ໃນພາວະວິກິດຂອງປະເທດຊາດ ກໍ່ຄືການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ໂຮງຫມໍ ແລະ ໜ່ວຍງານທີ່ກ່ຽວຂ້ອງ ອາດຈະເດືອດຮ້ອນ ຂາດເຂີນຂອງໃຊ້ຈຳເປັນ ເຂົ້າໃນວຽກງານສະເພາະກິດຕ້ານພະຍາດໂຄວິດ-19 . ຈຳເປັນທີສຸດ ຖ້າຈະມີໜ່ວຍງານໃດ່ ຫຼື ບຸກຄົນໃດ່ຜູ້ມີຊັບຫຼາຍ ມີຄວາມເອື້ອເຟື້ອຕໍ່ສັງຄົມ ຊ່ວຍກັນຂົນຂວາຍ ວັດຖຸ ອຸປະກອນທີ່ຈຳເປັນ.ທັງນີ້ໃນທາງຄະນະສົງ ແລະວັດຕ່າງໆ ກໍ່ບໍ່ໄດ້ນິ່ງນອນໃຈຕໍ່ປັນຫາສັງຄົມດັ່ງກ່າວ.

ໂດຍເມື່ອວັນທີ່ 29 ເມສາ 2021 ທີ່ຜ່ານມານີ້ ທາງຄະນະສົງວັດສີສະເກດ ແລະ ສິດສານຸສິດ ນຳໂດຍພຣະຫລັກແກ້ວມະຫາເຫວດ ມະເສໄນ ຮອງປະທານ ອົງຊີ້ນຳວຽກງານກັມມາທິການເຜີຍແຜ່ສີລະທັມແລະປະຕິບັດກັມມະຖານ ສູນກາງ ອພສ, ເຈົ້າອະທິການວັດສີສະເກດ ໄດ້ມອບຜ້າຫົ່ມ 12 ຊຸດ ແລະ ໝອນ 16 ຫນ່ວຍເພື່ອຫມູນໃຊ້ເຂົ້າໃນວຽກງານຂອງໂຮງຫມໍ 5 ເມສາ (109) ໂດຍຕ່າງຫນ້າຮັບໂດຍ ດຣ. ພັນໂທ ຂັນທະລີ ຄູນໄຊຍະບົວສີ.

ແລະ ຍັງມີສິດສານຸສິດ ຍາທ່ານໃຫຍ່ ດຣ ມະຫາ​ຊາລີ ກັນ​ຕະສີໂລ ນຳພາໂດຍ ພຣະຍອດຄຳ ສຸນທະຣະຍານ ສີທົນ ໄຊຍະວົງສອນ ຫົວໜ້າກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ, ເຈົ້າອະທິການ ປ່ານາຄູນນ້ອຍ ພ້ອມດ້ວຍຄະນະສົງວັດປ່ານາຄູນນ້ອຍ ໄດ້ເດີນທາງໄປມອບ ​ເຈວລ້າງມື້, ຜ້າປິດປາກ, ດັງ​ ແລະ​ນ້ຳດື່ມ ໃຫ້ແກ່ໂຮງໝໍນາຊາຍທອງ ເມືອງນາຊາຍທອງ​ ນະຄອນຫລວງ​ວຽງຈັນ.

ແລະ ເມື່ອ ວັນທີ 30 ເມສາ 2021 ທີ່ຜ່ານມາ ອົງການພຸດທະສາສະໜາສັມພັນລາວ ເມືອງສີສັດຕະນາກ ຮ່ວມກັບ ອົງການຈັດຕັ້ງພັກ-ລັດ ເມືອງສີສັດຕິນາກ ເຂົ້າມອບເຄື່ອງ ເສນາຊະນະ ແລະ ເຄື່ອງອຸປະໂພກ ບໍລິໂພກ ລວມ11 ລາຍການ ມູນຄ່າ 14,015,000ກີບ ມອບໃຫ້ ໂຮງໝໍ 5ເມສາ (ໂຮງໝໍ109) ຕ່າງໝ້າຮັບເຄື່ອງໂດຍ ດຣ.ນ. ພຸດມາລາ ພັນທະມິດ ເຄື່ອງດັ່ງກ່າວນີ້ ມອບເພື່ອການຊ່ວຍເຫຼືອສັງຄົມທີ່ຕ້ອງການເພື່ອໃຫ້ເກີດປະໂຫຍດສູງສຸດ ໃນສະພາວະວິກິດ ໂຄວິດ-19 ລະບາດ.

ຕິດຕາມຂ່າວສີລະທັມ,ຮູບພາບງາມກົດບ່ອນນີ້

ແບ່ງປັນເລື່ອງນີ້

#ຄຳຄົ້ນຫາຍອດນິຍົມ

ຄົ້ນຫາຂ່າວ

ຮູບ,ວິດີໂອ ເພີ່ມເຕີມ