ເມື່ອວັນທີ່ 19 ສິງຫາ 2021 ຜ່ານມານີ້ ທີ່ ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ ເຊີ່ງຕັ້ງຢູ່ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.ໃນໄລຍະພາກເຊ້າ ໄດ້ມີພິທີ ສູດພຣະປະຣິດຕະມຸງຄຸນ ເຮັດບຸນໃສ່ບາດ ຖວາຍສັງຂະທານ ກັບ ຄະນະສົງ 9 ອົງ 9 ວັດ ແລະ ເປີດຫໍພຸດທະຮູບທາງເບື້ອງໜ້າຂອງໂຮງໝໍ ເພື່ອຄວາມເປັນສິລິມຸງຄຸນ ໂດຍ ໄດ້ຮັບຄວາມເມດຕານຳພິທີໂດຍ ພຣະຫລັກແກ້ວ ມະຫາສຸເມທາທິບໍດີ ມະຫາບຸນມາ ສິມມາພົມ ຮັກສາການປະທານ ສູນກາງ ອົງການພຸດທະສາສະນາສຳພັນແຫ່ງ ສປປ ລາວ, ພຣະຫລັກແກ້ວ ມະຫາວໍຣະຍານາທິບໍດີ ມະຫາເຫວດ ມະເສໄນ ຮອງປະທານ, ອົງຊີ້ນຳກຳມມາທິການເຜີຍແຜ່ສີລະທັມແລະປະຕິບັດກຳມະຖານ ສູນກາງ ອພສ ພ້ອມດ້ວຍພຣະຍອດຄຳ ຄະນະປະຈຳ ແລະ ພຣະຫລັກຄໍາຄະນະກຳມະການ ສູນກາງ ອພສ.
ປະທານຝ່າຍຄາລະວາດ ທ່ານ ສາດສະດາຈານ ດຣ. ສະເຫຼີມ ຫານພານິດ, ປະທານ ກໍາມະການ ບໍລິສັດ ບາງກອກເຊນ ຮອສປີໂທ ຈໍາກັດ, ທັງເປັນປະທານ ບໍລິສັດ ບາງກອກເຊນ ອິນເຕີຣ໌ເນຊັ່ນແນລ (ລາວ), ທ່ານ ປອ ນາງ ວາລີ ເວດສະພົງ ຮອງປະທານ ບໍລິສັດ ບາງກອກເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ພ້ອມດ້ວຍແພດໝໍ ພະຍາບານ ພະນັກງານ ທຸກພະແນກຂອງໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ.
ໃນວັນດ່ຽວກັນນີ້ ຫຼັງຈາກສຳເລັດພິທີທາງສາສະໜາແລ້ວ ຍັງໄດ້ມີພິທີເປີດ ໃຫ້ບໍລິການແກ່ສາທາລະນະຊົນ ຂອງໂຮງໝໍກະເສມຣາດ ອິນເຕີຣ໌ເນຊັນແນວ ວຽງຈັນ ຢ່າງເປັນທາງກນ. ໂດຍການເຂົ້າຮ່ວມຂອງ ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກແຫ່ງ ສປປ ລາວ, ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະລັດຖະທູດແຫ່ງຣາຊະນາຈັກໄທ ປະຈໍາ ສປປ ລາວ, ທ່ານ ສາດສະດາຈານ ດຣ. ສະເຫຼີມ ຫານພານິດ ປະທານ ກໍາມະການ ບໍລິສັດ ບາງກອກເຊນ ຮອທສປີໂທ ຈໍາກັດ, ແລະ ທັງເປັນປະທານ ບໍລິສັດ ບາງກອກເຊນ ອິນເຕີຣ໌ເນຊັນແນວ (ລາວ) ຈຳກັດ ແລະ ທ່ານ ປອ. ນາງ ວາລີ ເວດສະພົງ ຮອງປະທານບໍລິສັດ ບາງກອກເຊນ ອິນເຕີຣ໌ເນຊັ່ນແນວ (ລາວ) ຈໍາກັດ ແລະ ຜູ້ຖືຮຸ້ນຝ່າຍລາວ ພ້ອມດ້ວຍ ສື່ມວນຊົນ ພໍ່ແມ່ປະຊາຊົນລາວເຂົ້າຮ່ວມຢ່າງພ້ອມພຽງ.
