ກັມມາທິການເຜີຍແຜ່ສີລະທັມ ແລະປະຕິບັດກັມມະຖານ ຈັດຝຶກອົບຮົມວຽກງານສື່ປະຊາສັມພັນ 5 ມື້ ໃນລະຫວ່າງວັນທີ 18-22 ມັງກອນ 2021 ນີ້ທີ່ຫ້ອງການເຜີຍແຜ່ສີລະທັມ ວັດທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.ວິທະຍາກອນຈາກໂທລະພາບແຫ່ງຊາດລາວ.

ຈຸດປະສົງ

-ເພື່ອຝຶກອົບຮົມບຸກຄະລາກອນ ຄູບາອາ ຈານ ໃຫ້ຮູ້ເຄື່ອງມື ອຸປະກອນ ການເຜີຍແຜ່ຜ່ານທາງສື່ໂທລະພາບ ແລະ ສື່ອອນໄລນ໌

– ເພື່ອເຮັດໃຫ້ການຂຽນຂ່າວວຽກງານທາງພຣະພຸດທະສາສະໜາໃຫ້ມີຄວາມຖືກຕ້ອງຕາມວິຊາຫຼັກການ.

ມື້ທີ 1

8:00-11:30 ຫຼັກການ ແລະ ວິທີ ຂຽນຂ່າວ
13:30-16:00 ພາກປະຕິບັດຕົວຈິງໃນການຂຽນຂ່າວ
ວິທະຍາກອນ: ນາງວິໄລວອນ ເບົ້າຈະເລີນພອນ

ມື້ທີ 2

8:00-11:30 ຄວາມຮູ້ກ່ຽວກັບກ້ອງວີດີໂອ ແລະ ວິທີຖ່າຍທຳຂ່າວ
13:30-16:00 ພາກປະຕິບັດຕົວຈິງໃນການນໍາໃຊ້ກ້ອງວີດິໂອຖ່າຍຂ່າວ

ມື້ທີ 3

8:00-11:30 ຄວາມຮູ້ພື້ນຖານກ່ຽວກັບຄອມພິວເຕີ ແລະ ໂປແກຼມຕັດຕໍ່ວີດີໂອ
13:30-16:00 ພາກປະຕິບັດຕົວຈິງ ການຕັດຕໍ່ວີດີໂອຂ່າວ

ມື້ທີ 4

8:00-11:30 ຄວາມຮູ້ກ່ຽວກັບໂຄສົກ ແລະ ພິທີກອນ
13:30-16:00 ສົນທະນາ ແລະ ຖາມ-ຕອບຄໍາ ຖາມສໍາມະນາກອນ ແລະ ອື່ນໆ

ມື້ທີ 5

8:00-11:30 ຄຸນສົມບັດ ແລະ ຈັນຍາບັນຂອງນັກຂ່າວ, ໂຄສົກ-ພິທີກອນ
13:30-16:00 ສະຫຼຸບ ແລະ ພິທີປິດອົບຮົມ

ຕິດຕາມຂ່າວສີລະທັມ,ຮູບພາບງາມກົດບ່ອນນີ້

ແບ່ງປັນເລື່ອງນີ້

#ຄຳຄົ້ນຫາຍອດນິຍົມ

ຄົ້ນຫາຂ່າວ

ຮູບ,ວິດີໂອ ເພີ່ມເຕີມ