ວ,ຄະນະປະທານສູນກາງ ອພສ ເປັນປະຈຳທຸກປີ.
ຄຳວ່າສາມິຈິກັມໝາຍເຖິງ ການຂໍຂະມາໂທດ, ການໃຫ້ອະໄພເຊິ່ງກັນ ແລະ ກັນ ທຸກໂອກາດບໍ່ວ່າຈະມີໂທດຄັດຂ້ອງໝອງໃຈກັນ ຫຼື ບໍ່ມີໂທດໄດ້ກໍ່ຕາມ ຖ້າເມື່ອເຖິງໂອກາດເວລາທີ່ຄວນເຮັດສາມີຈິກັມແລ້ວ ພຣະພິກສຸສົງ-ອົງສາມະເນນ ກໍ່ບໍ່ລະຮີດຄອງປະເພນີອັນດີງາມຂອງຄວາມເປັນພຣະສົງ ສາມະເນຣ ຖືປະຕິບັດດີປະຕິບັດຊອບຕາມພຣະທັມ ວິໄນອັນປະເສີດ.
ໂອກາດທີ່ຄະນະສົງນິຍົມເຮັດພິທີສາມີຈິກຳ ຄື ໃນໄລຍະວັນເຂົ້າຈຳພັນສາ ແລະ ຫຼັງເຂົ້າພັນສາ 7 ວັນ ການເຮັດພິທີສາມີຈິກຳ ສາມາດແບ່ງອອກເປັນ 2 ແບບ ຄື ແບບຂໍຂະມາລາໂທດ ແລະ ແບບຖວາຍສັກາລະບູຊາ.
ການທຳສາມີຈິກຳແບບຂໍຂະມາໂທດ ນິຍົມເຮັດຕໍ່ພຣະສົງທີ່ຕົນເຄົາລົບສັກກາລະບູຊາ, ເນື່ອງໃນໂອກາດຈະຈາກໄປຢູ່ບ່ອນອື່ນ ເຊີ່ງນິຍົມເຮັດຕໍ່ອົງທີ່ມີອາຍຸພັນສາຫຼາຍກວ່າ ແລະ ເຮັດພິທີສາມີຈິກຳຕໍ່ອົງທີ່ເຄົາລົບນັບຖືທົ່ວໄປ.
ການເຮັດ ສາມິຈິກຳ ແບບຖວາຍສັກກາລະ ເປັນການສະແດງ ມຸທິຕາສັກກາລະ ເຊີ່ງນິຍົມກະທຳຕໍ່ພຣະສົງອົງທີ່ທີ່ຕົນເຄົາລົບນັບຖືໃນໂອກາດທີ່ເພີ່ນໄດ້ຮັບຍົກຍອງເຊີດຊູ.
ການເຮັດສາມີຈິກຳແບບໃດກໍ່ດີ ລ້ວນແຕ່ເປັນສິ່ງອັນດີງາມ ຕາມທຳວິໄນອັນປະເສີດ.
ເພາະການມີຈິດສຳນຶກຜິດ ເປີດເຜີຍຄວາມປະມາດຂອງຕົນ ເພື່ອຈະໄດ້ສຳລວມລະວັງ ແລະ ປັບປຸງຕົວເອງໃຫ້ດີຂື້ນ ຊື່ວ່າເປັນຜູ້ຈະເລີນຂື້ນ ໃນອະລິຍະທຳ ແລະ ອະລິຍະວິໄນໂດຍແທ້.
ອີກປະການຫນື່ງ ພຣະພຸດທະເຈົ້າຕັດວ່າ ຄວາມເຄົາລົບ, ຄວາມອ່ອນນ້ອມຖ່ອມຕົນ, ຄວາມກະຕັນຍຸ, ຄວາມອົດທົນ ແລະ ຄວາມວ່າງ່າຍສອນງາ່າຍ ລ້ວນແຕ່ເປັນມຸງຄຸນ ອັນອຸດົມ ນຳຄວວາມຈະເລີນ ຄວາມຮຸ່ງເຮືອງມາສູ່ຕົນ.