ກ່ອນໜ້ານີ້ ທາງບໍລິສັດ ບາງກອກ ເຊນ ຮອທສປິໂທ ລາຍງານວ່າ ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນວ ວຽງຈັນ ມີແຜນຈະເປີດໃຫ້ບໍລິການໃນໄລຍະທ້າຍ ປີ 2020 ແຕ່ໂຄງການກໍ່ສ້າງເກີດຄວາມຫຼ້າຊ້າ ແລະ ການລະບາດຂອງໂຄວິດ-19. ໂຮງໝໍກະເສມຣາດ ມີ 254 ຕຽງ ແລະ 38 ຫ້ອງກວດ ໃຫ້ບໍລິການທາງການແພດທີກວ້າງຂວາງ ແລະ ອຸປະກອນທາງການແພດທີ່ລ້ຳສະໄໝ ພ້ອມດ້ວຍທ່ານໝໍຫຼາຍປະສົບການຈະມາຮັກສາປະຊາຊົນທຸກຊັ້ນຄົນໃນ ສປປ.ລາວ.
ທ່ານ ສາດສະດາຈານ ດຣ. ສະເຫຼີມ ຫານພານິດ ໄດ້ກ່າວວ່າ ໂຮງໝໍກະເສມຣາດ ອິນເຕີຣ໌ແນຊັ່ນແນລ ວຽງຈັນ ເປັນໂຮງໝໍເອກກະຊົນແຫ່ງທຳອິດທີ່ໃຫຍ່ທີ່ສຸດໃນ ສປປ.ລາວ ເກີດຂຶ້ນຈາກການຮ່ວມທຶນລະຫວ່າງ ບໍລິສັດບາງກອກເຊນ ຮອັທສປີໂທ ພລັບລິກ ຈຳກັດ ແລະ ບໍລິສັດ ວິເອັສພີ. ໂຮງໝໍພວກເຮົາແມ່ນຕັ້ງຢູ່ຈຸດໃຈກາງຂອງນະຄອນຫຼວງວຽງຈັນ ເພື່ອໃຫ້ບໍລິການທາງດ້ານສຸຂະພາບທີ່ດີໄດ້ມາດຕະຖານ JCI ສຳຫຼັບຊາວຕ່າງຊາດທີ່ເຂົ້າມາລົງທຶນ ແລະ ປະຊາຊົນລາວ. ເມື່ອທ່ານເຂົ້າມາໃຊ້ບໍລິການ ທ່ານຈະບໍ່ມີຄວາມຮູ້ສຶກວ່າ ຢູ່ ໂຮງໝໍ ແຕ່ທ່ານຈະໄດ້ຮັບຄວາມຮູ້ສຶກວ່າ ທ່ານຢູ່ໃນໂຮງແຮມຫ້າດາວ.
ທ່ານ ປອ ນາງ ວາລີ ເວດສະພົງ ໄດ້ກ່າວວ່າ ໂຮງໝໍກະເສມຣາດຂອງພວກເຮົາແມ່ນໄດ້ເລີ່ມວາງສີລາເລີກ ແລະ ວາງເສົາເຂັມກໍ່ສ້າງມາຕັ້ງແຕ່ວັນທີ 25 ພຶດສະພາ 2018 ມາຈົນຮອດປະຈຸບັນນີ້ເປັນເວລາ 3 ປີ, ດ້ວຍສີມືການກໍ່ສ້າງຈາກວິສະວະກອນໄທ ແລະ ລາວ , ການອອກແບບຕົກແຕ່ງພາຍໃນຂອງໂຮງໝໍເພື່ອຕອບຮັບຄອນເຊັບກໍ່ສ້າງໃນການເປັນສູນສຸຂະພາບລະດັບມາດຕະຖານສາກົນໂດຍມີການນໍາໃຊ້ອຸປະກອນລວມເຖິງເຄື່ອງໄມ້ເຄື່ອງມືຕ່າງໆທີ່ໄດ້ມາດຕະຖານ ແລະ ເປັນຍອມຮັບລະດັບສາກົນ.
ທ່ານ ດຣ.ບຸນແຝງ ພູມມະໄລສິດ ຕ່າງໜ້າລັດຖະບານໄດ້ກ່າວວ່າ ລັດຖະບານ ມີຄວາມຍິນດີ ໄດ້ອະນຸຍາດໃຫ້ສ້າງຕັ້ງໂຮງໝໍ ເພື່ອໃຫ້ເປັນໂຮງຫມໍເອກະຊົນທີ່ໄດ້ມາດຕະຖານ ເພື່ອເປັນການຫຼຸດຜ່ອນປະຊາຊົນລາວໄປໃຊ້ບໍລິການປິ່ນປົວຢູ່ຕ່າງປະເທດ.ໂຮງໝໍແຫ່ງນີ້ຈະສາມາດຕອບສະໜອງການບໍລິການສຸຂະພາບທີ່ດີແກ່ປະຊາຊົນລາວບັນດາເຜົ່າ ແລະໃຫ້ມີການສຶບຕໍ່ຮວ່ມມືກັບພາກລັດກໍຄືໂຮງໝໍລັດເພື່ອແລກປ່ຽນບົດຮຽນ,ສ້າງຄວາມເຂັ້ມແຂງດ້ານເຕັກນິກ ແລະ ວິຊາການຮ່ວມກັນ.



